spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມ​ໄຂ້ຍຸງ​ລະບາດ​ແຮງ​ທີ່​ຈໍາປາ​ສັກ​ ຍອດຜູ້​ຕິດ​ເຊື້ອ 10 ຄົນ​ຕໍ່​ວັນ ​ໃນ​ຂະນະ​ທີ່ມີ​ຜູ້​ເສຍ​ຊີວິດ​ແລ້ວ 5 ລ​າຍ

​ໄຂ້ຍຸງ​ລະບາດ​ແຮງ​ທີ່​ຈໍາປາ​ສັກ​ ຍອດຜູ້​ຕິດ​ເຊື້ອ 10 ຄົນ​ຕໍ່​ວັນ ​ໃນ​ຂະນະ​ທີ່ມີ​ຜູ້​ເສຍ​ຊີວິດ​ແລ້ວ 5 ລ​າຍ

Published on

ພະຍາດ​ໄຂ້ຍຸງ ໄດ້ເລີ່ມລະບາດ​​​ຢູ່​ແຂວງຈໍາປາ​ສັກ ໂດຍມີ​ຜູ້​ຕິດ​ເຊື້ອ​ຢູ່​ທົ່ວ​ແຂວງສະ​ເຫຼ່ຍ 10 ກໍລະນີ​ຕໍ່​ວັນ ​​ແລະ ໄດ້ມີ​ຜູ້​ຕິດ​ເຊື້ອຫຼາຍ​ກວ່າ 200 ກໍລະ​ນີ​ຢູ່ເມືອງ​ສຸຂຸມາ  ​ປັດຈຸບັນ​ຍອດຜູ້​ເສຍ​ຊີວິດ​ຍ້ອນພະຍາດໄຂ້ຍຸງລາຍໃນທົ່ວແຂວງເຖິງ 5 ລາຍ ຂະນະທີ່​ທາງສາທາລະນະ​ສຸກ​ແຂວງ​ກໍໄດ້ຕິດຕາມ ແລະ ​ເຝົ້າ​ລະວັງ​ຢ່າງ​ຈິງຈັງ ​ພ້ອມ​ທັງປຸກລະດົມ​ໃຫ້ພໍ່​ແມ່​ປະຊາຊົນຊ່ອຍ​ທໍ​າລາຍ​ແຫຼ່ງ​ເພາະ​ພັນ​ຂອງ​ຍຸງ​ລາຍ​ໄປ​ພ້ອມ​ກັນ​ຢູ່ໃນ​ທົ່ວ​ແຂວງຈໍາປາສັກ ຈິ່ງຈະ​ສາມາດ​ຕ້ານ​ການ​ແຜ່​ລະບາດ​ຂອງ​ພະຍາດ​ດັ່ງກ່າວ​ໄດ້​ໃນ​ເວລາ​ສັ້ນໆ.

ທ່ານ ດຣ. ສົມ​ກຽດ ວໍລະ​ລາດ ຫົວໜ້າ​ພະ​ແນ​ກສາ​ທະ​ລະນະ​ສຸກ​ແຂວງ​ຈໍາປາ​ສັກ ​ແຈ້ງ​ຕໍ່​ຜູ້ສື່ຂ່າວທ້ອງຖິ່ນໃນວັນທີ 24 ພຶດສະພາ 2016 ​ວ່າ ການ​ແຜ່​ລະບາດ​ຂອງ​ພະຍາດ​ດັ່ງກ່າວ​ແມ່ນ​ໄດ້​ເລີ່​ມເກີດຂຶ້ນ​ແຕ່​ຕົ້ນ​ເດືອນ​ກຸມພາ 2016 ເຊິ່ງໃນໄລຍະຜ່ານ​ມາ ເມືອງ​ສຸຂຸມາ ​​ກໍໄດ້ມີ​ການ​ແຈ້ງ​ໃຫ້​ຮູ້​ເຖິງຈໍານວນ​ຜູ້​ຕິດ​ເຊື້ອ​ໄຂ​ຍຸງ​ແຕ່​ຍັງ​ບໍ່​​ຫຼາຍ ​ແລະ ນັບແຕ່​​ຕົ້ນ​ເດືອນ​ເມສາ 2016 ຈໍານວນ​ຜູ້​ຕິດ​ເຊື້ອ​ໄດ້​ເພີ່ມ​ຂຶ້ນ​ເປັນ​ຈໍານວນ​ຫຼາຍ ປັດຈຸ​ບັນ​ໃນ​ທົ່ວ​ແຂວງ​ມີ​ຜູ້​ຕິດ​ເຊື້ອ​ແລ້ວ 286 ກໍລະນີ ​ໃນ​ນັ້ນ ​ເມືອງ​ສຸຂຸມາ​ມີ 230 ກວ່າ​ກໍລະນີ ແລະ ມີ​ຜູ້ເສຍ​ຊີວິດ​ຢູ່​ເມືອງ​ດັ່ງກ່າວ 3 ກໍ​ລະ​ນີ ​ເມືອງ​ໂຂງ ​ແລະ ເມືອງ​ໂພ​ນທອງ​ ເສຍ​ຊີວິດ​ເມືອງ​ລະ 1 ກໍ​ລະ​ນີ ຮວມມີ​ຜູ້​ເສຍ​ຊີວິດ​ຈາກ​ພະຍາດ​ໄຂ້ຍຸງ​ຢູ່​ແຂວງ​ຈໍາປາ​ສັກ​ແລ້ວ 5 ຄົນ ແລະ ປັດຈຸ​ບັນ​ການ​ແຜ່​ລະບາດ​ຂອງພະຍາດ​ດັ່ງກ່າວ​ແມ່ນ​ຍັງ​ສືບ​ຕໍ່ຢ່າງ​ຮຸນ​ແຮງ ໂດຍອີງຕາມການລາຍງານຂອງຂະແໜງການ​ທີ່ກ່ຽວຂ້ອງໄດ້ແຈ້ງ​ຈໍານວນ​ຜູ້​ຕິດ​ເຊື້ອປະມານ 5-10 ຄົນ​ຕໍ່​ວັນ.

