Homeນານາສາລະ7 ວິທີປ່ຽນຄວາມຈຳສັ້ນໃຫ້ເປັນຄວາມຈຳທີ່ຍາວຂຶ້ນ

7 ວິທີປ່ຽນຄວາມຈຳສັ້ນໃຫ້ເປັນຄວາມຈຳທີ່ຍາວຂຶ້ນ

Published on

ຊ່ວງນີ້ເປັນລະດູແຫ່ງການສອບເສັງຂອງນັກຮຽນຫຼາຍໆຄົນ ບາງຄົນທີ່ມີຄວາມຈຳສັ້ນກໍ່ອາດມີບັນຫາໃນເວລາເຫຼົ່າບົດຮຽນ ແລະ ເຮັດໃຫ້ມີຜົນຕໍ່ການສອບເສັງໄດ້ ແລະ ວັນນີ້ພວກເຮົາເລີຍບໍ່ພາດທີ່ຈະນຳຄວາມຮູ້ດີໆ ກ່ຽວກັບ 6 ວິທີປ່ຽນຄວາມຈຳສັ້ນໃຫ້ເປັນຄວາມຈຳທີ່ຍາວຂຶ້ນ ເຊິ່ງຈະມີແນວໃດນັ້ນມາອ່ານກັນເລີຍ

89 (1)

ອ່ານ ແລະ ທຳຄວາມເຂົ້າໃຈໃນບົດຮຽນແທນການທ່ອງຈຳແບບນົກແກ້ວ ກ່ອນສອບເສັງເປັນຊ່ວງທີ່ນັກຮຽນທຸກຄົນເລົ່າບົດຮຽນໂດຍອາໃສຄວາມຈື່ ແຕ່ຄວາມຈິງແລ້ວການສ້າງຄວາມຈຳທີ່ດີແມ່ນການທຳຄວາມເຂົ້າໃຈກັບເນື້ອໃນຂອງບົດຮຽນ ຄິດໄປຕາມລຳດັບເຊັ່ນ: ຫົວຂໍ້ແມ່ນຫຍັງ! ເວົ້າເຖິງຫຍັງ! ຜົນຮັບບມັນແມ່ນຫຍັງ ຖ້າເຮົາມີຄວາມເຂົ້າໃຈໃນຫົວຂໍ້ນັ້ນເຮົາກໍ່ຈະຈື່ຈຳເນື້ອໃນຂອງຫົວຂໍ້ນັ້ນໄດ້ດົນກວ່າການເລົ່າບົດທ່ອງ

ອ່ານໜັງສືອອກສຽງ ຫຼື ສອນໜັງສືໃຫ້ໝູ່ ການອ່ານອອກສຽງແມ່ນໄດ້ປະໂຫຍດຫຼາຍກ່ວາການອ່ານໜັງສືແບບມິດໆ ເພາະນອກຈາກຕາຈະໄດ້ເຫັນຕົວໜັງສືແລ້ວ ຫູກໍ່ໄດ້ຍິນສຽງເນື້ອໃນຂອງຫົວນັ້ນເຊັ່ນດຽວກັນ ເຊິ່ງຈະກະຕຸ້ນຄວາມຈຳຂອງສະໝອງໄດ້ດີ ຫຼື ການສອນໜັງສືໃຫ້ໝູ່ກໍ່ແມ່ນວິທີໜຶ່ງທີ່ເຮັດໃຫ້ເຮົາເຂົ້າໃຈໃນບົດຮຽນຫຼາຍຂຶ້ນ ຍ້ອນເຮົາຄົ້ນຄວ້າຄຳຕອບຂອງຫົວບົດນັ້ນຫຼາຍຂຶ້ນ

shutterstock_116988127

ກິນອາຫານທີ່ມີ DHA ເປັນສານອາຫານທີ່າຳຄັນຕໍ່ສະໝອງ ແລະ ຄວາມຈຳໄດ້ດີທີ່ສຸດ ສ່ວນຫຼາຍສານອາຫານປະເພດນີ້ຈະຢູ່ນຳປາ, ນ້ຳມັນປາ ໂອເມກ້າ 3 ເປັນຕົ້ນ

ອອກກຳລັງກາຍສະໝອງເປັນປະຈຳ ຖ້າຢາກໃຫ້ຮ່າງກາຍແຂງແຮງ ກໍ່ຕ້ອງອອກກຳລັງກາຍ ສະໝອງກໍ່ເຊັ່ນດຽວກັນທ່ານກໍ່ຕ້ອງພະຍາຍາມຝຶກສະໝອງໂດຍການຊອກເກມກີລາທີ່ໃຊ້ສະໝອງມາຫຼິ້ນເຊັ່ນ: ການຫຼິ້ນໝາກດ້າມ ເປັນຕົ້ນ

ພັກຜ່ອນສະໝອງ ການນອນພັກຜ່ອນໃຫ້ພຽງພໍຢ່າງໜ້ອຍວັນລະ 8 ຊົ່ວໂມງ ຈະຊ່ວຍເຮັດໃຫ້ຄວາມຈຳດີຂຶ້ນ

Woman studying at the library with books

ໝັ່ນຂຽນບັນທຶກ ການຈົດການແຕ້ມນອກຈາກຈະຊ່ວຍຝຶກທັກສະນະໃນການຂຽນພາສາແລ້ວ ມັນຍັງຊ່ວຍໃຫ້ເຮົາຮູ້ຈັກຮວບຮວມເລື່ອງລາວຕ່າງໆ ເຊິ່ງໃນເວລາແກ່ບົດສອບເສັງບາງຂໍ້ເຮົາອາດຈະຄິດຄຳຕອບອອກໄດ້ໃນເມື່ອທີ່ເຮົານຶກເຖິງຕອນຂຽນໜັງສື

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...