spot_img
Homeຂ່າວການພັດທະນາເປີດການແຂ່ງຂັນ ສີມືແຮງງານແຫ່ງຊາດ ຄັ້ງທີ II ຄັດແຮງງານລາວສີມືດີ ສົ່ງແຂ່ງຂັນຢູ່ມາເລເຊຍ!

ເປີດການແຂ່ງຂັນ ສີມືແຮງງານແຫ່ງຊາດ ຄັ້ງທີ II ຄັດແຮງງານລາວສີມືດີ ສົ່ງແຂ່ງຂັນຢູ່ມາເລເຊຍ!

Published on

ຂປລ. ກະຊວງ​​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ ​ໄດ້​ຈັດການ​ແຂ່ງຂັນ​ສີມື​ແຮງ​ງານ ​ແຫ່ງ​ຊາດ ຄັ້ງ​ທີ່ II ຂຶ້ນ ທີ່​ນະຄອນຫລວງວຽງຈັນ, ​ເພື່ອ​ຄັດ​ເລືອກ​ເອົາ​ນັກ​ແຂ່ງຂັນ ​ຜູ້​ທີ່​ມີ​ສີມື​ດີ​ເລີດ ​ເຂົ້າ​ຮ່ວມແຂ່ງຂັນ​ສີມື​ແຮງ​ງານ​ອາ​ຊຽນຄັ້ງ​ທີ 11 ທີ່​ຈະ​ຈັດ​ຂຶ້ນ​ ໃນ ​ທ້າຍ​ເດືອນ​ກັນຍາ​ 2016 ນີ້, ຢູ່ ປະ​ເທດ​ມາ​ເລ​ເຊຍ. ພິທີ​ເປີດ​ການ​ແຂ່ງຂັນ ດັ່ງກ່າວ, ​ໄດ້​ມີ​ຂຶ້ນ​ໃນ​ວັນ​ທີ 19 ພຶດສະພາ ນີ້, ຢູ່ ສູນ​ພັດທະນາ​ສີມື​ແຮງ​ງານ​ເວດ​ສະ​ພົງ ນະຄອນຫລວງ​ວຽງ​ຈັນ ​ໂດຍ​ມີ ທ່ານ ຄຳ​ແພງ ​ໄຊ​ສົມ​ແພງ ລັດຖະມົນຕີ​ກະຊວງ​ແຮງ​ງານ ​ແລະ ສະຫວັດດີ​ການ​ສັງຄົມ, ທ່ານ ສະຫວັນ​ຄອນ ລາຊ​ມນຕີ ຮອງ​ລັດຖະມົນຕີ​ກະຊວງ ຖວທ, ບັນດາ ຫົວໜ້າ​ກົມ, ຮອງ​ກົມ, ພ້ອມ​ດ້ວຍນັກຮຽນ-ນັກ​ສຶກສາ ​ເຂົ້່າຮ່ວມ.

DSC_1598 hengngane 2

ການຈັດການ​ແຂ່ງ​ຂັນສີມື​ແຮງ​ງານ ຄັ້ງ​ນີ້, ​​ເປັນ​ການ​ເປີດ​ໂອກາດ​ໃຫ້​ບັນດາ​ຊາວ​ໜຸ່ມ, ​ໄວ​ໜຸ່ມ, ກຳມະກອນ​ລາວ ​ ບັນດາ​ເຜົ່າ ​ໄດ້​ສະ​ແດງ​ຄວາມ​ຮູ້​, ຄວາມ​ສາມາດ, ສີມື ທັງ​ເປັນ​ການ​ຊຸກຍູ້​ສົ່ງ​ເສີມ ​ໃຫ້​ບັນດາ​ຊາວ​ໜຸ່ມ​ເຫັນ​ຄວາມ​ສຳຄັນ​ໃນ​ການ​ຝຶກ​ວິຊາ​ຊີບ ​ແລະ ພັດທະນາ​ສີມື​ແຮງ​ງານ​ຫລາຍ​ຂຶ້ນ. ​ເຊິ່ງການ​ແຂ່ງຂັນ​ດັ່ງກ່າວ, ປະກອບ​ມີ 9 ສາ​ຂາ​ວິຊາ​ຊີບຊ່າງ ຄື: ຊ່າງ​ກໍ່, ຊ່າງ​ໄມ້​ເຄື່ອງ​ເຮືອນ, ຊ່າງຕັດ​ຫຍີບ​ ເຄື່ອງນຸ່ງ​ແມ່ຍິງ, ຊ່າງ​ຕິດ​ຕັ້ງ​ໄຟຟ້າ​ໃນ​ອາຄານ, ຊ່າງ​ປຸງ​ແຕ່ງອາຫານ, ອອກ​ແບບ​ໜ້າ​ເວ​ບ​ໄຊ, ຊ່າງ​ຈອດ, ​ເຕັກ​ໂນ​ໂລ​ຊີ​ລົດຍົນ ​ແລະ ອອກ​ແບບ​ກຣາຟິກ. ມີ ​ຜູ້​ເຂົ້າ​ຮ່ວມ​ແຂ່ງຂັນ​ທັງ​ໝົດ 65 ຄົນ, ຍິງ 20 ຄົນ ​ທີ່​ມາ​ຈາກ, ວິທະຍາ​ໄລ, ສະ​ຖາ​ບັນ, ​ໂຮງຮຽນ ທັງ​ພາກ​ລັດ ​ແລະ ​ເອກະ​ຊົນ ​ເຂົ້າ​ຮ່ວມ​ແຂ່ງຂັນ ​ເຊິ່ງຜູ້​ະ​ນະ​ເລີດ​ໃນ​ການ​ແຂ່ງຂັນ​ໃນ​ແຕ່​ລະ​ສາຂາວິຊາ ຈະ​ໄດ້​ເຂົ້າ​ຮ່ວມ​ແຂ່ງຂັນສີມື​ແຮງ​ງານ​ອາ​ຊຽນ ຄັ້ງ​ທີ 11 ທີ່​ປະ​ເທດ​ມາ​ເລ​ເຊຍ ​ໃນ​ທ້າຍ​ເດືອນ​ກັນຍາ​ 2016 ນີ້.

ສປປ ລາວ ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ ສີມື​ແຮງ​ງານ ​ໃນ​ລະດັບ​ອາ​ຊຽນ ຜ່ານ​ມາ 8 ຄັ້ງ, ​​ເປັນ​ຜູ້​ສັງ​ເກດ​ການ 1 ຄັ້ງ, ​ເຂົ້າ​ຮ່ວມ​ແຂ່ງຂັນ 7 ຄັ້ງ ສາມາດ​ຍາດ​ໄດ້ 1 ຫລຽນ​ເງິນ ຈາກ​ສາຂາ​ວິຊາ​ຊ່າງ​ຕິດ​ຕັ້ງ​ໄຟຟ້າ​ໃນ​ອາຄານ ​ໃນ​ການ​ແຂ່ງຂັນ​ສີມື​ແຮງ​ງານ ອາ​ຊຽນ ຄັ້ງ​ທີ 10 ທີ່ ປະ​ເທດ​ຫວຽດນາມ ​ແລະ ​ໄດ້ຮັບ​​ໃບ​ຢັ້ງຢືນ ສີມື​ແຮງ​ງານ​ລະດັບ​ອາ​ຊຽນ 11 ​ໃບ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...