ມາຮູ້ກັນວ່າຜູ້ຊາຍມັກແມ່ຍິງແບບໃດຫຼາຍທີ່ສຸດ

ຄຳຖາມທີ່ພົບເລື້ອຍໆຈາກແມ່ຍິງ ວ່າ ຜູ້ຊາຍມັກແມ່ຍິງແບບໃດທີ່ສຸດ ວັນນີ້ເຮົາເລີຍມີຄຳຕອບມາບອກໃຫ້ຮູ້ເຊິ່ງຈະມີແນວໃດນັ້ນເຮົາມາອ່ານກັນເລີຍ
51006 (1)

ແມ່ຍິງ ມີຮູບຮ່າງ ເຊັກສ໌ຊີ

99% ທີ່ຜູ້ຊາຍຈະມັກແມ່ຍິງທີ່ມີຮູບຮ່າງເຊັກສ໌ຊີ ຊວດຊົງອົງແອວສົມສ່ວນ ຜູ້ຊາຍມັກຈະຫລຽວເບິ່ງທຸກຄັ້ງທີ່ມີສາວຮຸ່ນແບບນີ້ຍ່າງຜ່ານ ສ່ວນຈະໄດ້ເປັນແຟນ ຫຼື ບໍ່ໄດ້ເປັນນັ້ນກໍ່ອີກເລື່ອງໜຶ່ງ ແຕ່ຂໍໃຫ້ໄດ້ເບິ່ງ ໄດ້ແຍງ ກໍ່ສຸກໃຈແລ້ວ

aa636

ແມ່ຍິງອາລົມດີ, ຢອກເກັ່ງ

ເຖິງຮູບລັກພາຍນອກຈະເປັນສິ່ງທຳອິດທີ່ຜູ້ຊາຍເບິ່ງ ແຕ່ເອົາແທ້ໆ ການໄດ້ຢູ່ກັບແມ່ຍິງທີ່ອາລົມດີ ເຮັດໃຫ້ມີຮອຍຍິ້ມ, ມີຄວາມສຸກ, ສະບາຍໃຈ ແບບນີ້ຈະຢູ່ກັນໄດ້ຍາວກວ່າ

aa642

ແມ່ຍິງທີ່ມີຄວາມເປັນແມ່ບ້ານແມ່ເຮືອນ

ສັງເກດໄດ້ເລີຍວ່າຜູ້ຊາຍຫຼາຍຄົນຈະເລືອກແມ່ຍິງທີ່ຮູ້ເຮັດວຽກເຮືອນ ຮູ້ເອົາໃຈໃສ່ດູແລ ລວມເຖິງເປັນຄູ່ຄິດທີ່ດີມາເປັນຄູ່ຊີວິດສະເໝີ ເຖິງຊີວິດຈະລຽບງ່າຍ ແຕ່ກໍ່ອົບອຸ່ນໃຈດີ

aa637

ແມ່ຍິງທີ່ເປັນທັງແຟນ ແລະ ເພື່ອນຄູ່ຄິດໄດ້

ຜູ້ຊາຍຈະມັກແມ່ຍິງທີ່ສາມາດເປັນທັງຄົນຮັກໃຫ້ຄວາມສຸກທາງກາຍ,ໃຈ ແລະ ເປັນທັງເພື່ອນຄອຍໃຫ້ກຳລັງໃຈ, ໃຫ້ຄຳຄິດເຫັນໄດ້ໃນຍາມພົບບັນຫາ ໃນເວລາດຽວກັນ ເພາະຍິ່ງຢູ່ນຳກັນກໍ່ຍິ່ງເຂົ້າໃຈກັນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນຫຼາຍຂຶ້ນ ແລະ ຈະບໍ່ຈູ້ຈີ້ຈຸກຈິກເລື່ອງສ່ວນຕົວຂອງກັນ ແລະ ກັນຫຼາຍເກີນໄປ, ໄປໃສໄປກັນ ແມ່ຍິງແບບນີ້ທີ່ຜູ້ຊາຍຕ້ອງການ

aa639

ແມ່ຍິງທີ່ເບິ່ງລຶກລັບ

ຜູ້ຊາຍຫຼາຍຄົນມັກຄວາມຕື່ນເຕັ້ນ ຮັກຄວາມທ້າທາຍທີ່ສຸດ ດັ່ງນັ້ນຖ້າພົບແມ່ຍິງທີ່ເບິ່ງລຶກລັບ ເໝືອນມີຫຍັງຊ້ອນຢູ່ລໍໃຫ້ພວກເຂົາຄົ້ນຫາ ເປັນແມ່ຍິງທີ່ມີສະເໜ່ຍິ່ງໄດ້ຍາກຍິ່ງມີຄວາມໝາຍ

aa641

ແມ່ຍິງທີ່ດູແລຕົວເອງໄດ້

ຖ້າຕອນນີ້ຫາກສາວໆຄົນໃດຄິດວ່າການເປັນແມ່ຍິງທີ່ເກັ່ງແມ່ນບໍ່ໜ້າຮັກ, ບໍ່ໜ້າເຂົ້າໃກ້ແມ່ນທ່ານຄິດຜີດ ສາວໆທີ່ສາມາດເພິ່ງພາຕົນເອງໄດ້ບໍ່ແມ່ນເຮັດຕົວອ່ອນແອ, ບໍ່ຮູ້ເຮັດຫຍັງ ຄອຍໃຊ້ແຕ່ແຟນເຮັດໃຫ້ທ່າດຽວນັ້ນ ຜູ້ຊາຍບາງຄົນກໍ່ຈະບໍ່ມັກ ທ່ານຈົ່ງຈື່ໄວ້ສະເໝີແມ່ຍິງຕ້ອງອ່ອນໂຍນແຕ່ບໍ່ແມ່ນອ່ອນແອ

aa638

ແມ່ຍິງຂີ້ອ້ອນ

ຜູ້ຊາຍຫຼາຍຄົນຈະມັກແມ່ຍິງຂີ້ອ້ອນ ເພາະເບິ່ງແລ້ວເປັນຕາຮັກ ແຕ່ແມ່ຍິງເອງກໍ່ຕ້ອງຮູ້ຈັກລະດັບຂອງການອ້ອນຂອງຕົນເອງ, ຮູ້ຈັກກາລະເທສະໃນເວລາອ້ອນຜູ້ຊາຍ ຖ້າທ່ານເປັນແມ່ຍິງທີ່ຂີ້ອ້ອນຫຼາຍຈົນເກີນໄປ ແລະ ບໍ່ຮູ້ເວລາ, ສະຖານທີ່ເໝາະສົມໃນການອ້ອນຝ່າຍຊາຍ ທ່ານຈະເປັນແມ່ຍິງທີ່ໜ້າລຳຄານທັນທີ ແລະ ຜູ້ຊາຍສ່ວນຫຼາຍຈະບໍ່ມັກແມ່ຍິງປະເພດຂີ້ອ້ອນເກີນງາມ

 

 

ທີ່ມາ: http://men.kapook.com/