HomeBaby-ແມ່ແລະເດັກເຄັດລັບເພີ່ມນ້ຳນົມແມ່ຫຼັງເກີດລູກໃໝ່

ເຄັດລັບເພີ່ມນ້ຳນົມແມ່ຫຼັງເກີດລູກໃໝ່

Published on

ແມ່ທີ່ເກີດລູກໃໝ່ຫຼາຍຄົນອາດເກີດບັນຫາເລື່ອງນ້ຳນົມບໍ່ມາ ນົມມາໜ້ອຍ ວັນນີ້ພວກເຮົາມີເຄັດລັບດີໆມາຝາກ ເຮົາມາເບິ່ງກັນວ່າເຮັດແນວໃດຈິ່ງຈະໃຫ້ມີນ້ຳນົມຫຼາຍຂຶ້ນ

– ແມ່ຕ້ອງໃຫ້ລູກດູດນົມບໍ່ຄວນໜ້ອຍກ່ວາວັນລະ 8 ຄັ້ງຕໍ່ວັນ ຫຼື ບີບນ້ຳນົມອອກຈາກເຕົ້ານົມທກໆ 3 ຊົ່ວໂມງ
– ໃຊ້ຜ້າອຸ່ນໆປະຂົບທີ່ເຕົ້ານົມ 3-5 ນາທີ ກ່ອນໃຫ້ນົມລູກ ນວດເຕົ້ານົມ ແລະ ນ່ຽນຫົວນົມເບົາໆ ເພື່ອກະຕຸ້ນນ້ຳນົມ
– ຈັບລູກນ້ອຍໃຫ້ດູດນົມຢ່າງຖືກວິທີ ນັ້ນຄືການໃຫ້ລູກອົມຫົວນົມໃນເວລາດູດ
– ກິນອາຫານທີ່ມີປະໂຫຍດຄົບ 5 ໝູ່ ເພື່ອບຳລຸງຮ່າງກາຍຕະຫຼອດຈົນສາມາດຊ່ວຍກະຕຸ້ນນ້ຳນົມໃຫ້ລູກ
– ໃຊ້ວິທີຢອດນ້ຳລົງຊ້າໆຂ້າງໆເຕົ້ານົມໃນເວລາທີ່ລູກກຳລັງດູດນົມ ເມື່ອນ້ຳນົມຫຼາຍຂຶ້ນຈິ່ງຢຸດໃຊ້ວິທີນີ້
– ຫາກລູກນ້ອຍດູດນົມແລ້ວນອນລັບກ່ອນ ແມ່ຄວນກະຕຸ້ນໃຫ້ລູກດູດນົມຕໍ່ ໂດຍກາຍຫຍັບເຕົ້ານົມ ແລະ ບີບນ້ຳນົມເຂົ້າປາກລູກເປັຍໄລຍະໄລຍະ ຈົນກວ່າລູກຈະອື່ມ ແລະ ຄາຍປາກອອກເອງ
– ຄວນໃຫ້ລູກດູດນົມເລື່ອຍໆ ໃຫ້ດູດດົນໆ ຄັ້ງລະ ໂດຍພາຍໃນ 2-3 ວັນທຳອິດ ນ້ຳນົມກໍ່ຈະເພີ່ມຂຶ້ນຫຼາຍ

           ຫາກຕອນນີ້ທ່ານໃດທີ່ກຳລັງພົບບັນຫານີ້ຢູ່ ລອງນຳວິທີທີ່ກ່າວມາຂ້າງເທິງນີ້ໄປໃຊ້ໄດ້ເດີ້

ທີ່ມາ: ວາລະສານບັນທຶກຂອງແມ່

ບົດຄວາມຫຼ້າສຸດ

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...