spot_img
Homeຂ່າວການສຶກສາພຣະສົງລາວອົງທຳອິດສອບໄດ້ການສຶກສາພາສາປາລີຂັ້ນສູງສຸດໃນປະຫວັດສາດ

ພຣະສົງລາວອົງທຳອິດສອບໄດ້ການສຶກສາພາສາປາລີຂັ້ນສູງສຸດໃນປະຫວັດສາດ

Published on

ຂໍສະແດງຍິນດີ ແລະ ຊົມເຊີຍ ພຣະສົງລາວອົງທຳອິດສອບໄດ້ການສຶກສາພາສາປາລີຂັ້ນສູງສຸດໃນປະຫວັດສາດ

ຂໍສະແດງຄວາມຍິນດີ ມຸທິຕາຈິດຕໍ່ການປະສົບຜົນສຳເລັດຄັ້ງຍິ່ງໃຫຍ່ ແລະ ສຳຄັນທາງປະຫວັດສາດ ຂອງພຣະມະຫາສິງຫາ ອາພັດສະໂຣ (ໄຂ່ອຳພອນ) ອາຍຸ 26 ປີ ທີ່ປະສົບຜົນສຳເລັດໃນການສອບຜ່ານ ປະຣຽນທັມ 9 ປະໂຫຍກ ຫຼື ປ.ທ. 9, ເຊິ່ງເປັນຫຼັກສູດການຮຽນພາສາປາລີສູງສຸດ, ເປັນພຣະສົງລາວອົງທຳອິດ ທີ່ສອບໄດ້ ປ.ທ. 9 ໃນປະຫວັດສາດການສຶກສາພາສາປາລີໃນປະເທດໄທ ເຊິ່ງໄດ້ຮັບພັດປະຣຽນທັມ ເມື່ອວັນທີ 19 ພຶດສະພາ ທີ່ຜ່ານມານີ້.

ພຣະອາຈານມະຫາ ສິງຫາ ອາພັສສະໂຣ, ເກີດທີ່ບ້ານສີບຸນເຮືອງ, ເມືອງຈຳພອນ, ແຂວງສະຫວັນນະເຂດ, ເມື່ອຄາວຢູ່ປະເທດໄທ ເຄີຍພຳນັກສຶກສາແລະປະຕິບັດທັມຢູ່ໃນສຳນັກວັດພິດໂສພາຣາມ, ຈັງຫວັດອຸບົນຣາຊະທານີ ເຊິ່ງຖືວ່າເປັນວັດທີ່ມີຊື່ສຽງໂດ່ງດັງທາງດ້ານຄັນຖະທຸຣະ ແລະວິປັດສະນາທຸຣາ ພາຍໃຕ້ການດູແລຂອງຫລວງພໍ່ໃຫຍ່ວັດພິດ ພຣະຣາຊປະຣິຍັຕຍາກອນ(ບຸນເຮືອງ ສາຣະໂທ). ແລະປັດຈຸບັນ ຈຳຢູ່ວັດໄຊມຸງຄຸນ, ພັດທະຍາໃຕ້, ຕຳບົນໜອງປຣື, ອຳເພີບາງລະມຸງ, ຈັງຫວັດຊົນບຸລີ. ດ້ວຍອານິສົງຜົນບຸນ ແຫ່ງຄວາມວິຣິຍະພາກພຽນ ບົນເສັ້ນທາງແຫ່ງຄັນຖະທຸຣະ ແລະວິປັດສະນາທຸຣະຄຽງຄູ່ກັນໄປ, ໃນທີ່ສຸດພຣະມະຫາສິງຫາ ອາພັສສະໂຣ ກໍໄດ້ສອບຜ່ານການສຶກສາພາກປະຣິຍັຕ, ປະຣຽນທັມ 9 ປະໂຫຍກຢ່າງພາກພູມໃຈແກ່ພໍ່ແມ່ຍາດພີ່ນ້ອງ ແລະປະເທດຊາດບ້ານເມືອງ.

