spot_img
Homeຂ່າວພາຍ​ໃນປູກພືດຜັກປອດສານພິດ ອີກໜຶ່ງອາຊີບທີ່ໝັ້ນຄົງສ້າງລາຍຮັບສູງ

ປູກພືດຜັກປອດສານພິດ ອີກໜຶ່ງອາຊີບທີ່ໝັ້ນຄົງສ້າງລາຍຮັບສູງ

Published on

ເພື່ອ​ເປັນ​ການ​ສ້າງ​ລາຍ​ຮັບ​ໃຫ້ ແກ່​ຄອບ­ຄົວ​ໃຫ້​ຫຼຸດ​ພົ້ນ​ອອກ​ຈາກຄວາມ­ທຸກ​ຍາກ​ໄດ້​ເທື່ອ​ລະ​ກ້າວ​ຕາມ ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ແລະ​ ລັດຖະ​ບານ,

ຄອບ­ຄົວ​ຂອງ ທ້າວ ສົມ​ຈິດ ພິ­ລາ​ວັນ ບ້ານ​ສີ­ວິ­ໄລ ເມືອງ​ໄຊ​ບົວ­ທອງ ແຂວງ​ຄຳ​ມ່ວນ ຈິ່ງ​ໄດ້​ຫັນ​ຈາກ ການ​ປູກ​ພືດ​ຜັກ​ແບບ​ທຳ​ມະ​ຊາດ​ສູ່​ການ​ປູກ​ພືດ​ຜັກ​ປອດ​ສານ­ພິດ​ຈົນ​ກາຍ­ເປັນ​ຊາວ​ໜຸ່ມ​ຕົວ​ແບບ​ການ​ປູກ​ພືດ​ຜັກ​ປອດ​ສານ­ພິດ​ຂອງ​ເມືອງ ທີ່​ສ້າງ​ລາຍ​ຮັບ​ໃຫ້​ແກ່​ຄອບ­ຄົວ​ປີ​ໜື່ງ 42 ລ້ານ​ກີບ.

