Homeຂ່າວພາຍ​ໃນຄ່ານິຍົມອາຊີບຫ້ອງແອ! ຄົນລາວເມີນຮຽນອາຊີວະ ເຮັດໃຫ້ປະເທດຊາດ ຂາດແຄນແຮງງານ ພາກອຸດສາຫະກຳ!

ຄ່ານິຍົມອາຊີບຫ້ອງແອ! ຄົນລາວເມີນຮຽນອາຊີວະ ເຮັດໃຫ້ປະເທດຊາດ ຂາດແຄນແຮງງານ ພາກອຸດສາຫະກຳ!

Published on

ຄົນເຮົາໃນສັງຄົມສ່ວນໃຫຍ່ ຖືວ່າອາຊີບກຳມະກອນ ເປັນຕົ້ນ: ກຳມະກອນກໍ່ສ້າງ, ຊ່າງໄຟຟ້າ, ຊ່າງສ້ອມແປງເຄື່ອງກົນຈັກ, ຊ່າງຕັດຫຍີບ, ເສີມສວຍ ແລະ ອື່ນໆ ເປັນອາຊີບທີ່ບໍ່ມີກຽດ, ບໍ່ມີຄວາມຮູ້, ຕ້ອງ ອອກແຮງງານທາງຮ່າງກາຍ ຫລາຍກວ່າມັນສະໝອງ ແຕ່ໄດ້ຄ່າຕອບແທນບໍ່ສູງ, ດັ່ງນັ້ນ ຄົນສ່ວນຫລາຍຈຶ່ງ ບໍ່ນິຍົມປະກອບອາຊີບນີ້ ຈາກຄ່ານິຍົມດັ່ງກ່າວ ຈຶ່ງເຮັດໃຫ້ປະເທດເຮົາ ຂາດແຮງງານໃນຂະແໜງວິຊາຊີບ ຫລື ອາຊີວະ. ກົງກັນຂ້າມ ໃນຍຸກການເຊື່ອມໂຍງດ້ານເສດຖະກິດອາຊຽນ (AEC), ບັນດາຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະໃນຂະແໜງອຸດສາຫະກຳ ຊ້ຳພັດຕ້ອງການແຮງງານໃນຂະແໜງການນີ້ ເປັນຈຳນວນຫລວງຫລາຍ ແລະ ຖ້າຫາກເປັນຜູ້ທີ່ມີສີມືແຮງງານ ກໍຈະໃຫ້ຄ່າຈ້າງແຮງງານທີ່ສູງກວ່າ  ທຽບໃສ່ພະນັກງານຫ້ອງແອ.

ດັ່ງທີ່ ທ່ານ ຄຳແກ້ວ ພະຫາໄຊ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ໄດ້ຍົກໃຫ້ເຫັນວ່າ: ໃນຍຸກການເຊື່ອມໂຍງ ເປັນປະຊາຄົມເສດຖະກິດອາຊຽນ, ບັນຫາທີ່ທ້າທາຍທີ່ສຸດ ຂອງຂະແໜງແຮງງານ ແມ່ນຍັງຂາດບຸກຄະລາກອນ ທີ່ມີສີມືແຮງງານດ້ານວິຊາຊີບ ເຊິ່ງຜ່ານມາ ກໍໄດ້ຈັດງານຕະ ຫລາດນັດແຮງງານຂຶ້ນ ໂດຍມີຈຸດປະສົງ ເພື່ອຮັບສະໝັກແຮງງານໃນສາຍນີ້ ແຕ່ຊ້ຳພັດມີຜູ້ມາສະໝັກ ໃນສາຍວິຊາຊີບພຽງ 2 ຄົນ, ກົງກັນຂ້າມ ໃນສາຍບໍລິຫານ ພັດມີຄົນມາສະໝັກ 100 ກວ່າຄົນ.

