spot_img
Homeຄວາມງາມຢຸດຜົມລົ່ນ ເລັ່ງໃຫ້ຜົມຍາວໄວດ້ວຍໃບໝາກສີດາ

ຢຸດຜົມລົ່ນ ເລັ່ງໃຫ້ຜົມຍາວໄວດ້ວຍໃບໝາກສີດາ

Published on

ຫາກຕອນນີ້ໃຜກຳລັງພົບບັນຫາຜົມບາງ ຜົມລົ່ນງ່າຍ ວັນນີ້ ລາວໂພສຕ໌ ມີເຄັດລັບດີໆກ່ຽວກັບຜົມມາຝາກ ເຊິ່ງຫຼາຍໆທ່ານອ່ານບໍ່ເຄີຍຮູ້ເລີຍວ່າໃບສີດາສາມາດນຳມາສະຫົວໄດ້ ມີການວິໄຈພົບວ່າໃບໝາກສີດາມີວິຕາມິນຊີສູງ ເຊິ່ງມີສ່ວນສຳຄັນຫຼາຍໃນການຈະເລີນເຕີບໃຫຍ່ຂອງເສັ້ນຜົມ ລວມເຖິງຍັງສາມາດຊ່ວຍຢັບຢັ້ງການລົ່ນຂອງເສັ້ນຜົມໄດ້ ແລະ ຍັງຊ່ວຍກະຊັບຮູຂຸມຂົນທີ່ໜັງຫົວ ແລະ ບຳລຸງຮາກຜົມໃຫ້ແຂງແຮງນຳອີກ

ສິ່ງທີ່ຕ້ອງກຽມ
1. ນ້ຳສະອາດ 1 ລິດ
2. ໃບໝາກສີດາ 1 ກຳມື

ວິທີໃຊ້

ຕົ້ນນ້ຳໃຫ້ຟົດກ່ອນຈາກນັ້ນກໍ່ນຳໃບໝາກສີດາລົງໄປຕົ້ມປະມານ 20 ນາທີ ຫຼັງຈາກນັ້ນກໍ່ພັກນ້ຳຕົ້ມໃບໝາກສີດາໄວ້ໃຫ້ເຢັນແລ້ວກໍ່ນຳນ້ຳທີ່ໄດ້ມາໝັກໃສ່ຜົມ ລະຫວ່າງໝັກໃຫ້ນວດເບົາໆອ້ອມໜັງຫົວ ແລ້ວປະໄວ້ປະມານ 1-2 ຊົ່ວໂມງ ຈິ່ງລ້າງອອກແລ້ວສະດ້ວຍຢາສະຫົວຕາມປົກກະຕິ ເຮັດແບບນີ້ເປັນປະຈຳ ທ່ານກໍ່ຈະໄດ້ຜົນຮັບທີ່ໜ້າພໍໃຈຂຶ້ນແນ່ນອນ

 

ທີ່ມາ:  http://deedaily.com/

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...