spot_img
Homeຂ່າວຕ່າງປະເທດຜູ້ນຳຕວກກີລະບຸ ຖືກຊາດພັນທະມິດຫັກຫລັງ ປ່ອຍໃຫ້ຮັບມືກັບກຸ່ມໄອເອັສ ພຽງລຳພັງ!

ຜູ້ນຳຕວກກີລະບຸ ຖືກຊາດພັນທະມິດຫັກຫລັງ ປ່ອຍໃຫ້ຮັບມືກັບກຸ່ມໄອເອັສ ພຽງລຳພັງ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ພຶດສະພານີ້ວ່າ ທ່ານ ເຣເຊບ ຕອຍຢິບ ເອີໂດກັນ ປະທານາທິບໍດີຕວກກີ ໄດ້ອອກມາລະບຸໃນວັນທີ 8 ພຶດສະພາ 2016 ຜ່ານມານີ້ວ່າ ພັນທະມິດນາໆຊາດ ກຳລັງຫັກຫລັງຕວກກີ ດ້ວຍການກຽມຖອນຕົວອອກຈາກ ການຕໍ່ສູ້ກັບກຸ່ມລັດອິດສະລາມ ຫລື ໄອເອັສ ໃນປະເທດຊີຣີ ແລະ ປ່ອຍໃຫ້ຕວກກີ ຕ້ອງຮັບມືກັບໄພຄຸກຄາມຂອງກຸ່ມດັ່ງກ່າວ ແຕ່ພຽງລຳພັງ.

ທ່ານ ປະທານາທິບໍດີຕວກກີ ໄດ້ກ່າວວ່າ ” ພວກເຂົາຖິ້ມເຮົາໄວ້ພຽງລຳພັງ ທ່າມກາງສະພາວະຍາກລຳບາກ ໃນການປະເຊີນໜ້າກັບກຸ່ມກໍ່ການຮ້າຍນີ້, ຊາດທີ່ອ້າງຕົນເອງວ່າເປັນພັນທະມິດ ກັບເລືອກທີ່ຈະຖອນຕົວ ທັງໆທີ່ພວກເຂົາ ບໍ່ເຄີຍປະສົບຄວາມສູນເສຍທີ່ນອງເລືອດ ຄືກັບຕວກກີໄດ້ເຄີຍປະສົບມາ  ”

ທັງນີ້ ໃນໄລຍະຜ່ານມາ ລັດຖະບານຕວກກີ ໄດ້ອະນຸຍາດໃຫ້ສະຫະລັດອາເມຣິກາ ເອົາເຮືອບິນສູ້ຮົບ ເຂົ້າມາປະຈຳການໃນຖານທັບອາກາດຕວກກີ ທາງພາກໃຕ້ຂອງປະເທດ ເພື່ອປະຕິບັດການໂຈມຕີທາງອາກາດ ໃສ່ກຸ່ມໄອເອັສ ຢູ່ປະເທດຊີຣີ ແລະ ອີຣັກ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...