spot_img
Homeຂ່າວຕ່າງປະເທດສົງຄາມກາງເມືອງຢູ່ຊີຣີ ເຂັ່ນຂ້າຊີວິດຜູ້ຄົນໄປແລ້ວ 280,000 ກວ່າຄົນ!

ສົງຄາມກາງເມືອງຢູ່ຊີຣີ ເຂັ່ນຂ້າຊີວິດຜູ້ຄົນໄປແລ້ວ 280,000 ກວ່າຄົນ!

Published on

ສຳນັກຂ່າວ ເອເອບພີ ລາຍງານໃນວັນທີ 26 ພຶດສະພານີ້ວ່າ ກຸ່ມນັກສັງເກດການເພື່ອສິດທິມະນຸດຢູ່ຊີຣີ ໄດ້ເປີດເຜີຍຕົວເລກ ນັບຕັ້ງແຕ່ເກີດສົງຄາມກາງເມືອງຢູ່ຊີຣີ ເມື່ອເດືອນມີນາ 2011 ເປັນຕົ້ນມາ ລວມເວລາ 5 ປີກວ່າ ແມ່ນໄດ້ເຮັດໃຫ້ມີຜູ້ເສຍຊີວິດໄປແລ້ວທັງໝົດ 282,283 ຄົນ ໂດຍໃນນັ້ນ ແບ່ງເປັນພົນລະເຮືອນຜູ້ບໍລິສຸດ 81,436 ຄົນ ຊຶ່ງປະກອບມີເດັກນ້ອຍລວມຢູ່ເຖິງ 14,040 ຄົນ ແລະ ຜູ້ຍິງອີກ 9,106 ຄົນ.

ທັງນີ້ ກຸ່ມສັງເກດການເພື່ອສິດທິມະນຸດຢູ່ຊີຣີ ໄດ້ລະບຸວ່າ ໃນໄລຍະຫລາຍອາທິດ ທີ່ຂໍ້ຕົກລົງຢຸດຍິງມີຜົນບັງຄັບໃຊ້ ເມື່ອວັນທີ 27 ກຸມພາ 2016 ເປັນຕົ້ນມາ ແມ່ນພົບເຫັນຄວາມຮຸນແຮງ ແລະ ຍອດຜູ້ເສຍຊີວິດຫລຸດລົງຫລາຍ, ແນວໃດກໍຕາມ ເຖິງແມ່ນມີຂໍ້ຕົກລົງຢຸດຍິງ ແຕ່ກໍຍັງປະກົດມີການປະທະກັນ ຢູ່ຫລາຍພື້ນທີ່ຂອງປະເທດຢູ່.

 

 

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...