spot_img
Home​ຂ່າວບັນເທິງອາເລັກຊານດ້າ ສາວງາມຫຼາກຫຼາຍຄວາມສາມາດ

ອາເລັກຊານດ້າ ສາວງາມຫຼາກຫຼາຍຄວາມສາມາດ

Published on

ບັນເທີງ-ດາລາວັນນີ້ພວກເຮົາຈະມາເວົ້າເຖິງ ຊຸບເປີ້ສະຕຣາ ອີກຄົນໜຶ່ງຂອງວົງການບັນເທີງບ້ານເຮົາ ຫາກກ່າວເຖິງຊື່ສາວຄົນນີ້ແລ້ວຖ້າໃຜບໍ່ຮູ້ຈັກຖືວ່າເຊີຍສຸດໆ ນາງຄື ອາເລັກຊານດ້າ ທິດາວັນ ບຸນຊ່ວຍ ວັນນີ້ພວກເຮົາເລີຍມາອັບເດດເລື່ອງລາວຂອງນາງ ເພື່ອເຮັດໃຫ້ແຟນໆໄດ້ຫາຍຄິດຮອດ

ອາເລັກຊານດ້າ ຄວາມໂດ່ງດັງຂອງນາງບໍ່ພຽງຢູ່ພາຍໃນບ້ານເຮົາເທົ່ານັ້ນ ແຕ່ຍັງໂດ່ງດັງໃນປະເທດເພື່ອນບ້ານນຳອີກ (ປະເທດໄທ) ຖືວ່າເປັນດາລາລາວຄົນທຳອິດທີ່ໄປສ້າງຊື່ສຽງຢູ່ຕ່າງປະເທດໃນສາຂາບັນເທີງ ເຊິ່ງລະຄອນທີ່ເຮັດໃຫ້ນາງມີຊື່ສຽງໂດ່ງດັງເປັນທີ່ຮູ້ຈັກກັນທົ່ວບ້ານທົ່ວເມືອງ ແມ່ນເລື່ອງ ມົນຮັກຣິມຝັ່ງຂອງ 

ຜົນງານຂອງສາວ ອາເລັກຊານດ້າ

ເພງທຳອິດທີ່ເຮັດໃຫ້ສາວອາເລັກຊານດ້າ ມີຊື່ສຽງໂດ່ງດັງ ແມ່ນເພງ ຄາລົມຮັກ ຄາລົມລວງ ເຊິ່ງຮ້ອງຄູ່ກັບ ປານ ດວງປະເສີດ ແລະ ຕໍ່ມານາງກໍ່ມີຜົນງານເພງອອກມາຫຼາຍເພງ, ທັງງານພຣີເຊັນເຕີໂຄສະນາຜະລິດແບຣນດັງໆຂອງລາວຫຼາຍແບຣນ ແລະ ນາງຍັງມີຜົນງານດ້ານລະຄອນ ແລະ ເພງ ຢູ່ປະເທດເພື່ອນບ້ານອີກດ່ວຍ

  • ປີ 2007 ລະຄອນ ເພງຮັກຣິມຝັ່ງ ທາງຊ່ອງ 7 ຮັບບົດ ເປັນຈຳປາ ສະແດງຄູ່ ເວຍ ສຸກົນລະວັດ
  • ປີ 2008 ເຣໄຣລູກສາວປ່າ ຊ່ອງ 7 ຮັບບົດເປັນ ເຣໄຣ ສະແດງຄູ່ ຊີ ສີວັດ
  • ປີ 2009 ຣະເບີດເທີດເທີງ (ຊິດຄອມ) ຊ່ອງ 5 (ຮັບເຊີນໃນຕອນ: ຄະລຶຫາດ ຄະລຶໂຫດ)
  • ປີ 2011 ຕະລົກ 6 ສາກ (ຊິດຄອມ) ຊ່ອງ 5 (ຮັບເຊີນ)
  • ປີ 2012 ເກັບຫອມອອມຮັກ ຊ່ອງ 7 ຮັບບົດເປັນ ສະຕາງ (ຮັບເຊີນໃນຕອນ ຖ່ານໄຟເກົ່າ, ໜອງບົວດີໝີ ຊັອບປິ້ງມໍ, ບໍ່ມີໃຜຜິດ…ຈົນເກີນອະໄພ)

alexandra10

ວັນນີ້ເຮົາມາເອົາໃຈແຟນຄລັບທີ່ຍັງຄິດຮອດສາວຄົນນີ້ດ້ວຍການອັບເດດຮູບພາບຂອງນາງໃນປັດຈຸບັນມາໃຫ້ເບິ່ງກັນ ຂໍບອກເລີຍວ່າ ຄວາມໜ້າຮັກສົດໃສຍັງຄົງຢູ່ ແຕ່ສິ່ງທີ່ເພີ່ມເຕີມຄືນາງງາມຂຶ້ນຢ່າງເຫັນໄດ້ຊັດ ຫາກໃຜຢາກຮູ້ກ່ຽວກັບການເຄື່ອນໄຫວຂອງນາງ ວ່າຕອນນີ້ນາງກຳລັງເຮັດຫຍັງຢູ່ແມ່ນ ສາມາດຕິດຕາມໄດ້ທີ່ ລາຍການ ໝ່ຳໂຊ ມື້ນີ້ທາງຊ່ອງ 23 ເວີກພອຍ ເວລາ 20:30ໂມງ 

alexandra7 alexandra3 alexandra4 alexandra8

5045

ພາຍຈາກ: Alexandra Bounxouei

ບົດຄວາມຫຼ້າສຸດ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ເປີດຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ພ້ອມພິຈາລະນາ ຮັບຮອງບັນຫາສໍາຄັນ ຂອງປະເທດຊາດ ໃນຕອນເຊົ້າວັນທີ 9 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ, ກອງປະຊຸມສະໄໝສາມັນ ເທື່ອທີ...

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...