spot_img
Homeຊີວິດແລະຄວາມຮັກ8 ສິ່ງທີ່ຜູ້ຊາຍເຮັດແລ້ວ ສາວໆຈະເບິ່ງເຫັນສະເໜ່ໃນຕົວທ່ານ

8 ສິ່ງທີ່ຜູ້ຊາຍເຮັດແລ້ວ ສາວໆຈະເບິ່ງເຫັນສະເໜ່ໃນຕົວທ່ານ

Published on

ເຊື່ອວ່າຜູ້ຊາຍຫຼາຍຄົນອາດຍັງບໍ່ຮູ້ວ່າຈະເຮັດແນວໃດ ເພື່ອໃຫ້ສາວໆຫັນມາສົນໃຈທ່ານ ເຖິງແມ່ນທ່ານເອງຈະເປັນຄົນຮູບງາມ ແລະ ໜ້າຕາດີກໍ່ຕາມ ແຕ່ກໍ່ໄດ້ແຕ່ງົງວ່າເປັນຫຍັງຄືບໍ່ມີຄົນມາສົນໃຈທ່ານເລີຍ ວັນນີ້ເຮົາເລີຍມີເຄັດລັບດີໆມາຝາກໜຸ່ມໆລອງເອົາໄປເຮັດເບິ່ງເພື່ອອາດຈະເຮັດໃຫ້ສາວໆຫັນມາເບິ່ງເຫັນຄວາມຫລໍ່ທີ່ມີໃນຕົວທ່ານ

ສະແດງອອກເຖິງຄວາມເປັນສຸພາບບູລຸດ 
ໝຸ່ມຫຼາຍໆຄົນມັກຄິດວ່າການເຮັດຕົວເປັນສຸພາບບູລຸດມັນເຮັດໄດ້ຍາກ ທັງທີ່ຄວາມຈິງແລ້ວ ທ່ານພຽງລົງມືເຮັດງ່າຍໆໃຫ້ກັບແມ່ຍິງເຊັ່ນ: ເປີດປະຕູໃຫ້ນາງ, ເລື່ອນຕັ່ງໃຫ້ນາງ, ໄປສົ່ງນາງໃຫ້ເຖິງເຮືອນ, ເຮັດດີກັບຄົນອ້ອມຂ້າງ ເປັນຕົ້ນ ເທົ່ານີ້ກໍ່ເຮັດໃຫ້ນາງເຫັນຄວາມເປັນສຸພາບບູລຸດຂອງທ່ານແລ້ວ

love2

ເປັນຄົນກ້າຕັດສິນໃຈ
ຫາກຝ່າຍຍິງເຫັນວ່າເມື່ອໃດກໍ່ຕາມທີ່ທ່ານຈະເຮັດສິ່ງໃດສິ່ງໜຶ່ງ ແຕ່ຕ້ອງຖາມຄວາມເຫັນຈາກຄົນອື່ນກ່ອນສະເໝີ ເຊິ່ງບໍ່ແມ່ນເລື່ອງທີ່ດີແນ່ນອນ ເອົາເປັນວ່າທ່ານຕ້ອງຫັດເປັນຄົນກ້າຕັດສິນໃຈດ້ວຍຕົວເອງແນ່

ມີຄວາມເປັນຜູ້ໃຫຍ່
ແນ່ນອນວ່າແມ່ຍິງຈະບໍ່ມັກຜູ້ຊາຍທີ່ເຮັດຕົວຄືເດັກນ້ອຍ ບາງຄັ້ງກໍ່ໂລເລ ເພາະພວກນາງຕ້ອງການຄວາມແນ່ນອນໃນຄວາມສຳພັນ ດັ່ງນັ້ນຜູ້ຊາຍຕ້ອງເປັນຄົນເຊື່ອຖືໄດ້ ແລະ ເປັນຜູ້ໃຫຍ່ສົມໄວໄດ້ອີກ ພຽງເທົ່ານີ້ກໍ່ຈະສ້າງຄວາມໝັ້ນໃຈໃຫ້ກັບສາວໆໄດ້ແລ້ວ

