Homeຂ່າວການສຶກສາໄພລິນ ບໍລິບູນ ຊັ້ນ ປ 5 ໂຮງຮຽນສິນໄຊ ນັກຮຽນເກັ່ງ ວິຊາພາສາລາວ-ວັນນະຄະດີ ຂອງປະເທດ!

ໄພລິນ ບໍລິບູນ ຊັ້ນ ປ 5 ໂຮງຮຽນສິນໄຊ ນັກຮຽນເກັ່ງ ວິຊາພາສາລາວ-ວັນນະຄະດີ ຂອງປະເທດ!

Published on

ຄົນເຮົາບໍ່ແມ່ນວ່າຈະມີຄວາມຮູ້, ຄວາມສາມາດມາແຕ່ກໍາເນີດ, ຕ້ອງໄດ້ມີການຝຶກຝົນ ຫລໍ່ຫລອມຕົນເອງຢູ່ສະເໜີ ດ້ວຍການຄົ້ນຄວ້າຮໍ່າຮຽນ ເຊິ່ງນອກຈາກຈະຮຽນນໍາຄູອາຈານແລ້ວ ກໍຕ້ອງເປັນຄົນທີ່ມີຄວາມດຸໝັ່ນ ຊອກຫາຄວາມຮູ້ຮໍ່າດ້ວຍຕົນເອງ ຈາກການອ່ານປຶ້ມຕໍາລາຮຽນ, ບົດເລື່ອງ ແລະ ສາລະໜ້າຮູ້ຕ່າງໆ ເໝືອນກັບ ນາງ ໄພລິນ ບໍລິບູນ ນັກຮຽນ ຊັ້ນ ປ 5 ຂອງໂຮງຮຽນສິນໄຊ ທີ່ມີຄວາມຕັ້ງໃຈ ແລະ ເອົາໃຈໃສ່ຕໍ່ການຮຽນເປັນພິເສດ ແລະ ໝັ່ນຄົ້ນຄວ້າຫາຄວາມຮູ້ໃຫ້ຕົນເອງ ຈົນກາຍເປັນນັກຮຽນເກັ່ງ ທີ່ຍາດໄດ້ອັນດັບໜຶ່ງຂອງ ວິຊາພາສາລາວ–ວັນນະຄະດີ ໃນການສອບເສັງ ນັກຮຽນເກັ່ງທົ່ວປະເທດ ທີ່ຈັດຂຶ້ນໃນ ວັນທີ 26-29 ເມສາ 2016 ນີ້.

ນາງ ໄພລິນ ບໍລິບູນ ເວົ້າໃຫ້ຟັງວ່າ: ສິ່ງທີ່ເຮັດໃຫ້ຕົນເອງສາມາດເສັງໄດ້ອັນດັບທີໜຶ່ງ ຂອງການສອບເສັງ ນັກຮຽນເກັ່ງທົ່ວປະເທດ ແມ່ນຍ້ອນຕົນເອງມີຄວາມຕັ້ງໃຈສູງ ແລະ ມີຄວາມດຸໝັ່ນຄົ້ນຄວ້າຮໍ່າຮຽນ ບໍ່ວ່າໃນໂຮງຮຽນ ຫລື ນອກໂຮງຮຽນກໍຕາມ, ເມື່ອເວລາຂຶ້ນຫ້ອງຮຽນ ຕົນຈະມີຄວາມຕັ້ງໃຈຟັງ ຄໍາຄູອະທິບາຍທຸກຄັ້ງ ເມື່ອບໍ່ເຂົ້າໃຈກໍເຂົ້າໄປຖາມຄູດ້ວຍຕົນເອງທັນທີ  ແລະ ເວລາຢູ່ບ້ານຕົນເອງ ກໍເຮັດບົດເຝິກຫັດທີ່ຄູຝາກໃຫ້ຈົນແລ້ວ ຫລັງຈາກນັ້ນກໍອ່ານທົບທວນຄືນ ເພື່ອໃຫ້ເຂົ້າໃຈຫົວຂໍ້ນັ້ນໆ. ໃນມື້ໃກ້ຈະເສັງນັກຮຽນເກັ່ງທົ່ວປະເທດ ຕົນເອງມີຄວາມຕື່ນເຕັ້ນຫລາຍ ເພາະຢ້ານບໍ່ໄດ້ຕາມຄວາມ ຄາດຫວັງທີ່ຕັ້ງໄວ້ ສະນັ້ນ, ຈຶ່ງໄດ້ອ່ານບົດຮຽນທຸກໆມື້ ແລະ ໝັ່ນຖາມບົດຮຽນນໍາຄູ ກ່ຽວກັບຫົວຂໍ້ ຫລື ເນື້ອໃນທີ່ຕົນຍັງບໍ່ເຂົ້າໃຈຂອງບົດຮຽນນັ້ນ ດັ່ງນັ້ນ, ຈຶ່ງເຮັດໃຫ້ຕົນໄດ້ເປັນນັກຮຽນເກັ່ງ ອັນດັບໜຶ່ງ ຂອງການສອບເສັງທົ່ວປະເທດ.

80

ພ້ອມນີ້ທ່ານ ນາງ ແສນລະວີ ໄຊຍະລາດ ຄູສອນ ວິຊາພາສາລາວ–ວັນນະຄະດີ ກໍໄດ້ຢືນຢັນວ່າ: ນາງ ໄພລິນ ບໍລິບູນ ເປັນນັກຮຽນທີ່ມີຄວາມດຸໝັ່ນ ແລະ ມີພິກໄຫວໃນການຮຽນ, ມີຄວາມຮັບຜິດຊອບ ແລະ ຄວາມຕື່ນຕົວສູງ ບວກກັບພອນສະຫວັນ ທີ່ມີແຕ່ຕອນຮຽນຢູ່ ຫ້ອງ ປ 1 ດັ່ງນັ້ນທາງໂຮງຮຽນ ຈຶ່ງໃຫ້ການສະໜັບສະໜູນ ໂດຍການສອນບໍາລຸງ ໃຫ້ລາວເປັນພິເສດ ແລະ ກໍສົມດັ່ງຄວາມປາຖະໜາ ຂອງໂຮງຮຽນ ກໍຄືຄູອາຈານໝົດທຸກຄົນ ທີ່ລາວສາມາດສອບເສັງ ໄດ້ອັນດັບໜຶ່ງຂອງປະເທດ ເຊິ່ງຖືວ່າ ເປັນຄວາມພາກພູມໃຈ ຂອງຄູທີ່ເຫັນນັກຮຽນຂອງຕົນ ປະສົບຜົນສໍາເລັດ ແລະ ສ້າງຊື່ສຽງໃຫ້ແກ່ໂຮງຮຽນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...