spot_img
Homeຂ່າວພາຍ​ໃນອາເຊນອລ ທຸ່ມເງິນ 65 ລ້ານຢູໂຣ ຫວັງດຶງ ອັລບາໂຣ່ ຮ່ວມທີມ

ອາເຊນອລ ທຸ່ມເງິນ 65 ລ້ານຢູໂຣ ຫວັງດຶງ ອັລບາໂຣ່ ຮ່ວມທີມ

Published on

ສື່​ເຜີຍ ອາ​ເຊນ​ອລ ກຽມ​ເງິນ 65 ລ້ານ​ຢູ​ໂຣ​ໃຫ້​ກັບ ເຣ​ອັລ ມາດ​ຣິດ ຫວັງ​ດຶງ ອັລ​ບາ​ໂຣ່ ໂມ​ຣາ​ຕ້າ ກອງ​ໜ້າ ຢູ​ເວນ​ຕູດ ມາ​ຮ່ວມ​ທີມ​ຫຼັງ ເຣ​ອັລ ມາດ​ຣິດ ເລັ່ງ​ທຸ່ມ​ເງິນ 32 ລ້ານ​ຢູ​ໂລ​ຊື້​ນັກ​ເຕະ​ກັບ​ສູ່​ທີມ ແລະ​ຂາຍ​ໃຫ້​ຕໍ່ ເດິ ກັນ​ເນີ ໃນ​ລະ­ດູ​ການ​ນີ້.

    ຄໍ​ຣິ​ເອ​ເຣ່ ສື່​ດັງ​ແດນ​ມະ​ກະ​ໂຣ​ນີ ລາຍ​ງານ​ຂ່າວ​ວ່າ ອາ​ເຊນ​ອລ ສະ­ໂມ­ສອນ​ໃຫຍ່ ພຣີ​ເມຍ​ລີກ ອັງ­ກິດ ໄດ້​ຍື່ນ​ຂໍ້​ສະ­ເໜີ​ຈຳ­ນວນ​ມະ­ຫາ­ສານ​ເຖິງ 65 ລ້ານ​ຢູ​ໂລ ເພື່ອ​ຫວັງ​ດຶງ ອັລ​ບາ​ໂຣ່ ດາວ​ຍິງ​ຄົນ​ສຳ­ຄັນ ຢູ​ເວນ​ຕູດ ແຊ໋ມ ກັລ​ໂຊ ເຊ​ເຣຍ ອາ ມາ​ເສີມ​ທີມ​ໃຫ້​ແຂງ​ແກ່ງ​ກວ່າ​ເກົ່າ.

ເຊື່ອ​ກັນ​ວ່າ ເຣ​ອັລ ມາດ​ຣິດ ສະ­ໂມ­ສອນ​ໃຫຍ່ ລາ​ລີ​ກາ ສະ​ເປນ ພ້ອມ​ໃຊ້​ເງື່ອນ­ໄຂ​ຊື້​ກອງ​ໜ້າ​ທີມ​ຊາດ ສະ​ເປນ ອາ­ຍຸ 23 ປີ ກັບ​ບ້ານ​ພ້ອມ​ສະ­ເໜີ­ລາ­ຄາ 32 ລ້ານ​ຢູ​ໂລ ແລະ​ພ້ອມ​ຈະ​ຂາຍ​ຕໍ່­ໃຫ້ ອາ​ເຊນ​ອລ ທີ່​ມີ​ຂ່າວ​ສົນ­ໃຈ​ນັກ​ເຕະ​ຢູ່​ໃນ​ຊ່ວງ​ລະ­ດູ​ການ​ນີ້.

ສຳ­ລັບ ໂມ​ຣາ​ຕ້າ ຍ້າຍ​ຈາກ ໂລ​ສ ບລັງ​ໂກ​ສ ມາ​ເຕະ​ໃຫ້ ຢູ​ເວນ​ຕູດ ສະ​ເຕ​ດຽມ ເມື່ອ​ເດືອນ ມັງ­ກອນ ປີ 2014 ໂດຍ​ລະ­ດູ​ການ​ນີ້​ເຂົາ​ຍິງ​ໄປ 11 ລູກ ຈາກ 46 ນັດ ລວມ​ທຸກ​ລາຍ­ການ​ແລະ​ຫາ­ກໍ່​ຄວ້າ​ສູ​ູດ​ເດັດ​ເພື່ອ​ໂຕ້​ກັບ​ຕົ້ນ​ສັງ­ກັດ​ສະ­ໄໝ​ທີ 2.

 

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...