spot_img
Homeຂ່າວຕ່າງປະເທດກ່ຳປັ່ນກອງທັບເຮືອອິນເດຍ ທຽບທ່າຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

ກ່ຳປັ່ນກອງທັບເຮືອອິນເດຍ ທຽບທ່າຢ້ຽມຢາມຫວຽດນາມ ຢ່າງເປັນທາງການ

Published on

ສຳນັກຂ່າວ vovworld ຂອງຫວຽດນາມ ລາຍງານວ່າ ໃນວັນ​ທີ 30 ພຶດສະພາຜ່ານມານີ້ ກ່ຳປັ່ນ​ກອງທັບ​ເຮືອອິນ​ເດຍ​ 2 ລຳ​ຄື INS SATPURA ​ແລະ INS KIRCH ພ້ອມ​ກັບ​ຄະນະ​ທະຫານ​ເຮືອ 80 ຄົນ ​ແລະ ນັກຮົບ​ເຮືອ 580 ຄົນ ​ຊຶ່ງນຳໂດຍ​ພົນ​ເຮືອ​ຕີ Soonil V Bhokare ຜູ້​ບັນຊາກອງ​ເຮືອ​ສູ້ຮົບ​ພາກ​ຕາ​ເວັນ​ອອກ ກອງ​ບັນຊາ​ການ​ກອງທັບ​ເຮືອອິນ​ເດຍ ​ເປັນ​ຫົວໜ້າ​ຄະນະ ໄດ້​​ເຂົ້າ​ທຽບ​ທ່າກຳ່​ປັ່ນ​ສາກົນກາມ​​ແຣງ ​ແຂວງ​ແຄ໋ງຮ່ວາ ​ເພື່ອເລີ່​ມຕົ້ນ​ການ​ຢ້ຽມຢາມມິດຕະພາບຫວຽດນາມ ຢ່າງ​ເປັນ​ທາງ​ການເປັນເວລາ 5 ວັນ. ​

ພົນ​ເຮືອ​ຕີ Soonil V Bhokare ​ໃຫ້​ຮູ້​ວ່າ ​ການ​ຢ້ຽມຢາມເທື່ອນີ້ ຄະນະບັນ​ຊາກ​ານກຳປັ່ນອິນ​ເດຍ ຈະ​ເຂົ້າ​ຢ້ຽມ​ຂ່ຳ​ນັບການ​ນຳ​ ຄະນະ​ກຳມະການ​ປະຊາຊົນ ​ແຂວງແຄ໋ງຮ່ວາ ແລະ ຄະນະກອງ​ບັນຊາ​ການ​ ກອງທັບ​ເຮືອ ເຂດ 4 ຫວຽດນາມ, ພ້ອມທັງມີກຳນົດການ ​ໄປ​ຢ້ຽມຢາມ​ວິທະຍາຄານ​ກອງທັບ​ເຮືອຫວຽດນາມ ຢູ່​ນະຄອນຍາ​ຈາງ ອີກດ້ວຍ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...