ເຖິງຢ່າງ​ໃດ​ກໍຕາມ ​ຕໍ່ກັບ​ບັນຫາດັ່ງກ່າວ ອໍານາດ​ການ​ປົກຄອງ​ແຂວງ​ຈໍາປາ​ສັກ ກໍຄື​ພະ​ແນ​ກສາທາລະນະ​ສຸກ​ແຂວງ​ ແມ່ນ​ໄດ້​ຈັດ​ກອງ​ປະຊຸມ​ຫຼາຍ​ຄັ້ງ​ເພື່ອ​ຈັດ​ຕັ້ງ​ຄະ​ນະ​ຄວບ​ຄຸມ​ຕ້ານ ຄະນະ​ຕິດຕາມ​ຂັ້ນ​ແຂວງ ​ເມືອງ ແລະ ຂັ້ນ​ບ້ານ ​ເພື່ອ​ເຝົ້າລະວັງ​ຢ່າງ​ໃກ້ຊິດ​ ແລະ ເອົາ​ໃຈໃສ່ຈັດຕັ້ງປະຕິບັດວຽກງານຕ້ານ ແລະ ຄວບຄຸມພະຍາດໄຂ້ຍຸງລາຍຢ່າງຈິງ​ຈັງ​ຕະຫຼອດມາ ເປັນຕົ້ນ​ລົງ​ເຜີຍ​ແຜ່​ໂຄສະນາ​ເຖິງຜົນ​ຮ້າຍ ລົງ​ນໍາພາ​ປະຊາຊົນ​ທໍາລາຍ​ແຫຼ່ງ​ເພາະ​ພັນ​ຂອງ​ຍຸງ​ລາຍ ທີ່​ສໍາຄັນ​ແມ່ນ​ໄດ້​ຕອບ​ສະໜອງ​ນັກ​ຊ່ຽວ​ຊານ ​ດ້ານ​ການ​ປີ່​ນປົວ​ພະຍາດ​ດັ່ງ​ກ່າວ​ຈາກ​ສູນ​ກາງມາ​ປະ​ຈໍາ​ຢູ່​ໂຮງໝໍ​ແຂວງ ແລະ ໂຮງໝໍ​ເມືອງ ​ໂດຍ​ສະ​ເພາະ​ແມ່ນ​ເມືອງ​ສຸຂຸມາ​ ເຊິ່ງ​ເປັນ​ເມືອງ​ທີ່ເກີດການ​ລະບາດ​ຢ່າງແຮງ​ຂອງ​ພະຍາດ​ດັ່ງກ່າວ.

ຫົວໜ້າ​ພະແນກສາທາລະນະສຸກແຂວງຈໍາປາສັກ ຍັງ​ໄດ້​ຮຽກຮ້ອງ​ໃຫ້​ພໍ່​​ແມ່​ປະຊາຊົນ​ທົ່ວ​ແຂວງ​ຈົ່ງ​ພ້ອມ​ກັນ​ເອົາໃຈໃສ່ທໍາລາຍ​ແຫຼ່ງ​ເພາະ​ພັນ​ຂອງ​ຍຸງ​ລາຍ​ ​ໂດຍ​ໃຫ້​ເຮັດ​ເປັນ​ຂະ​ບວນການ​ຢ່າງ​ຕັ້ງໜ້າ ​ແລະ ເປັນປະຈໍາ ເພື່ອ​ທໍາລາຍ​​ແຫຼ່ງ​ເພາະ​ພັນ​ຂອງຍຸງລາຍທີ່ເປັນພາຫະນໍາເຊື້ອພະຍາດມາສູ່ຄົນເຮົາ ດັ່ງນັ້ນ ຖ້າຫາກ​ເຮັດ​ພຽງ​ແຕ່​ເມືອງ​ໃດ​ເມືອງ​ນຶ່ງ ກໍບໍ່​ສາມາດ​ຍຸດ​ຕິການ​ແຜ່​ລະບາດ​ຂອງ​ພະຍາດ​ດັ່ງກ່າວ​ໃນ​ເວລາ​ສັ້ນ​ໄດ້.

ຂ່າວ/ພາບ: ໂພທິຣາຊ

ທີ່ມາ: http://www.vtetoday.la/

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...