ໃນອະດີດຜ່ານມາ ເຄີຍມີພຣະສົງລາວທີ່ຮຽນຈົບ ປ.ທ. 9 ມາຈາກປະເທດຂະເໝນຫຼາຍອົງ ເຊັ່ນ: ພຣະອາຈານມະຫາບົວຄຳ ວໍຣະເພັດ, ມະຫາກຸ ສຸວັນນະເມທີ, ມະຫາລຳພອນ, ພຣະອາຈານມະຫາຄຳໝັ້ນ ວົງວິຈິຕ, ມະຫາກິແກ້ວ ອຸດົມ ເປັນຕົ້ນ.

ການສຶກສາພາສາປາລີ ເປັນການສຶກສາລົງເລິກສະເພາະພາສາປາລີ ເປັນລະບົບການຮຽນທີ່ເອີ້ນວ່າ ປະຣຽນທັມ. ເມື່ອພຣະສົງອົງໃດສາມາດສອບຜ່ານຂັ້ນປະໂຫຍກ 3 ຂຶ້ນໄປ ຈິ່ງເອີ້ນວ່າ: ພຣະມະຫາ ແລະເມື່ອສິກອອກໄປ ກໍເອີ້ນວ່າ: ມະຫາ. ຈະເປັນຜູ້ແຕກສານໃນພາສາປາລີ, ສາມາດແປຄຳສອນຂອງພຣະພຸດທະເຈົ້າທີ່ບັນທຶກໄວ້ໃນຄຳພີພຣະໄຕຣປິດົກທີ່ເປັນພາສາປາລີໄດ້ ແລະເມື່ອຮຽນຈົບແລ້ວ ກໍສາມາດສິດສອນໃນໂຮງຮຽນພຣະປະຣິຍັດຕິທັມ. ນອກນີ້ ຍັງຈະເປັນຜູ້ທີ່ມີຄວາມຮູ້ທາງດ້ານພາສາສາດ ແລະຫລັກຄວາມຄິດທີ່ເລິກເຊິ່ງຄຳພີຣະພາບ ສາມາດຕໍ່ຍອດສູ່ການສຶກສາໃນສາດສາຂາວິຊາຕ່າງໃຫ້ປະສົບຜົນສຳເລັດໄດ້.

ເມື່ອກ່ອນໃນປະເທດລາວຂອງເຮົາ ກໍມີລະບົບການສຶກສາພາກປະຣິຍັດລະບົບປະຣຽນທັມເຊັ່ນດຽວກັນ ແລະສາມາດຜະລິດມະຫາປະຣຽນອອກມາເປັນຈຳນວນຫຼາຍ ເຊັ່ນ: ມະຫາສີສະເຫວີຍ ສຸວັນນີ, ມະຫາທອງຄຳ ອ່ອນມະນີສອນ, ມະຫາຂາວພອນ ວັນນະບຸດ, ມະຫາຈັນຫອມ ເທບຄຳວົງ, ມະຫາບຸນຍົກ ແສນສູນທອນ ເປັນຕົ້ນ. ແຕ່ເມື່ອປະເທດຊາດໄດ້ຮັບການປົດປ່ອຍເປັນຕົ້ນມາ ການສຶກສາພາກປະຣິຍັດຕິທັມ ຫຼືລະບົບການຮຽນພາສາປາລີແບບປະຣຽນທັມໄດ້ຢຸດຊະງັກໄປ ຈົນມາຮອດປັດຈຸບັນ ກໍຍັງບໍ່ທັນໄດ້ຮັບການຟື້ນຟູ, ແຕ່ກໍມີຄວາມພະຍາຍາມຂອງນັກປຣາຊບັນດິດ, ຄູບາອາຈານເກົ່າ ພາຍໃຕ້ການນຳພາຂອງພຣະອາຈານໃຫຍ່ ມະຫາເວດ ມະເສໄນ ກຳລັງພະຍາຍາມຈະຟື້ນຟູລະບົບການຮຽນ ພາກປະຣິຍັດນີ້ໃຫ້ກັບຄືນມາ ແຕ່ຕ້ອງໃຊ້ເວລາ, ບຸກຄະລາກອນ ແລະຄວາມພ້ອມຫຼາຍຢ່າງຕື່ມອີກ.

ຮູບປະກອບ: ຈາກເຟສຂອງພຣະມະຫາສິງຫາ ອາພັສສະໂຣ

ທີ່ມາ: ສຳຮັກຂ່າວສານປະເທດລາວ

 

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...