spot_img
Homeຂ່າວຕ່າງປະເທດຈີນ ແລະຍີ່ປຸ່ນ ຕ່າງກໍ ກ່າວຫາກັນ ກ່ຽວກັບ ຄວາມປະພຶດ ທີ່ " ເປັນອັນຕະລາຍ" ໂດຍກອງທັບອາກາດ

ຈີນ ແລະຍີ່ປຸ່ນ ຕ່າງກໍ ກ່າວຫາກັນ ກ່ຽວກັບ ຄວາມປະພຶດ ທີ່ ” ເປັນອັນຕະລາຍ” ໂດຍກອງທັບອາກາດ

Published on

ຍີ່ປຸ່ນ​ແລະ​ຈີນ ຕ່າງ​ຄົນ​ຕ່າງ​ກ່າວ​ຫາ​ກັນ ກ່ຽວ​ກັບ​ຄວາມປະພຶດ​ທີ່ “​ເປັນອັນຕະລາຍ”
​ໂດຍກອງທັບ​ອາກາດ ຂອງອີກຝ່າຍນຶ່ງເໜືອ​ນ່ານນ້ຳ​ທີ່ເປັນ​ບັນຫາ​ຂັດ​ແຍ້​ງ ໃນ​ທະ​ເລ​ຈີນຕາເວັນອອກ​ນັ້ນ.

​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຂອງ​ຍີ່ປຸ່ນ ກ່າວ​ວ່າ ​ເຮືອບິນ​ລົບ​ໄອ​ພົ່ນ ລຳ​ນຶ່ງ​ຂອງ​ຈີນ
​ໄດ້​ບິນ​ໄປ​ໃກ້​ກັບ​ເຮືອບິນ​ລາດ​ຕາ​ເວນ​ລຳ​ນຶ່ງ​ຂອງ​ຍີ່ປຸ່ນ ​ເໜືອ​ນ່ານຟ້າ ທີ່​ທັງ​ສອງ​ປະ​ເທດ​ຕ່າງກໍ​ອ້າງວ່າ
ເປັນ​ເຂດ​ປ້ອງ​ກັນ​ທາງ​ອາກາດ​ຂອງ​ຕົນ​ນັ້ນ. ກະຊວງ​ດັ່ງກ່າວ ​ຍັງ​ໄດ້​ເວົ້າ​ຕື່ມ​ວ່າ ​ເຮືອບິນ​ລົບ​ລຳ​ທີ​ສອງ​ຂອງ​ຈີນ ​
ໄດ້​ບິນ​ໄປ​ໃກ້ໆ​ເຮືອ​ບິນ​ສືບ​ຂ່າວ​ລັບ​ທາງ​ເອ​ເລັກ​ໂຕຣນິກຂອງ​ຍີ່ປຸ່ນ​ລຳ​ນຶ່ງ ​ຢູ່​ໃນ​ເຂດ​ດຽວ​ກັນ​ນັ້ນ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ກ່າວ​ວ່າ ພວກ​ເຮືອ​ບິນ​ຂອງ​ຍີ່ປຸ່ນ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວທີ່​ເປັນ
” ອັນຕະລາຍ “ ​ໃນວັນ​ເສົາ​ວານ​ນີ້​ໃນ​ລະ ຫວ່າງ​ການ​ຊ້ອບລົບ​ຮ່ວມ​ກັນ​ທາງ​ທະ​ເລ​ຂອງ​ຈີນ​ແລະຣັດ​ເຊຍ​ນັ້ນ.

ພວກ​ເຮືອ​ແລະ​ເຮືອບິນ​ຂອງ​ລັດຖະບານ​ຈີນ ​ໄດ້​ແລ່ນແລະບິນເຂົ້າ​ໄປ​ເປັນ​ບາງ​ຄັ້ງບາງ​ຄາວ
ໃນ​ນ່ານນ້ຳ​ໃກ້ໆ​ກັບ​ໝູ່​ເກາະ Senkaku ຊຶ່ງ​ຈີນ​ກໍ​ໄດ້​ອ້າງ​ເອົາ​ກຳມະສິດເຊັ່ນ​ກັນ ໂດຍເອີ້ນ​
ວ່າ Diaoyus ນັ້ນ.

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...