spot_img
Homeຊີວິດແລະຄວາມຮັກ4 ສັນຍານທີ່ບົ່ງບອກວ່າເຂົາເສຍໃຈເມື່ອເລີກກັບທ່ານ

4 ສັນຍານທີ່ບົ່ງບອກວ່າເຂົາເສຍໃຈເມື່ອເລີກກັບທ່ານ

Published on

ວັນນີ້ເຮົາຈະມີວິທີສັງເກດເບິ່ງແຟນເກົ່າຫຼັງຈາກທີ່ເລີກລາກັນໄປແລ້ວ ເຂົາຈະຮູ້ສຶກແນວໃດ ເຂົາຈະເສຍໃຈບໍ່ທີ່ເລີກລາກັບເຮົາໄປ ສັນຍານທີ່ບົ່ງບອກນັ້ນຈະເປັນແນວໃດເຮົາມາຮູ້ກັນເລີຍ

❤️ 1. ເຂົາແອບສືບເລື່ອງລາວຕ່າງໆຜ່ານເພື່ອນຂອງທ່ານ

ເຖິງແມ່ນວ່າຄວາມສຳພັນຂອງທ່ານຈະຈົບລົງໄປແລ້ວ ແຕ່ນັ້ນບໍ່ໄດ້ໝາຍຄວາມວ່າເພື່ອນຂອງທ່ານຈະເລີກຕິດຕໍ່ກັບເຂົາເຊັ່ນດຽວກັນ ຫາກເຂົາຍັງຄອຍຕິດຕາມຂ່າວຂອງທ່ານເປັນປະຈຳ ຫຼື ມັກຝາກຄຳເວົ້າບອກຜ່ານເພື່ອນຂອງທ່ານເປັນຈຳນັ້ນໝາຍຄວາມວ່າເຂົາຍັງຄິດເຖິງທ່ານຢູ່

❤️ 2. ເຂົາຍັງຄົງຕິດຕໍ່ທ່ານຜ່ານທາງໂຊຊ້ຽວ

ຖ້າທ່ານເລີກກັບເຂົາແລ້ວ ແຕ່ເຂົາຍັງບໍ່ບລັອກເຟສບຸກທ່ານ ບໍ່ຍົກເລີກເປັນເພື່ອນກັບທ່ານ ແລະ ຍັງຄົງສົ່ງມາທັກທາຍທ່ານຢູ່ເຖິງຈະດົນໆທັກມາເທື່ອໜຶ່ງ ແຕ່ມັນກໍ່ສາມາດບອກໄດ້ວ່າເຂົາຍັງບໍ່ລືມທ່ານ

❤️ 3. ເຂົາບໍ່ດ້ຂົບກັບໃຜຫຼັງຈາກເລີກກັບທ່ານແລ້ວ

ຈົບກັນໄປດົນແລ້ວ ແຕ່ເຂົາກໍ່ຍັງໃຊ່ຊີວິດໂສດໄປເລື່ອຍໆ ແລະ ຍັງບໍ່ມີວີ່ແວວວ່າຈະຂົບໃຜເທື່ອ ນັ້ນສະແດງວ່າເຂົາອາດຍັງຮູ້ສຶກຜິດໃນການຕັດສິນໃຈເລີກກັບທ່ານ ຫຼື ເຂົາຍັງລືມເລື່ອງລະຫວ່າງທ່ານກັບເຂົາບໍ່ທັນໄດ້ນັ້ນເອງ

❤️ 4. ເຂົາພະຍາຍາມປັງປຸງຕົວເອງໃຫ້ດີຂຶ້ນ

ຖ້າຫາກເຂົາປ່ຽນເປັນຄົນໃໝ່ ປ່ຽນແປງການປະພຶດຕິກຳ, ປັບປຸງນິໄສໃຫ້ດີຂຶ້ນໃນແບບທີ່ທ່ານເຄີຍຢາກໃຫ້ເຂົາເປັນໃນຕອນທີ່ຍັງຄົບກັນ ນັ້ນໝາຍຄວາມວ່າເຂົາຄິດສຳນຶກຜິດ ແລະ ເຮັດທຸກຢ່າງເພື່ອຫວັງຈະໃຫ້ທ່ານຫັນກັບມາຄົບກັບເຂົາອີກຄັ້ງ

ສິ່ງເຫຼົ່ານີ້ເປັນພຽງສັນຍານເບື້ອງຕົ້ນທີ່ບອກໃຫ້ທ່ານຮູ້ວ່າແຟນເກົ່າຂອງທ່ານກຳລັງຮູ້ສຶກຜິດ ແລະ ເສຍໃຈທີ່ຕ້ອງເລີກລາກັບທ່ານໄປ ລອງໄປສັງເກດເບິ່ງເດີ້ວ່າຕອນນີ້ແຟນເກົ່າຂອງທ່ານມີພຶດຕິກຳທີ່ກ່າວມາຂ້າງເທິງນີ້ກັບທ່ານ ຫຼື ບໍ່

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...