spot_img
Homeຄວາມງາມ7 ເຄັດລັບກະຕຸ້ນຂົນຕາໃຫ້ງອນຍາວຢ່າງເປັນທຳມະຊາດ

7 ເຄັດລັບກະຕຸ້ນຂົນຕາໃຫ້ງອນຍາວຢ່າງເປັນທຳມະຊາດ

Published on

ທຸກຄັ້ງທີ່ແມ່ຍິງເຮົາແຕ່ງໜ້າກໍ່ຍ່ອມປາດຖະໜາທີ່ຈະແຕ່ງໃຫ້ທຸກສ່ວນໃນໃບໜ້າອອກມາງາມສະກົດຕາຄົນເບິ່ງແມ່ນບໍ່ ແລະ ສຳລັບຂົນຕາກໍ່ຄືອີກໜຶ່ງສະເໜ່ຄວາມງາມຂອງແມ່ຍິງທີ່ເຮົາຢາກເນລະມິດໃຫ້ຂົນຕາງາມເປັນແພໜາ ແລະ ຍາວຢ່າງເປັນທຳມະຊາດເຊິ່ງວັນນີ້ ພວກເຮົາມີເຄັດລັບການເຮັດໃຫ້ຂົນຕາໜາງອນງາມມາຟາກສາວໆ

1. ປັດດ້ວຍມາສຄາລ່າທີ່ຊ່ວຍປັບຂັນຕາໃຫ້ຍາວຂຶ້ນ

ມາສຄາລ່າຄືຕົວຊ່ວຍອັນດີທີ່ສຸດທີ່ຈະຊ່ວຍປັບດວງຕາໃຫ້ງາມຄົມເປັນຕາເບິ່ງໂດຍສະເພາະສາວຄົນໃດປາດຖະໜາຢາກໃຫ້ຂົນຕາງອນງາມ ແລະ ຍາວເດັ້ງຕະຫຼອດມື້ພຽງເລືອກໃຊ້ມາສຄາລ່າສູດທີ່ຊ່ວຍປັບຂົນຕາໃຫ້ຍາວຂຶ້ນພຽງເທົ່ານີ້ກໍ່ຈະຊ່ວຍໃຫ້ຂົນຕາຍາວຂຶ້ນພາຍໃນພິບຕາໄດ້ແລ້ວ

2. ກິນໂປຣຕີນເສີມຢ່າງພຽງພໍ

ແມ່ນຢູ່ວ່າອາຫານດີໆຈະຊ່ວຍໃຫ້ການງອກຂອງຂົນຕາຍາວຂື້ນໄດ້ໂດຍສະເພາະຜັກໝາກໄມ້ແຕ່ການກິນໂປຣຕີນຢ່າງພຽງພໍເຊັ່ນໄຂ່, ຊີ້ນປາ ແລະ ນົມເປັນຕົ້ນກໍ່ຈະຊ່ວຍເລັ່ງໃຫ້ຂົນຕາຍາວຫຼາຍຂຶ້ນໄດ້ເຊັ່ນດຽວກັນ

3. ກິນໄບໂອຕິນ

ໄບໂອຕິນກໍ່ຄືອາຫານເສີມວິຕາມິນບີທີ່ສາວໆມັກນິຍົມກິນເພື່ອບຳລຸງຜົມໃຫ້ຍາວໄວພ້ອມກັນນີ້ມັນຍັງມີສ່ວນຊ່ວຍໃຫ້ຂົນຕາຂອງເຮົາຍາວຂຶ້ນໄວອີກດ້ວຍ

4. ແປງຂົນຕາກ່ອນປັດມາສຄາລ່າ

ກ່ອນທີ່ທ່ານຈະປັດມາສຄາລ່າທຸກຄັ້ງໃຫ້ແປງຂົນຕາດ້ວຍແປງອັນນ້ອຍໆເບົາໆກ່ອນ ວິທີນີ້ຈະຊ່ວຍກະຕຸ້ນໃຫ້ຂົນຕາຍາວໄວຂຶ້ນ ແລະ ງອນງາມຍິ່ງຂຶ້ນ

5. ທາດ້ວຍວາສລີນ

ກ່ອນນອນທຸກຄືນໃຫ້ສາວໆໃຊ້ວາສລີນທາໃສ່ຂົນຕາພ້ອມກັບນວດບຳລຸງບໍລິເວນກົກຂົນຕາ ແລະ ເປືອກຕາຢ່າງເບົາໆເລັກໜ້ອຍເຮັດເປັນປະຈຳທຸກຄືນກ່ອນນອນແລ້ວທ່ານຈະພົບວ່າຂົນຕາຄ່ອຍໆຍາວ ແລະ ໜາຂຶ້ນທັງຍັງງອນເດັ້ງງາມຢ່າງເປັນທຳມະຊາດອີກດ້ວຍ

6. ລູບດ້ວຍນ້ຳມັນໝາກກອກກ່ອນນອນ

ວິທີນີ້ເຮັດລັກສະນະດຽວກັນກັບການທາດ້ວຍວາສລີນເລີຍພຽງໃຊ້ນ້ຳມັນໝາກກອກທາເບົາໆທີ່ຂົນຕາກ່ອນນອນທຸກຄືນວິຕາມິນແຮ່ທາດຈາກນ້ຳມັນໝາກກອກອາດຈະຊ່ວຍບຳລຸງ ແລະ ກະຕຸ້ນໃຫ້ຂົນຕາຍາວຂຶ້ນໄດ້ເຊັ່ນກັນ

7. ໂລຊັ່ນວິຕາມິນອີກໍ່ຊ່ວຍໄດ້

ນອກຈາກວາສລີນ ແລະ ນ້ຳມັນໝາກກອກແລ້ວສາວໆຍັງສາມາດຊອກຫາໂລຊັ່ນບຳລຸງຜິວທີ່ມີສ່ວນປະສົມຈາກວິຕາມິນອີເຂັ້ມຂຸ້ນມາທາກົກຂົນຕາແລ້ວນວດເບົາໆເລັກໜ້ອຍເພື່ອໃຫ້ເນື້ອຄີມຊືມຊາບໄປບຳລຸງຢ່າງລ້ຳເລິກຍິ່ງຂຶ້ນ ໝັ່ນເຮັດແບບນີ້ເປັນປະຈຳຈະຊ່ວຍເລັ່ງໃຫ້ຂົນຕາຍາວໄດ້ເຊັ່ນກັນ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...