Homeຂ່າວທ້ອງຖິ່ນໄດ້ແລ້ວ ຜູ້ມີສີມືດີເດັ່ນຂອງລາວ ເພື່ອເຂົ້າຮ່ວມແຂ່ງຂັນສີມືແຮງງານອາຊຽນ ທີ່ມາເລເຊຍ

ໄດ້ແລ້ວ ຜູ້ມີສີມືດີເດັ່ນຂອງລາວ ເພື່ອເຂົ້າຮ່ວມແຂ່ງຂັນສີມືແຮງງານອາຊຽນ ທີ່ມາເລເຊຍ

Published on

ວັນທີ 21 ພຶດສະພານີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ຈັດພິທີປະກາດຜົນການແຂ່ງຂັນສີມືແຮງງານ ລະດັບຊາດ ຄັ້ງທີ 2, ຢູ່ສູນພັດທະນາສີມືແຮງງານ ເວດສະພົງ, ນະຄອນ ຫລວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ  ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ.

ທ່ານຫົວໜ້າສູນພັດທະນາສີມືແຮງງານດັ່ງກ່າວ ລາຍງານວ່າ: ຜູ້ທີ່ຊະນະເລີດໄດ້ຮັບຫລຽນຄຳຈາກການແຂ່ງຂັນໃນ 9 ສາຂາອາຊີບປະກອບມີ: ຊ່າງກໍ່, ຊ່າງໄມ້ເຄື່ອງ ເຮືອນ, ຊ່າງຕັດຫຍິບ ເຄື່ອງນຸ່ງແມ່ຍິງ, ຊ່າງຕິດຕັ້ງໄຟຟ້າໃນອາຄານ, ຊ່າງປຸງແຕ່ງ ອາຫານ, ອອກແບບໜ້າເວບໄຊ, ຊ່າງຈອດ,ເຕັກໂນໂລຊີລົດຍົນ ແລະ ອອກແບບກຣາ ຟິກ. ລວມມີ 15 ຄົນ ເພື່ອກຽມເຂົ້າແຂ່ງຂັນສີມືແຮງງານດີເດັ່ນອາຊຽນຄັ້ງທີ 11 ເຊິ່ງຈະມີຂຶ້ນໃນມາເລເຊຍນັ້ນ ຈະໄດ້ເຂົ້າຮ່ວມການຝຶກອົບຮົມຕົນເອງຕື່ມ ສຳລັບຄວາມພ້ອມຕ່າງໆ, ນັບທັງຜູ້ມີຄວາມຮູ້ ຄວາມສາມາດ ເພື່ອເຂົ້າຮ່ວມການແຂ່ງຂັນໃນລະດັບສາກົນຄັ້ງນີ້ມີຜົນສຳເລັດ.

ໃນໂອກາດນີ້, ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ມີຄຳເຫັນວ່າ: ຜູ້ທີ່ຊະນະເລີດການແຂ່ງຂັນໃນຄັ້ງນີ້ ແມ່ນຜູ້ທີ່ມີຄະແນນສູງສຸດ ແລະ ປະຕິບັດວຽກງານຂອງຕົນຢ່າງລະອຽດອ່ອນ ແລະ ໄດ້ກາຍເປັນຕົວແທນຂອງຄົນລາວທັງປະເທດເຂົ້າຮ່ວມແຂ່ງຂັນລະດັບອາຊຽນຄັ້ງນີ້ ໃຫ້ໄດ້ດັ່ງປະສົງ ດັ່ງນັ້ ກໍຂໍຮຽກຮ້ອງໃຫ້ຜູ້ຈະເຂົ້າຮ່ວມແຂ່ງຂັນດັ່ງກ່າວ ຈົ່ງຕັ້ງໃຈຮ່ຳຮຽນ ແລະ ຝຶກຝົນຫລໍ່ຫລອມຕົນເອງໃຫ້ດີ ເພື່ອສາມາດຍາດໄດ້ຜົນສຳເລັດທີ່ໜ້າພາກພູມໃຈດັ່ງກ່າວ.

 

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...