spot_img
Homeຂ່າວທ້ອງຖິ່ນສອງ​ແຂວງ​ທຳ­ລາຍ​ສິນ­ຄ້າ​ຮຽນ​ແບບ ແລະ​ ໝົດ​ອາ­ຍຸ

ສອງ​ແຂວງ​ທຳ­ລາຍ​ສິນ­ຄ້າ​ຮຽນ​ແບບ ແລະ​ ໝົດ​ອາ­ຍຸ

Published on

ປະ­ຈຸບັນ ບັນ­ຫາສິນ­ຄ້າຜິດກົດໝາຍເຊັ່ນ: ສິນ­ຄ້າໝົດອາ­ຍຸ, ສິນ­ຄ້າລອກຮຽນແບບ ແລະ ອື່ນໆແມ່ນມີໃຫ້ເຫັນຢ່າງຕໍ່ເນື່ອງ, ຫຼ້າສຸດ ແຂວງຄຳມ່ວນ ແລະ ຫຼວງນໍ້າທາ ກໍໄດ້ມີການຈັດພິ­ທີທຳ­ລາຍ ລວມມູນຄ່າທັງໝົດເກືອບ 20 ລ້ານກີບ.

ວັນທີ 6 ພຶດ­ສະ­ພາ 2016 ນີ້ພະ ແນກວິ­ທະ­ຍາ­ສາດ ແລະ ເຕັກໂນໂລຊີ ແຂວງຄຳມ່ວນ ຮ່ວມກັບພະແນກອຸດສາຫະກຳ ແລະ ການຄ້າແຂວງ, ພະແນກສາທາລະ­ນະສຸກແຂວງ, ຕຳ­ຫຼວດເສດຖະກິດ, ພາ­ສີເຂດ 3 ຕະ­ຫຼອດຮອດພາກ­ສ່ວນກ່ຽວ­ຂ້ອງໄດ້ຈັດພິ­ທີທຳ­ລາຍສິນຄ້າລອກຮຽນແບບ ແລະ ສິນ­ຄ້າໝົດອາ­ຍຸທີ່ພະແນກວິ­ທະ­ຍາ­ສາດ ແລະເຕັກໂນໂລຊີແຂວງ ໂດຍມີທ່ານ ນາງ ແຕງອ່ອນ ລິນສົມພູ ຮອງຫົວ­ໜ້າພະແນກດັ່ງ­ກ່າວ, ມີບັນ­ດາພະ­ນັກ­ງານ-ວິ­ຊາການຈາກພະແນກການກ່ຽວ­ຂ້ອງເຂົ້າຮ່ວມ.

ໂອ­ກາດນີ້ ທ່ານ  ແສງຄຳ ພິມມະ ສອນ ຫົວ­ໜ້າຂະ­ແໜງຊັບສິນທາງປັນ­ຍາ  ມາດ­ຕະ­ຖານ ແລະວັດ­ແທກກໍໄດ້ລາຍງານການ­ເຄື່ອນ­ໄຫວວຽກງານຊັບສິນທາງ ປັນ­ຍາໃນໄລ­ຍະສົກປີ 2014–2015 ໂດຍທ່ານກ່າວວ່າ: ໃນໄລ­ຍະ 1 ປີຜ່ານມາພະແນກວິ­ທະ­ຍາ­ສາດ ແລະເຕັກໂນ ໂລຊີ ແຂວງຄຳມ່ວນເວົ້າລວມ, ເວົ້າສະ ເພາະກໍຄືຂະ­ແໜງຊັບສິນທາງປັນ­ຍາ  ມາດ­ຕະ­ຖານ ແລະວັດ­ແທກໄດ້ເອົາ­ໃຈໃສ່ຈັດຕັ້ງປະ­ຕິ­ບັດຕາມພາ­ລະບົດ­ບາດ, ສິດ ແລະໜ້າ­ທີ່ຂອງຕົນຢ່າງຕັ້ງ­ໜ້າດ້ວຍຫຼາຍຮູບຫຼາຍແບບ, ມີການປະ­ສານສົມ ທົບກັບຂະ­ແໜງ­ການ, ອົງການ­ຈັດ­ຕັ້ງ ທີ່ກ່ຽວ­ຂ້ອງເຮັດໃຫ້ສາ­ມາດເຄື່ອນໄຫວ ກວດພົບ ແລະ ຢຶດສິນ­ຄ້າລອກຮຽນແບບ (ສິນ­ຄ້າປອມແປງ) ປະ­ເພດແປ້ງນົວ ກາຈອງ (ຣາຊາ ຊູລົດ ) ໄດ້ 739 ຖົງ ລວມມູນຄ່າ 7 ແສນກວ່າກີບ ແລະຢຶດສິນ­ຄ້າໝົດອາ­ຍຸການບໍ­ລິ­ໂພກປະ­ເພດ ເຂົ້າ­ໜົມ, ນໍ້າ­ຫວານ, ນົມສຳ­ເລັດຮູບ, ເຄື່ອງ­ປຸງອາ­ຫານ ແລະອື່ນໆລວມທັງໝົດ 21 ລາຍ­ການ ລວມມູນຄ່າ 7,4 ລ້ານກວ່າກີບ ລວມສິນ­ຄ້າທີ່ຢຶດມາໄດ້ທັງໝົດ 8,1 ລ້ານກວ່າກີບ.

