spot_img
Homeຂ່າວຕ່າງປະເທດລະເບີດກາງເມືອງຫລວງອີຣັກອີກ 4 ຈຸດ ມີຜູ້ເສຍຊີວິດລວມ ຢ່າງໜ້ອຍ 63 ຄົນ!

ລະເບີດກາງເມືອງຫລວງອີຣັກອີກ 4 ຈຸດ ມີຜູ້ເສຍຊີວິດລວມ ຢ່າງໜ້ອຍ 63 ຄົນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ພຶດສະພາຜ່ານມານີ້ວ່າ ເກີດເຫດລະເບີດຂ້າຕົວຕາຍ 4 ຈຸດ ຢູ່ຕະຫລາດ 3 ແຫ່ງ ແລະ ອີກແຫ່ງໜຶ່ງເປັນຮ້ານອາຫານ ໃຈກາງນະຄອນຫລວງແບກແດດ ປະເທດອີຣັກ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດລວມກັນ ຢ່າງໜ້ອຍ 63 ຄົນ ແລະ ບາດເຈັບອີກ ຫລາຍກວ່າ 100 ຄົນ ຊຶ່ງນັບເປັນການໂຈມຕີໃນເມືອງຫລວງຂອງປະເທດ ເທື່ອທີ 3 ແລ້ວໃນຮອບໜຶ່ງອາທິດຜ່ານມາ.

ຜູ້ຊ່ຽວຊານໃນອີຣັກ ໄດ້ອອກມາລະບຸວ່າ ການໂຈມຕີລັກສະນະດັ່ງກ່າວນີ້ ແມ່ນເປັນຝີມືຂອງກຸ່ມໄອເອັສ ໂດຍໃນໄລຍະ 7 ມື້ຜ່ານມາ ໄດ້ເກີດເຫດໂຈມຕີ ຢູ່ນະຄອນຫລວງແບກແດດມາແລ້ວ 2 ຄັ້ງ ໃນວັນສຸກທີ 13 ພຶດສະພາ ແລະ ວັນອາທິດທີ 15 ພຶດສະພາ ຊຶ່ງລວມກັນກັບເຫດການຫລ້າສຸດນີ້ແລ້ວ ແມ່ນມີຜູ້ເສຍຊີວິດເຖິງ 107 ຄົນ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...