ຕາມ​ການ​ໃຫ້​ສຳ­ພາດ​ຂອງ ທ້າວ ສົມ​ຈິດ ພິ­ລາ​ວັນ ໄດ້​ໃຫ້​ຮູ້​ວ່າ: ຄອບຄົວ​ຕົນ​ເອງ​ປະ­ກອບ​ມີ 5 ຄົນ, ມີ­ແຮງ​ງານ​ຕົ້ນ­ຕໍ 2 ຄົນ ຜົວ​ເມຍ ຊຶ່ງ​ໄດ້​ປູກ ພືດ​ປອດ​ສານ­ພິດ​ມາ​ໄດ້ 3 ປີ​ແລ້ວ ໂດຍ​ເລີ່ມ​ຕົ້ນ​ຈາກ​ປູກ​ພືດ​ຜັກ​ກິນ​ເພື່ອແກ້​ໄຂ​ຊີ­ວິດ​ປະ­ຈຳ​ວັນ​ເທົ່າ​ນັ້ນ ຕໍ່​ມາ​ຕົນ​ເອງ​ໄດ້​ເຂົ້າ​ຮ່ວມ​ຝຶກ​ອົບ­ຮົມ​ຈາກໂຄງ­ການ​ພັດ­ທະ­ນາ​ຊົນ­ນະ­ບົດ ແລະ​ແກ້​ໄຂ​ຄວາມ­ທຸກ​ຍາກ​ທີ່​ເມືອງ​ໄດ້​ຈັດຂຶ້ນ ພາຍ­ຫຼັງ​ສຳ­ເລັດ​ແລ້ວ​ຈິ່ງ​ຂະ­ຫຍາຍ​ເນື້ອ­ທີ່​ປູກ​ຜັກ​ໄດ້​ທັງ​ໝົດ 0,6 ເຮັກ­ຕາ ໃນ​ນີ້​ໄດ້​ປູກ​ຜັກ​ຊະ­ນິດ​ຕ່າງໆ​ເຊັ່ນ: ຜັກ­ກາດ­ຊອມ, ຜັກ​ເສີມ, ຜັກຫອມ​ບົ່ວ, ຜັກ​ສ້ຽນ, ຜັກ­ບົ້ງ, ໝາກ­ເຜັດ, ໝາກ­ເຂືອ ແລະ​ຜັກ​ຊະ­ນິດ​ອື່ນໆ ເພື່ອ​ສົ່ງ​ຂາຍ​ພາຍ​ໃນ​ຕະ­ຫຼາດ​ເມືອງ​ໄຊ​ບົວ­ທອງ ແລະ​ຕະ­ຫຼາດ​ເມືອງ​ອື່ນໆ. ສຳ­ລັບ​ການ​ຂາຍ​ນັ້ນ ບາງ​ຄັ້ງ​ກໍ​ນຳ­ໄປ​ຂາຍ​ເອງ​ບາງ​ຄັ້ງ​ກໍ​ໄດ້​ມີ​ແມ່​ຄ້າ​ມາຮັບ​ຊື້​ເຖີງ​ສວນ; ນອກ­ຈາກ​ການ​ປູກ​ພືດ​ຜັກ​ປອດ​ສານ­ພິດ​ທີ່​ສາ­ມາດ​ສ້າງລາຍ​ຮັບ​ໃຫ້​ແກ່​ຄອບ­ຄົວ​ເດືອນ​ໜຶ່ງ​ປະ­ມານ 2,5 ລ້ານ​ກີບ​ແລ້ວ; ຄອບ­ຄົວຂອງ ທ້າວ ສົມ​ຈິດ ຍັງ​ໄດ້​ປູກ​ເຫັດ​ນາງ​ຟ້າ​ສ້າງ​ລາຍ​ຮັບ​ໄດ້​ປີ​ໜຶ່ງ​ບໍ່​ຕ່ຳກວ່າ 2 ລ້ານ​ກີບ ແລະ​ຍັງ​ໄດ້​ລ້ຽງ­ສັດ​ປະ­ເພດ​ຕ່າງໆ​ຕື່ມ​ອີກ​ເຊັ່ນ: ລ້ຽງປາ, ໝູ ແລະ​ແບ້ ທີ່​ກຳ­ລັງ​ຂະ­ຫຍາຍ­ຕົວ​ເພີ່ມ​ຂຶ້ນ​ທັງ​ໝົດ​ເຫຼົ່າ​ນີ້​ກໍ​ເພື່ອ​ສ້າງ ລາຍ​ຮັບ​ເສີມ ແລະ​ເປັນ​ການ​ແກ້​ໄຂ​ຊີ­ວິດ​ການ​ເປັນ​ຢູ່​ພາຍ​ໃນ​ຄອບ­ຄົວ​ໃຫ້ ດີ​ຂຶ້ນ.

ຍ້ອນ​ຄວາມ​ດຸ­ໝັ່ນ​ຂະ­ຫຍັນ​ພຽນ ຈິ່ງ​ເຮັດ​ໃຫ້​ຄອບ­ຄົວ ທ້າວ ສົມ​ຈິດ ພິ­ລາ​ວັນ ກາຍ­ເປັນ​ຄອບ­ຄົວ​ຕົວ​ແບບ ແລະ​ຊາວ​ໜຸ່ມ​ຕົວ​ແບບ​ໃນ​ການ​ປູກ ພືດ​ປອດ​ສານ­ພິດ ແລະ​ສາ­ມາດ​ເຮັດ​ໃຫ້​ເສດ­ຖະ­ກິດ​ຄອບ­ຄົວ​ກໍ​ຄື​ຊີ­ວິດ​ການເປັນ​ຢູ່​ພາຍ​ໃນ​ຄອບ­ຄົວ​ນັບ​ມື້​ໄດ້​ຮັບ​ການ​ປັບ­ປຸງ ແລະ​ພັດ­ທະ­ນາ​ຂຶ້ນ​ເປັນລຳ­ດັບຕາມ​ຄາດ­ໝາຍ 4 ບຸກ​ທະ­ລຸ​ຂອງ​ພັກຄຽງ​ຄູ່​ກັບ 4 ບຸກ​ຂອງ​ຊາວໜຸ່ມ​ໃນ​ການ​ບຸກ​ວິ­ຊາ​ຊີບ​ສ້າງ​ວຽກ​ເຮັດ​ງານ​ທຳ​ຂອງ​ຕົນ​ໃຫ້​ຫຼຸດ​ພົ້ນ​ຈາກຄວາມ­ທຸກ​ຍາກ​ເທື່ອ​ລະ​ກ້າວ.

 

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...