love3ເປັນຄົນສື່ສັດກັບທຸກຢ່າງ
ບໍ່ວ່າທ່ານຈະເຮັດ ແລະ ເວົ້າສິ່ງໃດກັບແມ່ຍິງກໍ່ຕາມ ທ່ານກໍ່ຄວນເວົ້າ ແລະ ເຮັດດ້ວຍຄວາມຈິງໃຈ ບໍ່ແມ່ນຕໍ່ໜ້າເຮັດດີ ຫລັບຫຼັງກັບເຮັດກົງກັນຂ້າມ ນັ້ນເປັນສິ່ງບໍ່ໜ້າຮັກເລີຍ ແຖມມີແຕ່ເຮັດໃຫ້ເບິ່ງໜ້າກັນຍາກຂຶ້ນອີກ

ສ້າງສຽງຫົວໄດ້ສະເໝີ
ຄວາມເປັນຄົນອາລົມດີ, ຕະລົກ ນີ້ກໍ່ແມ່ນຄຸນສົມບັດໜຶ່ງທີ່ເຮັດໃຫ້ສາວໆຫຼາຍຄົນຄຳນຶງເຖິງເປັນອັນດັບຕົ້ນໆ ເພາະບໍ່ວ່າແມ່ຍິງຄົນໃດກໍ່ຢ່າກຢູ່ໃກ້ ແຕ່ການທີ່ທ່ານເປັນຄົນທີມີອາລົມຕະລົກນັ້ນມັນກໍ່ຕ້ອງສະແດງອອກໃຫ້ເໝາະສົມກັບກາລະເທສະ ບໍ່ແມ່ນວ່າຈະຢອດມຸກຕະລົກໃນເວລາໃດກໍ່ໄດ້

love4

ເຮັດອາຫານເປັນ
ການເຮັດອາຫານເປັນ ນັບວ່າມີສະເໜ່ອີກຢ່າງໜຶ່ງທີ່ຈະເຮັດໃຫ້ສາວໆຮັກທ່ານຫຼາຍຂຶ້ນ ສະນັ້ນຜູ້ຊາຍຈຳເປັນທີ່ຈະຕ້ອງຮູ້ຈັກແຕ່ງກິນຈັກ 2-3 ເມນູກໍ່ໄດ້

 ເຮັດວຽກເຮືອນໂດຍບໍ່ເລືອກ
ແມ່ຍິງທຸກຄົນມັກຜູ້ຊາຍທີ່ຮູ້ຊ່ວຍເຮັດວຽກເຮືອນ ເພາະພວກນາງເຫັນວ່າທ່ານກໍ່ສາມາດແບ່ງເບົາການເຮັດວຽກໃນເຮືອນໄດ້ເຊັ່ນກັນ ເຊິ່ງວິທີນີ້ຈະເຮັດໃຫ້ສາວໆຮູ້ສຶກດີກັບທ່ານຫຼາຍທີ່ສຸດ

love5

ເປັນຜູ້ຊາຍຮັກສັດ
ຫາກທ່ານເປັນຄົນຮັກສັດຢູ່ແລ້ວ ຝ່າຍຍິງຈະຮູ້ສຶກໄດ້ວ່າທ່ານມີຈິດໃຈທີ່ອ່ອນໂຍນ ແລະ ເປັນມິດຕໍ່ເພື່ອນຮ່ວມໂລກ ກໍ່ຍິ່ງເຮັດໃຫ້ທ່ານມີສະເໜ່ໜ້າຫຼົງໄຫຼຂຶ້ນຕື່ມອີກ

ເມື່ອໄດ້ຮູ້ແບບນີ້ແລ້ວ ໜຸ່ມໆກໍ່ລອງສຳຫຼວດຕົວເອງດີໆວ່າ ມີສິ່ງໃດແນ່ທີ່ຂາດໄປຈາກຕົວທ່ານ ກໍ່ລອງນຳເອົາສິ່ງຕ່າງໆນີ້ໄປໃຊ້ລອງເບິ່ງ ເພື່ອຈະເຮັດໃຫ້ທ່ານມີສະເໜ່ຫຼາຍຂຶ້ນ

 

ທີ່ມາ: http://men.kapook.com/

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...