ສ່ວນເມືອງສິງ ແຂວງຫຼວງນໍ້າທາ ກໍໄດ້ຈັດພິ­ທີທຳ­ລາຍເຄື່ອງບໍລີໂພກທີ່ໝົດອາ­ຍຸ ແລະ ເສື່ອມຄຸນນະພາບເຊັ່ນກັນ ໂດຍພິ­ທີທຳ­ລາຍສິນ­ຄ້າດັ່ງ­ກ່າວໄດ້ມີຂຶ້ນໃນຕອນເຊົ້າວັນທີ 5 ພຶດ­ສະ­ພາ 2016 ທີ່ເດີ່ນກິ­ລາເມືອງ ເຂົ້າຮ່ວມຂອງທ່ານ ດຣ. ຄຳຈັນ ຂະຕິຍະວົງ ຫົວ­ໜ້າຫ້ອງ­ການສາ­ທາ­ລະ­ນະສຸກເມືອງສິງ, ມີກຳ­ມະ­ການພັກເມືອງຫົວ­ໜ້າຫ້ອງ­ການ-ຮອງຫົວໜ້າຫ້ອງ­ການ, ພະ­ນັກ­ງານວິ­ຊາການ ແລະພາກ­ສ່ວນທີ່ກ່ຽວ­ຂ້ອງເຂົ້າຮ່ວມ.

ທ່ານ ດຣ. ນາງ ວິນາກອນ ແສນ ໂກແມນ ຫົວ­ໜ້າໜ່ວຍງານອາ­ຫານ ແລະ ຢາຫ້ອງ­ການສາ­ທາ­ລະ­ນະສຸກເມືອງສິງ ກ່າວວ່າ: ສິນ­ຄ້າທີ່ນຳມາທຳ­ລາຍຄັ້ງນີ້ ແມ່ນຈາກການ­ເຄື່ອນ­ໄຫວລົງກວດ­ກາ ການຄ້າຂາຍ­ເຄື່ອງບໍ­ລິ­ໂພກທີ່ໝົດອາ­ຍຸ ເຊື່ອມຄຸ­ນະ­ພາບຂອງຄະ­ນະກຳ­ມະ­ການອາ­ຫານ ແລະຢາເມືອງສິງ ໃນຈຳ­ນວນ  2 ຄັ້ງຄືຄັ້ງວັນທີ 17 ພະ­ຈິກ 2015 ແລະວັນທີ 22-25 ມີ­ນາ 2016 ຕາມ ທ້ອງຕະ­ຫຼາດ, ຮ້ານຂາຍ­ເຄື່ອງພາຍໃນ ເມືອງສິງ ໄດ້ພົບເຄື່ອງທີ່ໝົດອາ­ຍຸ, ເຊື່ອມຄຸນນະພາບຈຳ­ນວນ 33 ຮ້ານ 46 ລາຍ­ການມີປະ­ເພດນົມ, ເຄື່ອງດື່ມຊາ, ກະເຟ, ເຂົ້າ­ໜົມ, ອາ­ຫານສຳ­ເລັດຮູບ, ເຄື່ອງ­ປຸງ ແລະຢາ ລວມມູນຄ່າທັງໝົດ 10,6 ລ້ານກວ່າກີບ.

ໂອ­ກາດດຽວກັນນີ້ ທ່ານ ດຣ. ຄຳຈັນ ຂະຕິຍະວົງ ກຳ­ມະ­ການພັກເມືອງ ຫົວ­ໜ້າຫ້ອງ­ການສາ­ທາ­ລະ­ນະສຸກ ເມືອງກໍໄດ້ຊີ້ແຈ້ງເຖິງຜົນຂອງເຄື່ອງບໍ­ລິ­ໂພກທີ່ໝົດອາ­ຍຸຫາກນຳມາກິນດື່ມແມ່ນມີຜົນ ຮ້າຍຕໍ່ສຸ­ຂະ­ພາບພ້ອມທັງຮຽກ­ຮ້ອງໃຫ້ພໍ່­ຄ້າຊາວຂາຍຜູ້ທີ່ຄ້າ­ຂາຍຈົ່ງເອົາ­ໃຈ­ໃສ່ໃນການນຳສີນຄ້າມາຂາຍໃຫ້ເອົາເຄື່ອງທີ່ມີຄຸນນະພາບໄດ້ມາດ­ຕະ­ຖານມາວາງຂາຍໃຫ້ພໍ່ແມ່ປະ­ຊາ­ຊົນຜູ້ບໍ­ລິ­ໂພກ ເພື່ອເປັນການຮັກ­ສາສຸ­ຂະ­ພາບຂອງຜູ້ບໍລິໂພກໃຫ້ແຂງ­ແຮງ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...