spot_img
Homeຂ່າວພາຍ​ໃນໂຮງງານຜະລິດຊີມັງກາກະທິງ ເມືອງວັງວຽງ ເລັ່ງປັບປຸງແລະພັດທະນາຢ່າງບໍ່ຢຸດຢັ້ງ

ໂຮງງານຜະລິດຊີມັງກາກະທິງ ເມືອງວັງວຽງ ເລັ່ງປັບປຸງແລະພັດທະນາຢ່າງບໍ່ຢຸດຢັ້ງ

Published on

ພາຍຫລັງລັດຖະບານເປີດກວ້າງ ການລົງທຶນຈາກຕ່າງປະເທດ, ນັບແຕ່ປີ 1995 ເຖິງປັດຈຸບັນ ໄດ້ມີນັກລົງທຶນຈາກ ສປ ຈີນ ເຂົ້າມາລົງທຶນກໍ່ສ້າງໂຮງງານຊີມັງເຖິງ 3 ແຫ່ງ ຢູ່ເມືອງວັງວຽງ ແຂວງວຽງຈັນ, ໃນນີ້ຫລັງທີ 1 ມີອາຍຸການນຳໃຊ້ງານປະມານ 20 ປີແລ້ວ, ຫລັງທີ 2 ກວ່າ 10 ປີ ແລະ ຫລັງທີ 3 ເລີ່ມການຜະລິດເມື່ອບໍ່ດົນມານີ້. ປັດຈຸບັນ ໄດ້ສົ່ງຜົນກະທົບທາງດ້ານສິ່ງແວດລ້ອມ ໂດຍສະເພາະ ບັນຫາຝຸ່ນລະອອງທີ່ເປັນມົນລະພິດ ຕໍ່ປະຊາຊົນໃນເຂດອ້ອມຂ້າງ ລວມທັງເທດສະບານ ເມືອງ ເຊິ່ງທາງບໍລິສັດ ດັ່ງກ່າວ, ກໍໄດ້ດຳເນີນການປັບປຸງແກ້ໄຂຕະຫລອດມາ.

ທ່ານ ຈັນທະວີໄລ ໄຊຍະລາດ ຮັກສາການຫົວໜ້າຫ້ອງການບໍລິຫານ ບໍລິສັດຊີມັງລາວ ຈຳກັດ ໃຫ້ຂໍ້ມູນວ່າ ໂຮງງານຊີມັງວັງວຽງຫຼັງ 1 ທີ່ໃຊ້ງານມາແຕ່ປີ 1995 ຫລື ປະມານ 20 ປີກ່ອນ ເຊິ່ງເປັນເທັກໂນໂລຢີສະໄຫມນັ້ນອາດເກົ່າແກ່ ແລະອາດບໍ່ສາມາດຮັບປະກັນດ້ານສະພາບແວດລ້ອມໃນມາຕະຖານປັດຈຸບັນ. ຢ່າງໃດກໍຕາມ ທາງບໍລິສັດໄດ້ມີການກໍ່ສ້າງໂຮງງານຫລັງທີ 3 ແລະ ເປີດນຳໃຊ້ການຜະລິດມາແລ້ວໃນໄລຍະໜຶ່ງ ຫາກໂຮງງານຫລັງນີ້ ໄດ້ຜະລິດຢ່າງເຕັມສ່ວນແລ້ວ ກໍຈະມີການຢຸດເຊົາການຜະລິດຊີມັງຂອງຫລັງທີ 1 ທັນທີ. ຈາກນັ້ນ ບໍລິສັດຊີມັງລາວ ຈຳກັດ ກໍຈະມີໂຮງງານຜະລິດຊີມັງ ພຽງ 2 ຫລັງ ເຊິ່ງມີເຕັກໂນໂລຊີການຜະລິດທີ່ທັນສະໄໝກວ່າເກົ່າ ທັງຮັບປະກັນດ້ານຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ. ສຳລັບຫລັງທີ 2 ແມ່ນໄດ້ດຳເນີນການຜະລິດມາ ບໍ່ຕ່ຳກວ່າ 15 ປີ, ສາມາດຜະລິດຊີມັງໄດ້ 250.000 ໂຕນ/ປີ ແລະ ແຫ່ງທີ 3 ມີຄວາມສາມາດຜະລິດຊີມັງ ປະມານ 1 ລ້ານໂຕນ/ປີ.

ທ່ານ ຈັນທະວີໄລ ໄຊຍະລາດ ໄດ້ໃຫ້ຮູ້ຕື່ມກ່ຽວກັບບັນຫາການລະເບີດຫີນ ເພື່ອນຳວັດຖຸດິບເຂົ້າໂຮງງານ ໃນໄລຍະຜ່ານມາ ມີບາງຄັ້ງໄດ້ສົ່ງຜົນກະທົບ ຕໍ່ເຮືອນຊານຂອງປະຊາຊົນ ແຕ່ທາງບໍລິສັດ ກໍໄດ້ແກ້ໄຂດ້ວຍການຊົດເຊີຍ ແລະ ຍົກຍ້າຍປະຊາຊົນອອກຈາກເຂດດັ່ງກ່າວ ທີ່ເຫັນວ່າມີຄວາມຈຳເປັນ. ນອກນີ້ ຍັງໄດ້ເພີ່ມຄວາມລະມັດລະວັງ ແລະ ຮັບປະກັນ ໃນການເຮັດວຽກຂອງວິຊາການຫລາຍຂຶ້ນ ເພື່ອຫລີກລ້ຽງບັນຫາທີ່ອາດເກີດຂຶ້ນ ເຮັດໃຫ້ປະຊາຊົນມີການດຳລົງຊີວິດດ້ວຍຄວາມພໍໃຈ.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...