spot_img
Homeຂ່າວພາຍ​ໃນລັດປັບ​​ລາຄານ້ຳມັນ​ຂຶ້ນ ຄັ້ງ​ທຳ​ອິດ​ໃນ​ຮອບ​ປີ ສະເລ່ຍເພີ່ມຂຶ້ນ 270 ກວ່າກີບ!

ລັດປັບ​​ລາຄານ້ຳມັນ​ຂຶ້ນ ຄັ້ງ​ທຳ​ອິດ​ໃນ​ຮອບ​ປີ ສະເລ່ຍເພີ່ມຂຶ້ນ 270 ກວ່າກີບ!

Published on

ວັນ​ທີ 11 ພຶດສະພາ​ນີ້, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ ໄດ້​ອອກ​ແຈ້ງ​ການ​ ສະບັບ​ເລກທີ 08646/ອຄ. ຄພນ ເພື່ອປັບ​ຂຶ້ນ​ລາຄາ​ນ້ຳມັນ​ເຊື້ອ​ໄຟ​ ຂາຍຍ່ອຍ​ໃນ​ທົ່ວ​ປະ​ເທດ​ຄື: ຢູ່​ນະຄອນຫຼວງວຽງ​ຈັນ ລາຄາ​ນ້ຳມັນ​ແອັດ​ຊັງ​ພິ​ເສດ​ປັບ​ຂຶ້ນ 280 ກີບ/ລິດ (ຈາກ 7.610 ກີບ/ລິດ ເປັນ 7.890 ກີບ/ລິດ), ​ແອັດຊັງ​ທຳ​ມະ​ດາປັບ​ຂຶ້ນ 270 ກີບ/ ລິດ (ຈາກ 6.640 ກີບ/ລິດ ເປັນ 6.910 ກີບ/ລິດ), ນ້ຳມັນ​ກະຊວນປັບ​ຂຶ້ນ 270 ກີບ/ລິດ (ຈາກ 5.300 ກີບ/ລິດ ຂຶ້ນເປັນ 5.570 ກີບ/ລິດ).

ສ່ວນບັນດາແຂວງຕ່າງໆໃນທົ່ວປະເທດ ລາຄານ້ຳມັນແອັດຊັງພິເສດສູງສຸດ 8.350 ກີບ/ລິດ (ແຂວງຫຼວງພະບາງ) ແລະ ຕ່ຳສຸດ 7.890 ກີບ/ ລິດ (ນະຄອນຫຼວງວຽງຈັນ), ສ່ວນລາຄານ້ຳມັນແອັດທຳມະດາ ສຸງສຸດ 7.640 ກີບ/ລິດ (ແຂວງຜົ້ງສາລີ) ແລະ ຕ່ຳສຸດ 6.910 ກີບ/ລິດ (ແຂວງວຽງຈັນ), ນ້ຳມັນກາຊວນ ລາຄາສູງສຸດ 6.300 ກີບ/ລິດ (ແຂວງຜົ້ງສາລີ) ແລະ ຕ່ຳສຸດ 5.570 ກີບ/ລິດ (ນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ), ສຳລັບການປັບຂຶ້ນລາຄານ້ຳມັນຄັ້ງໃໝ່ນີ້ ມີຜົນມາແຕ່ 6​​ ໂມງ​​ເຊົ້າ​ ຂອງ​ວັນ​ທີ 12 ​ພຶດສະພາ 2016 ນີ້​ເປັນ​ຕົ້ນ​ໄປ,​ ໂດຍ​ໃຫ້ພາກສ່ວນ​ກ່ຽວຂ້ອງ ​ແລະ ຜູ້​ປະກອບ​ກາ​ນ ທັງ​ຢູ່​ນະຄອນຫຼວງ​ວຽງ​ຈັນ ​ແລະ ບັນດາ​ແຂວງ​ຈົ່ງ​ປະຕິບັດ​ຕາມ​ຢ່າງ​ເຂັ້ມ​ງວດ.

 

ແຫລ່ງຂ່າວ:

ລພນ

ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...