spot_img
Homeຂ່າວເຫດການຮອງປະທານປະເທດ ພັນຄຳ ວິພາວັນ ຮ່ວມສະຫລອງວັນສ້າງຕັ້ງ ສວນແກ້ວຫລັກເມືອງ ຄົບຮອບ 8 ປີ

ຮອງປະທານປະເທດ ພັນຄຳ ວິພາວັນ ຮ່ວມສະຫລອງວັນສ້າງຕັ້ງ ສວນແກ້ວຫລັກເມືອງ ຄົບຮອບ 8 ປີ

Published on

ຂປລ. ຕອນເຊົ້າວັນທີ 17 ພຶດສະພາ ນີ້, ​ເມືອງຊຳເໜືອແຂວງຫົວພັນ ໄດ້ຈັດພີທິສະ​ເຫລີ​ມສະຫລອງ​ວັນ​ສ້າງ​ຕັ້ງ​ສວນ​ແກ້ວ​ຫລັກ​ເມືອງ ຄົບຮອບ 8 ປີ (17 ພຶດສະພາ 2008-17 ພຶດສະພາ 2016), ​ໂດຍເປັນກຽດເຂົ້າຮ່ວມ​ຂອງທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ວັນໄຊແພງຊຸມມາເຈົ້າແຂວງໆຫົວພັນ, ມີບັນດາທ່ານ ການນຳຂັ້ນແຂວງ, ​ເມືອງຊຳເໜືອ, ຫົວໜ້າຮອງຫົວໜ້າພະແນກການອ້ອມຂ້າງແຂວງຕະຫລອດຮອດມວນຊົນ​​ເມືອງຊຳເໜືອ ເຂົ້າຮ່ວມຢ່າງຫລວງຫລາຍ.

Untitled-1 vankham 1

ໃນ​ພິທີ​ຄັ້ງ​ນີ້, ທ່ານ ກິໂກໂນວັນ ບຸນສົງຄາມ ຮອງເຈົ້າເມືອງໆຊຳເໜືອ ​ໄດ້​ເລົ່າມູນເຊື້ອປະຫວັດຄວາມເປັນມາໃນການສ້າງຕັ້ງສວນແກ້ວຫລັກເມືອງເຊິ່ງເປັນສັນຍາລັກຄູ່ບ້ານຄູ່ເມືອງແລະເປັນມິ່ງແກ້ວຂວັນເມືອງ, ​ເປັນຄະຕິເຕືອນໃຈຂອງຊາວແຂວງ ຫົວພັນ ເຊັ່ນ: ຢູ່ຮ່ວມກັນຢ່າງສັນຕິສຸກ, ບຸກບືນສ້າງສາຄວາມຈະເລີ, ນຳພາປະຊາຊົນຢູ່ເຢັນເປັນສຸກແລະ ປົກຄອງບ້ານເມືອງໂດຍຍຸຕິທຳ, ສາມາດເຮັດໃຫ້ເມືອງຊຳເໜືອ ກໍຄືແຂວງຫົວພັນມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ, ​ເສດຖະກິດ-​ສັງຄົມ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.

ສວນແກ້ວຫລັກເມືອງແຫ່ງນີ້ສ້າງ​ຂຶ້ນ​​ໂດຍ​ແນ່ໃສ່ສ້າງໃຫ້ມີສູນລວມທາງດ້ານຈິດໃຈ ເພື່ອເຊີດຊູກຽດສັກສີ, ຊື່ສຽງ, ມູນເຊື້ອວິລະຊົນຂອງປະຊາຊົນບັນດາເຜົ່າທົ່ວແຂວງຫົວພັນ​, ໃນ​ດິນແດນ​​ແຫ່ງນີ້ໄດ້ເປັນເຂດທີ່ໝັ້ນຂອງການປະຕິວັດ, ​ເປັນຖິ່ນກຳເນີດຂອງພັກປະຊາຊົນປະຕິບັດລາວ, ​ເປັນຖິ່ນກຳເນີດ ກອງທັບປະຊາຊົນລາວ, ​ເປັນສູນກາງຊີ້ນຳໆພາການປະຕິວັດ ຈົນສາມາດໄດ້ຮັບໄຊຊະນະຢ່າງສົມບູນໃນວັນທີ 2 ທັນວາ ປີ 1975. ນອກນັ້ນ, ຍັງເປັນສັນຍາລັກແຫ່ງຄວາມກະຕັນຍູ້ຮູ້ບຸນຄຸນຂອງຊາວແຂວງຫົວພັນຕໍ່ກັບບັນພະບູລຸດ, ນັກຮົບແລະ ປະຊາຊົນທີ່ມີຄຸນງາມຄວາມດີຕໍ່ພາລະກິດປະຕິວັດກໍຄືພາ ລະກິດແຫ່ງການຕໍ່ສູ້ປົກປັກຮັກສາແລະ ສ້າງສາ​​ແຂວງຫົວພັນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...