spot_img
Homeຂ່າວພາຍ​ໃນມັນຈົບແລ້ວ ຟານກັລ ຕອບນັກຂ່າວສະກາຍ ຫຼັງຖາມເຖິງເລື່ອງອະນາຄົດ

ມັນຈົບແລ້ວ ຟານກັລ ຕອບນັກຂ່າວສະກາຍ ຫຼັງຖາມເຖິງເລື່ອງອະນາຄົດ

Published on

ສະ​ກາຍ​ສະ­ປອດ ສື່​ດັງ ອັງ­ກິດ ລາຍ​ງານ​ຂ່າວ​ດ່ວນ​ວ່າ ຫຼຸຍ ຟານ​ກັລ ຜູ້​ຈັດ­ການ​ທີມ ແມນ​ເຊັດ​ສະ​ເຕີ ຢູ​ໄນ​ເຕັດ ຖຶກ​ນັກ​ຂ່າວ​ຖາມ​ເລື່ອງ​ກ່ຽວ​ກັບ​ອະ­ນາ­ຄົດ ລາວ​ຕອບ​ດ້ວຍ​ຄຳ​ເວົ້າ​ສັ້ນໆ ມັນ​ຈົບ​ແລ້ວ ລະ­ຫວ່າງ​ການ​ເດີນ­ທາງ​ອອກ​ໂຮງ­ແຮມ​ທີ່​ພັກ​ໃນ ລອນ​ດອນ ຊ່ວງ​ເຊົ້າ​ວັນ​ອາ­ທິດ 22 ພຶດ­ສະ­ພາ​ທີ່​ຜ່ານ​ມາ​ຕາມ​ເວ­ລາ​ທ້ອງ­ຖິ່ນ.

ທີມ ແມນ​ເຊັດ​ສະ​ເຕີ ຢູ​ໄນ​ເຕັດ ພັກ​ທີ່​ລອນ​ດອນ​ຫຼັງ​ຄວ້າ​ແຊ໋ມ ເອ​ຟ​ເອ ຄັບ ສະ­ໄໝ​ທີ 12 ໄດ້​ດ້ວຍ​ການ​ເອົາ​ຊະ­ນະ ຄຣິ​ສຕັລ ພາ​ເລ​ຊ 2-1 ເມື່ອ​ວັນ​ເສົາ​ທີ່​ຜ່ານ​ມາ ທ່າມ​ຂ່າວ​ລື​ກັນ ວ່າ ຜູ້​ຈັດ­ການ​ທີມ​ຖູ​ືກ​ແທນ​ທີ່​ດ້ວຍ ໂຊ​ເຊ ມູ​ຣິນ​ໂຢ ອະ­ດີດ​ຜູ້​ຈັດ­ການ​ທີມ ເຊວ​ຊີ ໃນ​ອີກ​ບໍ່​ດົນ​ນີ້.

ເມື່ອ​ຖຶກ​ນັກ​ຂ່າວ​ສະ­ຖານີ​ສະ​ກາຍ​ສະ­ປອດ ຖາມ​ເຖິງ​ຄວາມ​ຄິດ​ເຫັນ​ທີ່​ມີ​ຕໍ່​ຂ່າວ​ລື​ຊ່ວງ​ທີ່​ຜ່ານ​ມາ​ລະ­ຫວ່າງ​ການ​ເດີນ­ທາງ​ອອກ​ຈາກ​ໂຮງ­ແຮມ​ທາງ​ດ້ານ ແອ​ລວ​ີ​ຈີ ຫຼຸດ​ປາກ​ອອກ​ມາ​ວ່າ ບໍ່ໆ ມັນ​ຈົບ​ແລ້ວ.

ທັງ​ມີ​ຂ່າວ​ວ່າ ຟານ​ກັລ ກຽມ​ອອກ​ຈາກ​ຕຳ​ແໜງ​ໃນ​ວັນ​ຈັນ​ນີ້ ເຖິງ​ວ່າ​ເຫຼືອ​ສັນ­ຍາ​ອີກ 1 ປີ ກໍ່​ຕາມ​ຂະ­ນະ​ທີ່ ມູ​ຣິນ​ໂຢ ຈະ​ໄດ້​ຮັບ​ການ​ແຕ່ງ­ຕັ້ງ​ວັນ​ອັງ­ຄານ​ດ້ວຍ​ເວ­ລາ 3 ປີ ລວມ​ມູນ​ຄ່າ 34,8 ລ້ານ​ປອນ.

 

ຂ່າວຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...