ສິ່ງດັ່ງກ່າວສະແດງໃຫ້ເຫັນແລ້ວວ່າ: ນັກຮຽນນັກສຶກສາຢູ່ບ້ານເຮົາ ບໍ່ນິຍົມຮຽນໃນສາຍວິຊາຊີບ ຫລື ອາຊີວະ, ລວມເຖິງຜູ້ປົກຄອງ ກໍບໍ່ສົ່ງເສີມໃຫ້ລູກຫລານຮຽນໃນສາຍດັ່ງກ່າວ ເພາະຄິດວ່າເປັນວຽກບໍ່ມີກຽດ, ເຮັດວຽກໜັກ ແຕ່ໄດ້ຄ່າຕອບແທນຕໍ່າ ຈຶ່ງຍາກໃຫ້ລູກຫລານຮຽນແຕ່ສາຍບໍລິຫານ: ເຊັ່ນ: ທະນາຄານ, ບັນຊີ, ການຄ້າ, ທ່ອງທ່ຽວ ແລະ ອື່ນໆ ຈຶ່ງໄດ້ເຮັດວຽກສະບາຍຢູ່ໃນຫ້ອງແອ, ເຮັດໃຫ້ນັກສຶກສາທີ່ຮຽນຈົບສາຍບໍລິຫານ ໃນແຕ່ລະປີ ມີຈຳນວນຫລວງຫລາຍ ແລະ ເກີດມີບັນຫາຫວ່າງງານ. ກົງກັນຂ້າມ ກັບນັກສຶກສາທີ່ຮຽນຈົບ ສາຍອາຊີວະ ຫລື ວິຊາຊີບພັດມີວຽກເຮັດງານທຳ, ມີລາຍຮັບທີ່ແນນອນ ແລະ ໝັ້ນຄົງ ເນື່ອງຈາກວ່າ ໃນປັດຈຸບັນຫົວໜ່ວຍທຸລະກິດ ໃນຂະແໜງອຸດສາຫະກຳຢູ່ປະເທດເຮົາ ມີທ່າຂະຫຍາຍຕົວ ແລະ ຕ້ອງການແຮງງານດ້ານນີ້ ເປັນຈຳນວນຫລວງຫລາຍ ບັນດາຫົວໜ່ວຍທຸລະກິດເຫລົ່ານັ້ນ ຈຶ່ງເຮັດສັນຍາ ການຮ່ວມມືກັບວິທະຍາໄລອາຊີວະ, ສູນຝຶກວິຊາຊີບແຫ່ງຕ່າງໆ ເພື່ອຮັບເອົານັກສຶກສາເຂົ້າຝຶກງານ ແລະ ເມື່ອມີສີມືແລ້ວ ກໍຈະຮັບເຂົ້າບັນຈຸໃນຂະແໜງການນັ້ນເລີຍ ເຖິງຢ່າງໃດກໍຕາມ ແຕ່ລະປີນັກສຶກສາ ທີ່ຮຽນຈົບສາຍນີ້ ກໍຍັງບໍ່ພຽງພໍກັບຄວາມຕ້ອງການ ຂອງຜູ້ປະກອບການຂະແໜງອຸດສາຫະກຳເທື່ອ.

ສະນັ້ນ ເພື່ອແກ້ໄຂບັນຫາແຮງງານເຫລືອບໍ່ພໍ ພວກເຮົາຕ້ອງໄດ້ຫັນປ່ຽນທັດສະນະຄະຕິ ແລະ ຄ່ານິຍົມໃໝ່ ໂດຍເລີ່ມຈາກສະຖາບັນຄອບຄົວ, ຜູ້ປົກຄອງ ຕ້ອງສົ່ງເສີມໃຫ້ລູກຫລານຮຽນ ໃນສາຍອາຊີວະ ຫລື ວິຊາຊີບໃຫ້ຫລາຍຂຶ້ນ ຈຶ່ງມີວຽກເຮັດງານທຳທີ່ໝັ້ນຄົງ ແລະ ມີລາຍຮັບແນ່ນອນ, ເພາະໃນປັດຈຸບັນພັກລັດ ໄດ້ສົ່ງເສີມຂະແໜງການນີ້ຫລາຍພໍສົມຄວນ ເນື່ອງຈາກປະເທດເຮົາ ພວມກ້າວໄປສູ່ການຜະລິດແບບ ອຸດສາຫະກຳເທື່ອລະກ້າວ, ບັນດາຫົວໜ່ວຍທຸລະກິດ ໃນຂະແໜງອຸດສາຫະກຳ ຈຶ່ງມີທ່າຂະຫຍາຍຕົວ ແລະ ມີຄວາມຕ້ອງການແຮງງານ ເພື່ອຂັບເຄື່ອນການຜະລິດ ເພື່ອຕອບສະໜອງຄວາມຕ້ອງການສົ່ງອອກ ໃນພາກພື້ນ ແລະ ສາກົນ.
ໂດຍ:
ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ເພີ່ມຄວາມສາມັກຄີ ຊ່ວຍພັດທະນາເຂດຫ່າງໄກສອກຫຼີກ ແລະ ເຂດຊາຍແດນ

