spot_img
Homeຂ່າວພາຍ​ໃນກຸ່ມຜູ້ລ້ຽງງົວພັນໃຫຍ່ 3 ເມືອງຂອງແຂວງວຽງຈັນ ແລະ ນ.ວ ຮ່ວມກັນຖອດຖອນບົດຮຽນ

ກຸ່ມຜູ້ລ້ຽງງົວພັນໃຫຍ່ 3 ເມືອງຂອງແຂວງວຽງຈັນ ແລະ ນ.ວ ຮ່ວມກັນຖອດຖອນບົດຮຽນ

Published on

ກຸ່ມຜູ້ລ້ຽງງົວພັນໃຫຍ່ 3 ເມືອງຄື ເມືອງວຽງຄຳ, ເມືອງທຸລະຄົມ ແຂວງວຽງຈັນ ແລະ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ຖອດຖອນບົວຮຽນ ກ່ຽວກັບການລ້ຽງງົວພັນໃຫຍ່ຮ່ວມກັນ ໃນວັນທີ 13 ພຶດສະພາ 2016 ທີ່ຜ່ານມາ ຢູ່ເມືອງປາກງື່ມ ໂດຍມີພະນັກງານຈາກໜວ່ຍງານລ້ຽງສັດ ຊາວກະສິກອນຜູ້ລ້ຽງງົວ ແລະ ບໍລິສັດ ພອນສັກ ພັດທະນາ ຈະເລີນການກະເສດ ຜູ້ສະໜອງແນວພັນງົວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ 30 ກວ່າທ່ານ.

ໃນການຖອດຖອນບົດຮຽນຄັ້ງນີ້ ກຸ່ມຜູ້ລ້ຽງງົວ ໄດ້ລົງເລິກສົນທະນາກັນ ແລະ ລົງເບິ່ງສະຖານທີ່ລ້ຽງງົວໂຕຈິງ ແລະ ການສົນທະນາກັນ ປະກອບດ້ວຍຫຼາຍບັນຫາ ເປັນຕົ້ນແມ່ນເຕັກນິກການປູກຫຍ້າ ເພື່ອເປັນອາຫານງົວ ການສ້າງຄອກງົວ ການສ້າງຮາງອາຫານງົວ ການສ້າງຮາງນ້ຳໄວ້ໃຫ້ງົວກິນ ການເຮັດເຄື່ອງບົດຫຍ້າໃຫ້ງົວ ສົນທະນາກ່ຽວກັບວິທີການປ້ອງກັນພະຍາດ ການປິ່ນປົວ ການດູແລຮັກສາ ແລະ ອື່ນໆອີກ ເຊິ່ງເຮັດໃຫ້ຊາວກະສິກອນ ກໍຄືກຸ່ມຜູ້ລ້ຽງງົວໃນ 3 ເມືອງມີບົດຮຽນໃນການລ້ຽງງົວຫຼາຍຂຶ້ນຕື່ມອີກ.

ທັງນີ້ ກຸ່ມຜູ້ລ້ຽງງົວພັນໃຫຍ່ ໃນເມືອງວຽງຄຳ, ເມືອງທຸລະຄົມ ແລະ ເມືອງປາກງື່ມ ແມ່ນຊາວກະສິກອນ ທີ່ໄດ້ຮັບການສົ່ງເສີມ ໂດຍການສະໜອງແນວພັນງົວໃຫຍ່ ຈາກບໍລິສັດ ພອນສັກ ພັດທະນາ ຈະເລີນການກະເສດ ມາເປັນເວລາປີກວ່າແລ້ວ ແລະ ມາຮອດປັດຈຸບັນ ບໍລິສັດດັ່ງກ່າວ ໄດ້ສະໜອງແມ່ພັນງົວໃຫຍ່ ໃຫ້ຊາວກະສິກອນ 3 ເມືອງດັ່ງກ່າວ ເກືອບ 300 ໂຕ ໃນນີ້ ຢູ່ເມືອງທຸລະຄົມ 259 ໂຕ ຜ່ານການລ້ຽງມາຮອດປັດຈຸບັນ ງົວຈຳນວນດັ່ງກ່າວ ໄດ້ເກີດລູກແລ້ວ 100 ກວ່າໂຕ.

 

ແຫລ່ງຂ່າວ:

ວຈທດ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ

ລາວ-ກໍາປູເຈຍ ລົງນາມສືບຕໍ່ຮ່ວມມືດ້ານການປັກຫຼັກໝາຍຊາຍແດນ ວັນທີ 26 ກໍລະກົດ2025 ລາວ-ກຳປູເຈຍ ຈັດກອງປະຊຸມຄະນະກຳມະການຊາຍແດນຮ່ວມ ຄັ້ງທີ 8 ທີ່ນະຄອນຫຼວງພະນົມເປັນ, ຣາຊະອານາຈັກກໍາປູເຈຍ. ຄະນະຜູ້ແທນຝ່າຍລາວນຳໂດຍພະນະທ່ານທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການຊາຍແດນຮ່ວມລາວ-ກໍາປູເຈຍແລະຄະນະຜູ້ແທນຝ່າຍກໍາປູເຈຍນໍາໂດຍພະນະທ່ານລາມເຈຍ,...

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...