spot_img
Homeນານາສາລະຂິມິ້ນຂຶ້ນ ແລະ ເປືອກໝາກມັງຄຸດ ຮັກສາຕີນຫໍໄດ້

ຂິມິ້ນຂຶ້ນ ແລະ ເປືອກໝາກມັງຄຸດ ຮັກສາຕີນຫໍໄດ້

Published on

ຕີນຫໍນີ້ບາງຄັ້ງກໍ່ເກີດຈາກການທີ່ເຮົາໃສ່ຖົງຕີນທີ່ມີເຊື້ອຣາຢູ່ ເຊື້ອຣາຈະເຂົ້າສູ່ຜິວໜັງ ແລະ ເຮັດໃຫ້ເກີດເປັນຕີນຫໍ ເຊິ່ງຈະພົບຫຼາຍ ເມື່ອກ້າວເຂົ້າສູ່ລະດູຝົນຫຼາຍຄົນອາດພົບບັນຫາກັບບັນນີ້ ວັນນີ້ເຮົາເລີຍມີເຄັດລັບການຮັກສາຕີນຫໍດ້ວຍ 2 ສູດສະໝຸນໄພທຳມະຊາດມາໃຫ້ທຸກທ່ານໄດ້ລອງເຮັດເບິ່ງ

1. ຂິມິ້ນຂຶ້ນ ໂດຍການນຳຂິມິ້ນຂຶ້ນຫົວແກ່ ມາລ້າງໃຫ້ສະອາດແລ້ວຊອຍບາງໆ ຈາກນັ້ນກໍ່ນຳມາບົດລະອຽດ ຫຼັງອາບນ້ຳ ຫຼື ເຮັດຄວາມສະອາດຕີນແລ້ວໃຫ້ນຳຂິມິ້ນທີ່ບົດລະອຽດມາທາໃສ່ ວັນລະ 2-3 ຄັ້ງ ເຮັດເປັນປະຈຳຈົນກວ່າຈະຫາຍດີ

2. ນຳເປືຶອກໝາກມັງຄຸດ ມາ 2-3 ໜ່ວຍ ມາຕົ້ມນ້ຳຈົນຟົດ ປະໄວ້ໃຫ້ອຸ່ນ ແລ້ວນຳນ້ຳມາແຊ່ຕີນວັນລະ 3 ຄັ້ງ ຈາກນັ້ນກໍ່ລ້າງອອກດ້ວຍນ້ຳສະອາດ ເຊັດໃຫ້ແຫ້ງ ແລ້ວທາຮອບໆດ້ວຍແອລກໍຮໍ 70%  ມັນຈະຊ່ວຍສະໝານແຜ ແລະ ຢັບຢັ້ງການຕິດເຊື້ອແບັກທີເຣຍໄດ້

ບົດຄວາມຫຼ້າສຸດ

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...

ໝໍຫວຽດນາມຟິວຂາດ ກໍລະນີໝໍມີການທຳຮ້າຍຮ່າງກາຍ ແລະ ຊັບສິນຄົນເຈັບໃນຄລີນິກແຂ້ວ

ເຊິ່ງກຳລັງເປັນກະແສຮ້ອນແຮງໃນຫວຽດນາມ ແລະ ຖືກແຊສອອກໄປເປັນວົງກ້ວາງ ກໍລະນີວີດີໂອໝໍແຂ້ວ (ທັນຕະເເພດ) ໄດ້ທຳຮ້າຍຮ່າງກາຍຄົນເຈັບ. ອີງຕາມການລາຍງານຈາກສຳນັກຂ່າວຈາກປະເທດຫວຽດນາມລາຍງານໃຫ້ຮູ້ວ່າ ໃນວັນທີ 03/09/2025 ທີ່ຜ່ານມາ, ເກີດເຫດການ ທ່ານໝໍທຳຮ້າຍຮ່າງກາາຍຄົນເຈັບ ຢູ່ຄີນິກປົວແຂ້ວແຫ່ງໜຶ່ງໃນປະເທດຫວຽດນາມ ໂດຍມີສາເຫດຄື: ຄົນເຈັບແມ່ນໃຊ້ບໍລິການຢູ່ຄລິນິກດັ່ງກ່າວ,...

ຂໍສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ທ່ານທູດ ມໍລະກົດ ສີສະຫວັດ ທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ມອບຫລຽນກາມິດຕະພາບໃຫ້ແກ່ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກໄທ ໃນຕອນບ່າຍວັນທີ 8 ກັນຍາ 2025 ຢູ່ກະຊວງການຕ່າງປະເທດ,...