ເນື່ອງໃນໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ...

ອົດສະຕາລີກຽມອອກມາດຕະການຫ້າມນັກຮຽນຕ່າງຊາດ ພາຄູ່ຄອງ-ລູກໄປອາໄສຢູ່ນຳ

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົດສະຕາລີອອກມາດຕະການເຂັ້ມງວດໃນການກວດຄົນເຂົ້າເມືອງ ໂດຍຫ້າມນັກຮຽນຕ່າງຊາດພາຄູ່ຄອງ ແລະ ລູກຕິດຕາມໄປຢູ່ອາໄສນຳ ພ້ອມເພີ່ມຄວາມເຂັ້ມງວດການປ່ຽນປະເພດວີຊາ ເພື່ອຫວັງຈະຫຼຸດຈຳນວນຜູ້ອົບພະຍົບໃຫ້ເຫຼືອ 2.25 ແສນຄົນພາຍໃນປີ 2028. ລັດຖະບານປະເທດອົດສະຕາລີກຽມອອກມາດຕະການເຂັ້ມງວດຂອງລະບົບຄົນເຂົ້າເມືອງ ໂດຍໜຶ່ງໃນມາດຕະການສຳຄັນຄື ຫ້າມນັກຮຽນຕ່າງຊາດນຳສະມາຊິກຄອບຄົວຕິດຕາມໄປອົດສະຕາລີໃນລະຫວ່າງການຮ່ຳຮຽນ ເຊິ່ງຄາດວ່າຈະສົ່ງຜົນຕໍ່ຄູ່ຄອງ ແລະ...

ນາຍົກມີຄໍາເຫັນເນັ້ນໜັກບັນດາກະຊວງ-ຂະແໜງການ ໃຫ້ເອົາໃຈໃສ່ວຽກວາງເປົ້າໝາຍໃຫ້ຊັດເຈນ ເພື່ອຫັນໄປສູ່ຄວາມທັນສະໄໝ

ໃນໂອກາດກ່າວເປີດ ທ່ານປະທານກອງປະຊຸມ ໄດ້ມີຄໍາເຫັນບາງຕອນວ່າ: ວຽກງານແຂ່ງຂັນ ແລະ ຍ້ອງຍໍ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ ແມ່ນການປຸກລະດົມກຳລັງແຮງຂອງມະຫາຊົນ ແລະ ທຸກຊັ້ນຄົນ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປະກອບສ່ວນສ້າງການຫັນປ່ຽນໃໝ່...

ຫາລືຄວາມເປັນໄປໄດ້ ລາວ-ໄທ ໄດ້ປຶກສາຫາລືເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການກໍ່ສ້າງ “ຂົວມິດຕະພາບ ລາວ-ໄທ” ບໍລິເວນຈຸດຜ່ານແດນສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ

ໃນວັນທີ 17 ກັນຍາ 2026 ທີ່ອຳເພີຊຽງຄານ ຈັງຫວັດເລີຍ ຣາຊະອານາຈັກໄທ, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ແຂວງວຽງຈັນ-ຈັງຫວັດເລີຍ ຄັ້ງທີ 21 ໂດຍຝ່າຍລາວ ນຳໂດຍ...