spot_img
HomeBaby-ແມ່ແລະເດັກວິທີແກ້ບັນຫາລູກຕິດມືຖື, ແທັບເລັດ, ຄອມພີວເຕີ

ວິທີແກ້ບັນຫາລູກຕິດມືຖື, ແທັບເລັດ, ຄອມພີວເຕີ

Published on

ທຸກວັນນີ້ອຸປະກອນເທັກໂນໂລຢີ ຢ່າງສະມາດໂຟນ, ແທັບເລັດ, ຄອມພິວເຕີ, ເກມ ແລະ ສື່ອອນລາຍຕ່າງໆໄດ້ຮັບການພັດທະນາທີ່ໜ້າດຶງດູດໃຈ ແລະ ເຂົ້າມາມີບົດບາດຫຼາຍໃນຊີວິດປະຈຳວັນຂອງເດັກນ້ອຍໃນປັດຈຸບັນຫຼາຍຂຶ້ນ ເຊິ່ງພໍ່ແມ່ບາງຄົນອາດກັງວົນໃຈ ເພາະຢ້ານລູກຕິດສິ່ງພວກນີ້ຫຼາຍເກີນໄປ ວັນນີ້ພວກເຮົາມີເທັກນິກໃນການແກ້ບັນຫາລູກຕິດມືຖື, ແທັບເລັກ, ຄອມພີວເຕີມາໃຫ້ພວກທ່ານລອງນຳໄປໃຊ້ເບິ່ງ

1. ກຳນົດເວລາໃຫ້ໃຊ້ຢ່າງຊັດເຈນ
ຜູ້ປົກຄອງຂອງເດັກນ້ອຍຄວນໃຫ້ລູກຫຼິ້ນສິ່ງເຫຼົ່ານີ້ໃນເວລາຫວ່າງມື້ໜຶ່ງບໍ່ໃຫ້ເກີຍວັນລະ 1-2 ຊົ່ວໂມງເທົ່ານັ້ນ

2. ສອດສ່ອງ…ດູແລ
ໃນເວລາທີ່ລູກນ້ອຍຫຼິ້ນສະມາດໂຟນ, ແທັບເລັດ, ຄອມພິວເຕີ, ເກມທ່ານຄວນເບິ່ງນຳວ່າສິ່ງທີ່ລູກກຳລັງເບິ່ງນັ້ນມັນເໝາະສົມຕາມໄວອາຍຸຂອງພວກເຂົາແລ້ວບໍ່ ເພາະເດັກນ້ອຍຍັງບໍ່ສາມາດແຍກແຍະໃນບາງເລືອກໄດ້

3.ບໍ່ຄວນໃຫ້ເດັກນ້ອຍອາຍຸຕ່ຳກວ່າ 2 ປີ ໃຊ້ສື່ເທັກໂນໂລຢີ
ເດັກນ້ອຍອາຍຸຕ່ຳກວ່າ 2 ປີ ພໍ່ແມ່ບໍ່ຄວນໃຫ້ພວກເຂົາໄດ້ໃຊ້ສື່ເທັກໂນໂລຢີທຸກຊະນິດ ເພາະມັນຍັງບໍ່ຈຳເປັນສຳລັບເດັກນ້ອຍໄວນີ້ ຖ້າຢາກສົ່ງເສີມດ້ານການພັດທະນາຂອງລູກແມ່ນໃຊ້ວິທີລົມກັບລູກ ສອນລູກດ້ວຍຕົວເອງຈະດີກວ່າ

4.ຫຼິ້ນໄດ້…ແຕ່ບໍ່ແມ່ນຂອງເຈົ້າ
ທ່ານບໍ່ຄວນຊື້ປະເພດສະມາດໂຟນ, ແທັບເລັດ, ຄອມພິວເຕີ ໃຫ້ລູກນ້ອຍເມື່ອເວລາທີ່ລູກຢາກໄດ້ ເພາະສິ່ງທີ່ຕາມມາພາຍຫຼັງລູກຈະສະແດງຄວາມເປັນເຈົ້າຂອງ, ມັກຄຽດ ແລະ ສະແດງອາລົມຮຸນແຮງໃສ່ພໍ່ແມ່ເມື່ອບອກໃຫ້ຢຸດຫຼິ້ນ

5. ຫຼິ້ນຢ່າງເໝາະສົມ
ເດັກນ້ອຍສະໄໝນີ້ມັກຈະຫຼິ້ນແຕ່ສະມາດໂຟນ, ແທັບເລັດ, ຄອມພິວເຕີ ຫຼື ເກມ ຈົນເຮັດໃຫ້ກາຍເປັນຄົນຂາດມະນຸດສຳພັນກັບຄົນອ້ອມຂ້າງ ເຮັດໃຫ້ການຫຼິ້ນແບບໃຊ້ຈິນຕະການຢ່າງເດັກນ້ອຍລຸ່ນຫຼັງຂາດຫາຍໄປ ສົ່ງຜົນໃຫ້ດ້ານຄວາມຄິດສ້າງສັນຂອງເດັກນ້ອຍຫຼຸດລົງ

6. ຮຽກຮ້ອງຄວາມສົນໃຈຈາກເດັກຕິດເກມ
ເວລາທີ່ເດັກນ້ອຍໄດ້ຫຼິ້ນອຸປະກອນເທັກໂນໂລຢີແລ້ວຈະບໍ່ສົນໃຈພໍ່ແມ່ ແລະ ຄົນອ້ອມຂ້າງເລີຍ ເມື່ອເວລາທີ່ພໍ່ແມ່ເອີ້ນ ຫຼື ເວົ້ານຳ ພໍ່ແມ່ຄວນຍ່າງເຂົ້າໄປໃກ້ໆລູກ ເພື່ອໃຫ້ເຂົາໄດ້ສົບສາຍຕາກັບທ່ານ ຫຼື ຖ້າລູກຍັງບໍ່ສົນໃຈທ່ານກໍ່ຄວນໄປສະກິດເຂົານຳອີກເພື່ອໃກ້ເຂົາຟັງໃນສິ່ງທີ່ທ່ານເວົ້າ

7. ພໍ່ແມ່ຄວນເປັນຕົວຢ່າງທີ່ດີ
ການທີ່ຈະເປັນຜູ້ປົກຄອງລ້ຽງລູກນ້ອຍ ໃຫ້ດີໄດ້ນັ້ນ ພໍ່ແມ່ເອງກໍ່ຕ້ອງເປັນຄົນມີວິໄນກ່ອນ ຫາກເຮົາໃຊ້ເທັກໂນໂລຢີຫຼາຍກີນໄປມັນຈະກາຍເປັນຕົວຢ່າງຕົ້ນແບບໃຫ້ແກ່ລູກນ້ອຍໄດ້

 

ທີ່ມາ: http://women.mthai.com/momandchildren/mom-child/232445.html

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...