spot_img
Homeຄວາມງາມ3 ສູດເດັດແກ້ໄຂບັນຫາຕາຕຸ່ມດຳ ແລະ ດ້ານ

3 ສູດເດັດແກ້ໄຂບັນຫາຕາຕຸ່ມດຳ ແລະ ດ້ານ

Published on

ສຳລັບຄົນທີ່ມີຕາຕຸ່ມດຳ ແລະ ດ້ານ ຄົງເປັນບັນຫານັກໃຈຂອງທ່ານໂດຍສະເພາະແມ່ນສາວໆ ແລະ ວັນນີ້ເຮົາເລີຍມີ 3 ສູດເດັດໃນການແກ້ໄຂບັນຫາຕາຕຸ່ມດຳ ແລະ ດ້ານມາຝາກ

ສູດທີ 1

ສິ່ງທີ່ຕ້ອງກຽມ
• ໝາກນາວສົດ 1 ໜ່ວຍ

ວິທີເຮັດ

ນຳໝາກນາວມາຂັດໃນບໍລິເວນທີ່ເປັນ ຕາຕຸ່ມດຳ ແລະ ດ້ານ ປະໄວ້ປະມານ 3 ນາທີ ແລ້ວລ້າງອອກ ເຮັດເປັນປະຈຳ ຮັບຮອງເລີຍວ່າຕາຕຸ່ມທີ່ດຳ ແລະ ດ້ານ ຈະຄ່ອຍໆສີຈາງອອກ ແລະ ນຸ້ມຂຶ້ນແນ່ນອນ

ສູດທີ 2

ສິ່ງທີ່ຕ້ອງກຽມ
• ເກືອມຸ່ນ 1 ບ່ວງແກງ
• ເບບີ້ອອຍ 2 ບ່ວງກາເຟ

ວິທີເຮັດ

ນຳທັງສອງຢ່າງມາປະສົມເຂົ້າກັນ ແລ້ວນຳມາຂັດທີ່ຕາຕຸ່ມທີ່ດຳ ແລະ ດ້ານ ປະມານ 5 ນາທີ ຈາກນັ້ນກໍ່ລ້າງອອກ ສູດນີ້ແມ່ນເຮັດອາທິດລະ 2 ຄັ້ງ ຈະເຮັດໃຫ້ຕາຕຸ່ມຂາວຂຶ້ນ ແລະ ນຸ້ມຂຶ້ນອີກດ້ວຍ

ສູດທີ 3

ສິ່ງທີ່ຕ້ອງກຽມ
• ນ້ຳຕານຊາຍແດງ 1 ບ່ວງແກງ
• ນົມສົດ

ສິ່ງທີ່ຕ້ອງເຮັດ

1. ນຳທັງສອງຢ່າງມາປະສົມເຂົ້າກັນ ຈາກນັ້ນກໍ່ນຳມາຂັດທີ່ບໍລິເວນຕາຕຸ່ມ ປະມານ 5 ນາທີ ແລ້ວລ້າງອອກ ເຮັດສູດນີ້ ອາທິດລະ 2 ຄັ້ງ ຕາຕຸ່ມກໍ່ຈະຄ່ອຍໆຂາວຂຶ້ນ ແລະ ນຸ້ມຂຶ້ນ

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...