Homeຂ່າວການພັດທະນາຫຼາຍພາກສ່ວນຮ່ວມຈັດສໍາມະນາ ແລະ ຕະຫຼາດນັດຈັດຫາງານ-ການສຶກສາວຽງຈັນ ເພື່ອການພັດທະນາແບບຍືນຍົງ

ຫຼາຍພາກສ່ວນຮ່ວມຈັດສໍາມະນາ ແລະ ຕະຫຼາດນັດຈັດຫາງານ-ການສຶກສາວຽງຈັນ ເພື່ອການພັດທະນາແບບຍືນຍົງ

Published on

ງການສະຫະປະຊາຊາດເພື່ອການພັດທະນາ  (UNDP) ອົງການ AIESEC ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ.ລາວ ຮ່ວມກັບ ອົງການຈັດຕັ້ງທາງສັງຄົມທັງພາກລັດ ແລະ ເອກະຊົນ ໄດ້ຈັດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້ ປຶກສາຫາລືໄວໜຸ່ມລາວເພື່ອອະນາຄົດຂອງປະເທດພາຍໃຕ້ຂອບເປົ້າໝາຍການພັດທະນາແບບຍືນຍົງ ຄັ້ງທໍາອິດ ພ້ອມທັງຈັດງານຕະຫຼາດນັດຈັດຫາງານ ແລະ ການສຶກສາວຽງຈັນ ຄັ້ງທີ 6 ຂຶ້ນໃນວັນທີ 21-22 ພຶດສະພາ 2016 ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານນາງ ອາລິສາ ສະເຕລິນ ປະທານອົງການໄອແຊັກ ປະຈໍາ ສປປ.ລາວ ທັງເປັນປະທານຈັດງານຕະຫຼາດນັດຈັດຫາງານ ແລະ ການສຶກສາວຽງຈັນ ຄັ້ງທີ 6 ໂດຍມີຜູ້ຕາງໜ້າຈາກກະຊວງ ອົງການທຽບເທົ່າຂັ້ນສູນກາງ ບັນດາຫົວໜ່ວຍທຸລະກິດ ບໍລິສັດຈັດຫາງານ ສະຖາບັນການສຶກສາພາຍໃນນະຄອນຫຼວງວຽງຈັນ ແລະ ໄວໜຸ່ມ ນັກຮຽນ-ນັກສຶກສາເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານນາງ ອາລິສາ ສະເຕລິນ ກ່າວວ່າ ໃນກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້ ປຶກສາຫາລືໄວໜຸ່ມລາວເພື່ອອະນາຄົດຂອງປະເທດພາຍໃຕ້ຂອບເປົ້າໝາຍການພັດທະນາແບບຍືນຍົງ ຄັ້ງທໍາອິດຢູ່ ສປປ.ລາວ ບັນດາໄວໜຸ່ມ ນັກຮຽນ ນັກສຶກສາໄດ້ມີສ່ວນຮ່ວມໃນການຮຽນຮູ້ ປຶກສາຫາລື ແລກປ່ຽນຄວາມຄິດເຫັນກ່ຽວກັບການຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ໃນ 17 ເປົ້າໝາຍຫຼັກເພື່ອການພັດທະນາແບບຍືນຍົງຂອງໂລກ ເພື່ອສົ່ງເສີມຄວາມສະຫງົບສຸກໃນສັງຄົມ ການສ້າງອາຊີບທີ່ດີ ແລະ ການຮັບມືກັບສິ່ງທ້າທາຍທາງດ້ານສະພາບແວດລ້ອມ ເຊິ່ງເປົ້າໝາຍການພັດທະນາແບບຍືນຍົງ ແມ່ນໄດ້ຖືກລົງນາມຮັບຮອງເອົາໂດຍບັນດາສະມາຊິກທັງໝົດຂອງອົງການສະຫະປະຊາຊາດໃນເດືອນກັນຍາ 2015 ທີ່ຜ່ານມາ ແນໃສ່ຊ່ອຍປ່ຽນແປງໂລກໃນເສັ້ນທາງການພັດທະນາແບບຍືນຍົງ ເຊິ່ງຄາດວ່າເປົ້າໝາຍດັ່ງກ່າວຈະໃຫ້ບັນລຸຜົນໃນປີ 2030.

ອົງການ AIESEC ເປັນອົງກອນຜູ້ນໍາເຍົາວະຊົນທີ່ໃຫຽ່ທີ່ສຸດໃນໂລກ ແລະ ເປັນອີກນຶ່ງໃນອົງກອນບໍ່ສັງກັດລັດຖະບານທີ່ເຮັດວຽກສອດຄ່ອງກັບວາລະໃໝ່ຂອງການພັດທະນາໂລກ ໂດຍມີຈຸດມຸ່ງໝາຍຫຼັກໃນການຈັດງານສໍາມະນາໃນຄັ້ງນີ້ ເພື່ອແບ່ງປັນຂໍ້ມູນແບບເຈາະເລິກ ໄດ້ຮຽນຮູ້ວິໄສທັດໃໝ່ໆ ແລະ ປູກຝັງແນວຄິດເພື່ອປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ພາຍໃນງານ ຍັງຈັດໃຫ້ມີການຮຽນຮູ້ວິທີ ຂັ້ນຕອນການຂຽນແບບຟອມສະໝັກຮ່ວມເຮັດວຽກຢູ່ອົງການຈັດຕັ້ງຕ່າງໆທັງພາກລັດ ແລະ ເອກະຊົນ ເພື່ອປະກອບອາຊີບ ແລະ ເຂົ້າເຮັດວຽກໃນຂະແໜງທີ່ຕົນເອງມັກ ໂດຍມີບັນດາຫົວໜ່ວຍທຸລະກິດ ບໍລິສັດເຂົ້າຮ່ວມຫຼາຍກວ່າ 20 ຫົວໜ່ວຍ.

ຂ່າວ/ພາບ: ເທບພະວົງ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...