Homeນານາສາລະ4 ສະໝຸນໄພກຳຈັດເຫົາ

4 ສະໝຸນໄພກຳຈັດເຫົາ

Published on

ໂດນສ່ວນຫຼາຍແລ້ວຄົນເຮົາມັກຈະເກີດເຫົາໃນບໍລິເວນຫົວ ອາການສຳຄັນຂອງການມີເຫົາຄື ການຄັນບໍລິເວນຫົວ ຄົນທີ່ມີເຫົາ ຈິ່ງມັກຈະເກົາຫົວເລື່ອຍໆ ຈົນເຮັດໃຫ້ໜັງຫົວແຫ້ງ ເປັນແຜຕົກສະເກັດ ຫຼື ອາດເປັນຜື່ນນູນໆ ເຊິ່ງມັນເປັນບັນຫາໃຫຍ່ຂອງຄົນມີເຫົາໃນການຢູ່ຮ່ວມກັບສັງຄົມ ແລະ ວັນນີ້ເຮົາມີສະໝຸນໄພໃນການກຳຈັດເຫົາມາໃຫ້ລອງເຮັດເບິ່ງ ຮັບຮອງວ່າປອດໄພ

5699

1. .ໃຊ້ໃບໝາກຂຽບ 5-8 ໃບມາຕຳໃຫ້ລະອຽດ ຈາກນັ້ນປະສົມກັບນ້ຳລ້າພໍປະມານ ແລ້ວນຳມາໝັກທີ່ຫົວ ໃຊ້ຜ້າຄຸມໄວ້ 30 ນາທີ ຈິ່ງລ້າງອອກດ້ວຍນ້ຳສະອາດ ແລະ ສະຫົວດ້ວຍຢາສະຜົມຄືປົກກະຕິ ຈາກນັ້ນກໍ່ຫວີເອົາເຫົາ ແລະ ຮີດໄຂ່ເຫົາອອກຈາກເສັ້ນຜົມ ເຮັດປະມານ 2-3 ຄັ້ງຈຳນວນເຫົາຈະຄ່ອຍໝົດໄປ

bigstock-bergamot-54030460

2. ນຳໝາກຂີ້ຫູກແກ່ໄປເຜົາໄຟໃຫ້ສຸກ ຫຼັງຈາກນັ້ນກໍ່ນຳມາຜ່າແລ້ວບີບເອົາແຕ່ນ້ຳ ແລ້ວເອົາມາຢີ່ໃສ່ຫົວໃຫ້ທົ່ວ ເວລາສາງເສັ້ນຜົມ ເຫົາຈະຕິດອອກມາພ້ອມ ເຮັດແບບນີ້ອາທິດລະ 1 ຄັ້ງ ຕິດຕໍ່ກັນ 3 ອາທິດ ເຫົາກໍ່ຈະຫາຍໄປ

thaihealth_c_bcghlmquyz23

3. ນຳໃບກະເດົາມາປະມານ 2-3 ກຳມື ແລ້ວຕຳໃຫ້ລະອຽດ ປະສົມນ້ຳໃຫ້ແຫຼວເລັກໜ້ອຍ ກ່ອນຈະນຳໃສ່ຜົມ ປ່ອຍຜົມໃຫ້ແຫ້ງ ກ່ອນຈະລ້າງອອກດ້ວຍນ້ຳລ້າ ແລະ ສະຫົວດ້ວຍຢາສະຫົວຕາມປົກກະຕິດເຮັດເປັນປະຈຳເຫົາກໍ່ຈະຫາຍໄປ

0125

4. ໃຊ້ໝາກບວບ ໂດຍນຳໝາກບວບມາປອກເປືອກອອກ ແລ້ວບີບໃຫ້ໝາກບວບບວມນ້ຳ ຈາກນັ້ນກໍ່ນຳນ້ຳຈາກໝາກບວມມາລູບໃສ່ຜົມ ປະໄວ້ປະມານ 2-3 ນາທີ ແລ້ວຈິ່ງລ່ສງອອກດ້ວຍນ້ຳສະອາດ ແລະ ສະຫົວຕາມປົກກະຕິ ເຮັດເປັນປະຈຳເຫົາກໍ່ຈະຫາຍໄປໄດ້

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...