spot_img
Homeຂ່າວພາຍ​ໃນ"ດ່ວນທີ່ສຸດ" ລັດຖະບານແຈ້ງການເຕືອນ ເລື່ອງພາຍຸ ໂຣອານຸ ຕືມອີກ

“ດ່ວນທີ່ສຸດ” ລັດຖະບານແຈ້ງການເຕືອນ ເລື່ອງພາຍຸ ໂຣອານຸ ຕືມອີກ

Published on

ມື້ວານຕອນແລງ (20 ພຶດສະພາ 2016) ດຣ ເພັດ ພົມພິທັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການສຳນັກງານນາຍົກ ໄດ້ອອກແຈ້ງການດ່ວນທີ່ສຸດ ເຖິງບັນດາເຈົ້າແຂວງພາກເໜືອແລະພາກກາງ ຈຳນວນ 11 ແຂວງ ແຕ່ຜົ້ງສາລີ ລົງໄປເຖິງ ແຂວງຄຳມ່ວນ ເລື່ອງໃຫ້ມີສະຕິຮັບມືກັບພາຍຸ ໄຊໂຄນ ໂຣອານຸ ທີ່ຈະພັດຜ່ານປະເທດລາວໃນລະຫວ່າງວັນທີ 21-24 ພຶດສະພານີ້.

ໂດຍເນື້ອໃນລະບຸວ່າ: ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຂໍຖືເປັນກຽດແຈ້ງມາທ່ານຊາບວ່າ ປັດຈຸບັນພາຍຸໄຊໂຄຣນ ໂຣອານຸ ເຊິ່ງມີຈຸດສູນກາງຢູ່ອ່າວເບັງການ ແລະກຳລັງເຄື່ອນທີ່ໄປທາງທິດຕາເວັນອອກສ່ຽງເໜືອ ດ້ວຍຄວາມໄວ 14 ກິໂລແມັດ ລຽບແຄມຝັ່ງຕາເວັນອອກຂອງປະເທດອິນເດຍ, ພາຍຸຫົວນີ້ຈະເຄື່ອນຂຶ້ນຝັ່ງບັງກະລາເທດແລະມຽນມາໃນຄືນວັນທີ 21 ພຶດສະພາ 2016. ຕະຫຼອດໄລຍະການເຄື່ອນທີ່ຂອງພາຍຸດັ່ງກ່າວ ຈະເຮັດໃຫ້ກະແສລົມມໍລະສູມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ສປປ ລາວ ດ້ວຍກຳລັງແຮງ ເຊິ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ແລະລົມພັດແຮງ ຢູ່ບັນດາແຂວງພາກເໜືອຫາພາກກາງ ໃນວັນທີ 21-24 ພຶດສະພາ 2016.

ດັ່ງນັ້ນ, ຈຶ່ງແຈ້ງການເຕືອນມາຍັງພໍ່ແມ່ນປະຊາຊົນ ແລະອຳນາດການປົກຄອງທ້ອງຖິ່ນ ແຂວງຜົ້ງສາລີ, ອຸດົມໄຊ, ບໍ່ແກ້ວ, ຫຼວງນ້ຳທາ, ຫຼວງພະບາງ, ໄຊຍະບູລີ, ວຽງຈັນ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ບໍລິຄຳໄຊ ແລະຄຳມ່ວນ ຈົ່ງໄດ້ມີສະຕິຮັບມືຕໍ່ສະພາບ ຝົນຕົກ, ຟ້າຮ້ອງ, ຟ້າຜ່າ, ລົມແຮງ, ດິນເຈື່ອນ, ນ້ຳປ່າໄຫຼຊຸ, ຕົ້ນໄມ້ຫັກ ແລະບ້ານເຮືອນເປ່ເພ.13267859_505689149634870_2229854349888579589_n

13232897_505689172968201_1854218994039755835_n

ບົດຄວາມຫຼ້າສຸດ

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...