spot_img
Homeຂ່າວທ້ອງຖິ່ນຫຼາຍຫົວໜ່ວຍປະກອບສ່ວນມອບທຶນສະໜັບສະໜູນ ງານລາງວັນທຸລະກິດອາຊຽນ ດີເດັ່ນຂອງ ສປປ.ລາວ

ຫຼາຍຫົວໜ່ວຍປະກອບສ່ວນມອບທຶນສະໜັບສະໜູນ ງານລາງວັນທຸລະກິດອາຊຽນ ດີເດັ່ນຂອງ ສປປ.ລາວ

Published on

ເພື່ອເປັນການປະກອບສ່ວນເຂົ້າໃນການຈັດ ງານລາງວັນທຸລະກິດອາຊຽນດີເດັ່ນຂອງ ສປປ.ລາວ ເຊິ່ງຈະຈັດຂຶ້ນໃນວັນທີ 19 ກໍລະກົດ 2016 ທີ່ນະຄອນຫຼວງວຽງຈັນ ໂດຍຈະມີການປະກາດຜົນຜູ້ຊະນະເລີດທຸລະກິດດີເດັ່ນໃນຫຼາຍຂະແໜງການ ເຊັ່ນ ລາງວັນທຸລະກິດດີເດັ່ນ 40 ປີ ລາງວັນທຸລະກິດຂະໜາດນ້ອຍ-ຂະໜາດກາງດີເດັ່ນ ລາງວັນທຸລະກິດບູລິມະສິດດີເດັ່ນຂອງ ສປປ.ລາວ ລາງວັນທຸລະກິດໜຸ່ມປະຈໍາປີ ລາງວັນທຸລະກິດຍິງດີເດັ່ນປະຈໍາປີ ແລະ ລາງວັນອື່ນໆຫຼາກຫຼາຍລາງວັນ.

ໃນຕອນເຊົ້າວັນທີ 19 ພຶດສະພາ 2016 ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ມີພິທີມອບ-ຮັບທຶນສະໜັບສະໜູນຈາກຫຼາຍພາກສ່ວນຫົວໜ່ວຍທຸລະກິດເຊັ່ນ ກຸ່ມບໍລິສັດຄໍາໄພຊະນະກໍ່ສ້າງ ມອບເງິນຈໍານວນ 80 ລ້ານກີບ ເຊິ່ງມອບໂດຍທ່ານ ຄໍາໄພ ສົມຊະນະ ປະທານກຸ່ມບໍລິສັດຄໍາໄພຊະນະກໍ່ສ້າງ ກຸ່ມບໍລິສັດຄູນໄຊພັດທະນາ ມອບເງິນຈໍານວນ 40.500.000 ກີບ ມອບໂດຍທ່ານ ເຄນຄໍາ ສີລາຊາ ປະທານກຸ່ມບໍລິສັດຄູນໄຊພັດທະນາ ກຸ່ມບໍລິສັດລາວເວີນກຣຸບມະຫາຊົນ ມອບເງິນຈໍານວນ 40.500.000 ກີບ ມອບໂດຍທ່ານ ວິສັນ ນະລົງສັກ ຜູ້ອໍານວຍການບໍລິສັດລາວເວີນມະຫາຊົນ ກຸ່ມບໍລິສັດດີເອັມ (DM) ກໍ່ສ້າງ ແລະ ການຄ້າ ມອບເງິນຈໍານວນ 24.300.000 ກີບ ຕາງໜ້າມອບໂດຍທ່ານນາງ ດວງມາລາ ມາດມະນີສອນ ກຸ່ມບໍລິສັດທີເຄກຣຸບ (TK) ມອບເງິນຈໍານວນ 12.215.000 ກີບ ຕາງໜ້າມອບໂດຍທ່ານ ລິນທອງ ເດືອນມະນີ ຜູ້ຈັດການທົ່ວໄປບໍລິສັດທີເຄກຣຸບ ແລະ ທະນາຄານເອສທີແບັງກຣຸບ ມອບເງິນຈໍານວນ 12.215.000 ກີບ .

ເປັນກຽດເຂົ້າຮ່ວມພິທີ ແລະ ກ່າວຮັບເງິນຈໍານວນດັ່ງກ່າວ ມີທ່ານ ສະໝານ ອາເນກາ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ມີບັນດາພະນັກງານ ວິຊາການທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.

ຂ່າວ/ພາບ: ເທບພະວົງ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...