spot_img
Homeຂ່າວພາຍ​ໃນຈັດງານກີລາປິ່ງປ່ອງ ມິດຕະພາບສະຫຼອງວັນສ້າງຕັ້ງ ສາຍພົວພັນການທູດລາວ-ຈີນ

ຈັດງານກີລາປິ່ງປ່ອງ ມິດຕະພາບສະຫຼອງວັນສ້າງຕັ້ງ ສາຍພົວພັນການທູດລາວ-ຈີນ

Published on

 ຕະ­ຫຼອດ​ໄລ­ຍະ 55 ປີ ທີ່ ຜ່ານ​ມາ​ສາຍ​ພົວ­ພັນ​ລະ​ຫ່ວ​າງ ສປ ຈີນ ແລະສປປ ລາວ ແມ່ນ​ມີ​ຄວາມ ສຳ­ພັນ​ອັນ​ແໜ້ນ​ແຟັນ​ສະ­ໜິດ​ສະ​ໝົມຢ່າງ​ຕໍ່​ເນື່ອງ

ຊຶ່ງ​ເຫັນ​ໄດ້​ຈາກ​ການ ພົວ­ພັນ​ຮ່ວມ​ມື​ກັນ​ລະ­ຫວ່າງ 2 ປະເທດ​ເປັນ­ຕົ້ນ​ແມ່ນ: ການ​ພັດ­ທະ­ນາ ເສດ­ຖະ­ກິດŒສັງ­ຄົມ, ການ​ສຶກ​ສາ, ການ​ຄົມ­ມະ­ນາ­ຄົມ  ແລະ​ອື່ນໆ.

ດັ່ງ­ນັ້ນ​ໃນ​ວັນ​ທີ 29 ເມ­ສາ 2016 ຜ່ານ​ມາ​ເພື່ອ​ເປັນ​ການ​ສະ ເຫຼີມ​ສະ­ຫຼອງ​ສາຍ​ພົວ­ພັນ​ການ​ທູດລາວŒຈີນ ທີ່​ສູນ​ການ​ຄ້າ​ວຽງ​ຈັນ ເຊັນ​ເຕີ, ເມືອງ​ສີ​ສັດ­ຕະ​ນາກ, ນະຄອນ​ຫຼວງ​ວຽງ​ຈັນ, ໄດ້​ມີ​ການ​ຈັດ ງານ​ກີ­ລາ​ປິ່ງ​ປ່ອງ​ມິດ­ຕະ­ພາບ​ຂຶ້ນຢ່າງ​ເປັນ​ທາງ​ການ ໂດຍ​ຄະ­ນະ​ສະ ມາ​ຄົມ​ມິດ­ຕະ­ພາບລາວŒຈີນ ຮ່ວມກັບ​ສະ­ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ ສປ ຈີນ ປະ­ຈຳ ສປປ ລາວ ໃຫ້​ກຽດ​ເຂົ້າ​ຮ່ວມ​ງານ​ຝ່າຍ​ລາວ ມີ ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ກຳມະ​ການ​ກົມ​ການ­ເມືອງ​ສູນ​ກາງ ພັກ​ເຈົ້າ​ຄອງ​ນະ­ຄອນ­ຫຼວງ​ວຽງ ຈັນ​ທັງ​ເປັນ​ປະ­ທານ​ສະ­ມາ­ຄົມ​ມິດ ຕະ​ພາບ​ລາວŒຈີນ ພ້ອມ​ຄະ­ນະ ແລະ​ຝ່າຍ​ຈີນ​ມີ ທ່ານ ກວນ ຮົວ ປິງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ­ຈຳ ສປປ ລາວ ຄະ­ນະ​ພ້ອມ​ນັກ­ກີ­ລາ ແລະ​ສື່​ມວນ​ຊົນ​ອີກ​ຈຳ­ນວນ​ໜຶ່ງ ເຂົ້າ​ຮ່ວມ, ການ​ຈັດ​ງານ​ໃນ​ຄັ້ງ​ນີ້​ກໍ​ເພື່ອ​ເປັນ​ການ​ສະ­ເຫຼີມ­ສະ­ຫຼອງ​ວັນ​ສ້າງ­ຕັ້ງ​ສາຍ​ພົວ­ພັນ​ການ​ທູດ ລາວŒຈີນ ຄົບ­ຮອບ 55 ປີ ( 25 ເມ­ສາ 1961–25 ເມ­ສາ 2016).

ຂ່າວຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...