spot_img
Homeຂ່າວພາຍ​ໃນຈຸດນັດພົບຕະຫຼາດແຮງງານ ແລະ ການສຶກສາ ຄັ້ງທີ 5 ສົກຮຽນ 2015-2016 ຈະມີຂຶ້ນໃນວັນທີ 20 ພຶດສະພານີ້

ຈຸດນັດພົບຕະຫຼາດແຮງງານ ແລະ ການສຶກສາ ຄັ້ງທີ 5 ສົກຮຽນ 2015-2016 ຈະມີຂຶ້ນໃນວັນທີ 20 ພຶດສະພານີ້

Published on

ຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາສະຫະພາບເອີຣົບ ປະຈໍາ ສປປ.ລາວ ພ້ອມດ້ວຍ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ກຽມຈະຈັດງານຕະຫຼາດນັດແຮງານ ແລະ ການສຶກສາ ຄັ້ງທີ 5 ປະຈໍາສົກຮຽນ 2015-2016 ທີ່ຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ (ໂສກປ່າຫຼວງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ) ເຊິ່ງຄາດວ່າຈະມີບໍລິສັດທັງພາຍໃນ ແລະ ຕ່າງປະເທດຫຼາຍກວ່າ 30 ບໍລິສັດຮັບສະໝັກງານ ແລະ ນັກສຶກສາປີສຸດທ້າຍຂອງຄະນະວິສະວະກໍາສາດ ພ້ອມທັງໂຮງຮຽນມັດທະຍົມຕອນປາຍ ເຂົ້າຮ່ວມສະໝັກເຮັດວຽກໃນຕໍາແໜ່ງງານຕ່າງໆຫຼາຍກວ່າ 1.500 ຄົນ.

ທັງນີ້ ໄດ້ມີພິທີຖະແຫຼງຕໍ່ສື່ມວນຊົນໃນຕອນບ່າຍວັນທີ 09 ພຶດສະພາ 2016 ທີ່ຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊ່າດ ໂດຍທ່ານ ຮສ. ແກ້ວອຸດົມ ແສນສະຫວັດ ຄະນະບໍດີ ຄະນະວິສະວະກໍາສາດ ທ່ານນາງ ແສງດາວອນ ບັງອອນແສງເດດ ເລຂາທິການສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ທ່ານ ລາມອນ ຣຸດເຊວ ຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກໍາສະຫະພາບເອີຣົບ ປະຈໍາ ສປປ.ລາວ ມີບັນດາຂະແໜງການທີ່ກ່ຽວເຂົ້າຮ່ວມ.

ທ່ານ ຮສ. ແກ້ວອຸດົມ ແສນສະຫວັດ ຖະແຫຼງວ່າ ງານຕະຫຼາດນັດແຮງງານ ແລະ ການສຶກສາ ຄັ້ງທີ 5 ເປັນວັນນັດພົບແຮງງານລະຫວ່າງຜູ້ຕ້ອງການແຮງງານ ແລະ ຜູ້ຕ້ອງການຊອກຫາງານ ກໍຄືນັກສຶກສາຫຼາຍກວ່າພັນຄົນທີ່ຈະຈົບຫຼັກສູດການສຶກສາໃນປີນີ້  ຈະເປັນວັນນຶ່ງທີ່ຫຼາຍອົງການຈັດຕັ້ງ ທຸກຄົນ ທຸກຝ່າຍໄດ້ຮຽນຮູ້ ແລະ ທໍາຄວາມເຂົ້າໃຈເຊິ່ງກັນແລະກັນຂອງບັນດາອົງການຈັດຕັ້ງທັງພາກລັດ ແລະ ເອກະຊົນ ກໍຄືບໍລິສັດ ສະຖາບັນການສຶກສາ ແລະ ຂະແໜງການທີ່ກ່ຽວຂ້ອງຕ່າງໆໄດ້ມີໂອກາດທີ່ຈະຮັບຮູ້ສະພາບເຊິ່ງກັນແລະກັນ ກໍ່ໃຫ້ເກີດການສົນທະນາ ແລກປ່ຽນ ຮຽນຮູ້ ສ້າງຄວາມເຂົ້າໃຈທີ່ຈະນໍາໄປສູ່ການສ້າງຄວາມພູກພັນ ຮ່ວມມືກັນໃນຕໍ່ໜ້າ ຖືເປັນນິມິດໝາຍອັນດີໃນການສ້າງໃຫ້ນ້ອງນັກຮຽນ ນັກສຶກສາພາຍໃນຄະນະວິສະວະກໍາສາດ ແລະ ນັກຮຽນຂັ້ນ ມ.ປາຍ ມີໂອກາດຮຽນຮູ້ກັບຫຼາຍບໍລິສັດທີ່ຕ້ອງການແຮງງານ ເພື່ອໃຫ້ນັກຮຽນມີແນວຄິດກ່ຽວກັບອາຊີບຮຽນ ກະກຽມການສອບເສັງເຂົ້າຮຽນຕາມວິຊາຮຽນທີ່ເຫັນວ່າ ມີຄວາມເໝາະສົມເພື່ອຊອກວຽກເຮັດງານທໍາຕາມອາຊີບທີ່ຕົນເອງມັກ.
ພາຍໃນງານຈະມີກິດຈະກໍາສໍາມະນາ ຮຽນຮູ້ຂັ້ນຕອນວິທີສະໝັກງານ ການສະແດງລະຄອນກ່ຽວກັບແຮງງານ ການສະແດງສິລະປະວັນນະຄະດີຈາກຄະນະວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ ການຈັບສະຫຼາກຊີງໂຊກຈາກຜູ້ເຂົ້າຮ່ວມງານ ແລະ ກິດຈະກໍາອື່ນໆຢ່າງຫຼວງຫຼາຍ ໂດຍຈະເລີ່ມໄຂໃຫ້ມວນຊົນ ແລະ ນັກສຶກສາເຂົ້າຮ່ວມງານແຕ່ເວລາ 09:00 – 16:00 ໂມງ ເຊິ່ງຈັດຂຶ້ນພຽງມື້ດຽວເທົ່ານັ້ນ.

ຂ່າວ/ພາບ: ເທບພະວົງ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...