Homeນານາສາລະສົ້ມປ່ອຍ ເພີ່ມພູມຄຸ້ມກັນກຳຈັດພິດໃນຮ່າງກາຍ

ສົ້ມປ່ອຍ ເພີ່ມພູມຄຸ້ມກັນກຳຈັດພິດໃນຮ່າງກາຍ

Published on

ສົ້ມ­ປ່ອຍ​ເປັນ​ສະ​ໝຸນ​ໄພ​ບ້ານໆ​ທີ່​ຊ່ວຍ​ຮັກສາ​ອາ­ການ​ຕ່າງໆ​ຢ່າງ​ເຫັນ​ ຜົນ, ໃບ ແລະ​ຍອດອ່ອນ​ຂອງ​ສົ້ມ­ປ່ອຍ​ຖື​ເປັນ​ຜັກ​ທີ່​ມີ​ວິ­ຕາ­ມິນ​ເອ ແລະ ເບ​ຕາ​ແຄ​ໂຣ​ທີນ​ສູງ​ທີ່​ສຸດ ເພາະ​ມີ​ລິດ​ໃນ​ການ​ຕໍ່­ຕ້ານອະ­ນຸ​ມູນ​ອິດ­ສະ­ຫຼະນອກ­ຈາກ​ນີ້​ໃນ​ໝາກ​ຍັງ​ ພົບສານ​ຊາ​ໂພ​ນິນ​ທີ່​ເຮັດ​ໃຫ້​ເຊວ​ຂອງ​ຮ່າງ­ກາຍ​ເຮັດວຽກ​ໄດ້​ດີ​ຂຶ້ນ ທັງ​ຊ່ວຍ​ໃນ​ການ​ເພີ່ມ​ພູມ​ຄຸ້ມ​ກັນ ຂອງ​ຮ່າງ­ກາຍ​ອີກ​ດ້ວຍ.

ສັບ­ພະ​ຄຸນ​ທາງ​ຢາ: ແກ້​ໄອ​ໃຫ້​ເອົາ​ເປືອກ​ພໍ​ປະມານ​ແຊ່​ນ້ຳ​ດື່ມ​ຈະ​ເຮັດ​ໃຫ້​ຊຸ່ມ​ຄໍ​ແກ້​ໄອ​ ໄດ້ ຫຼື ຈະ​ນຳເອົາ​ໝາກ​ຂອງ​ມັນ​ໄປ​ປິ້ງ​ໄຟ​ໃຫ້​ເຫຼືອງ​ຫອມ​ແລ້ວ ນຳ­ໄປ​ຊົງ​ກັບ​ນ້ຳ​ດື່ມ​ເປັນ​ນ້ຳ​ຊາ​ເພື່ອ​ແກ້​ອາ­ການ​ໄອກໍ​ໄດ້, ແກ້​ໄຂ້, ທ້ອງ​ອືດ​ໃຊ້​ຍອດ​ອ່ອນ​ຕົ້ມ​ກິນ​ກັບເຂົ້າ­ຕົ້ມ​ໂຈ໊ກ, ນຳ​ຍອດ​ອ່ອນ​ມາ​ຕຳ​ລວມ​ກັບ​ຂີ້­ໝິ້ນ​ແລ້ວ​ໃສ່​ນ້ຳ­ມັນ​ພືດ​ໜ້ອຍ​ໜຶ່ງໝົກ​ໄຟ​ ໃຫ້​ອຸ່ນໆ​ແລ້ວ​ນຳ­ໄປ​ຟອກ​ແກ້​ພິດ​ຝີ​ໜອງ​ເຮັດ​ໃຫ້​ຝີ​ໜອງ​ແຕກ​ໄວ ຫຼື ຢຸບ​ໄປ​ເລີຍ ນອກ­ຈາກ​ນັ້ນ​ຍັງ​ສາ­ມາດ​ໃຊ້​ຮາກ​ຂອງສົ້ມ­ປ່ອຍ​ຝົນ​ໃສ່​ນ້ຳ ແລະ​ປູນ​ໃສ​ທາ​ບໍ­ລິ­ເວນ​ທີ່​ເປັນ​ຝີ​ໜອງ​ກໍ​ໄດ້, ແກ້​ໂລກ​ຕັບ​ອັກ­ເສບ​ໃຊ້​ເປືອກ​ພໍ­ປະ­ມານ​ຕົ້ມ​ກິນ​ແທນ​ນ້ຳ​ທຸກໆ​ມື້, ແກ້​ອາ­ການ​ຖອກ­ທ້ອງ​ໃຊ້ຮາກ​ສົ້ມ­ປ່ອຍ​ຕົ້ມ​ດື່ມ​ແທນ​ນ້ຳ​ຈົນ​ກວ່າ​ຈະ​ຫາຍ​ດີ.

 

ທີ່ມາ: ເສກຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...