spot_img
Homeຂ່າວພາຍ​ໃນຄາສເບິກ ຈັດແຂ່ງຂັນບານເຕະ 7 ຄົນ ເພື່ອຊີງບັດເຂົ້າຊົມ ບານເຕະ ຢູໂຣ 2016 ທີ່ຝຣັ່ງ

ຄາສເບິກ ຈັດແຂ່ງຂັນບານເຕະ 7 ຄົນ ເພື່ອຊີງບັດເຂົ້າຊົມ ບານເຕະ ຢູໂຣ 2016 ທີ່ຝຣັ່ງ

Published on

ການແຂ່ງຂັນບານເຕະ 7 ຄົນ ໃນໂຄງການເຊຍ ຢູໂຣ 2016 ຕິດຂອບສະໜາມ ກັບ ຄາສເບິກ ເພື່ອຊີງລາງວັນໃຫຍ່ ບັດເຂົ້າຊົມການແຂ່ງຂັນບານເຕະ ຢູໂຣ 2016 ຮອບຮອງຊະນະເລີດ ທີ່ປະເທດຝຣັ່ງ ຈັດຂຶ້ນລະຫວ່າງວັນທີ 6-8 ພຶດສະພາ 2016 ທີ່ສູນກີລາຄົບວົງຈອນກູດໄລ.

785

ພິທີເປີດ ການແຂ່ງຂັນບານເຕະ 7 ຄົນ ດັ່ງກ່າວ ຈັດຂຶ້ນວັນທີ 6 ພຶດສະພາ 2016 ຜ່ານມາ ທີ່ສູນກີລາຄົບວົງຈອນກູດໄລ ໂດຍມີ ທ່ານ ວຽງສະຫວັນ ແສງຈັນ ປະທານສະຫະພັນບານເຕະ ນະຄອນຫຼວງວຽງຈັນ, ທ່ານ ຈັນສະຫມອນ ຜ່ອງຈັນທາ ຫົວຫນ້າການຕະຫລາດບໍລິສັດ ເບຍລາວ ຈໍາກັດ , ທ່ານ ອາລິຍະ ປັນຍາຜົນ ຜູ້ຈັດການຝ່າຍຜະລິດຕະພັນຄາສເບິກ ພ້ອມດ້ວຍຄູເຝິກ, ນັກກີລາ ແລະ ຕົວແທນທີ່ມາຈາກ 32 ທີມ ເຂົ້າຮ່ວມ.

ການແຂ່ງຂັນຮອບ 32 ທີມ ແຂ່ງແບບເສຍຄັດອອກແຂ່ງຂັນ ແລະ ຮອບ 16 ທີມແຂ່ງແບບເສຍຄັດອອກ ສ່ວນຮອບຮອງຊະນະເລີດ ແລະ ຮອບຊີງຊະນະເລີດ ຈະແຂ່ງຂັນໃນວັນທີ 8 ພຶດສະພານີ້ ໂດຍທີມຊະນະເລີດຈະໄດ້ຮັບ ບັດເຂົ້າຊົມການແຂ່ງຂັນບານເຕະ ຢູໂຣ 2016 ຮອບຮອງຊະນະເລີດ ທີ່ປະເທດຝຣັ່ງ ຈໍານວນ 8 ລາງວັນ ພ້ອມຂັນລາງວັນ ແລະ ເງິນສົດ 5 ລ້ານກີບ, ຮອງຊະນະເລີດ ໄດ້ເງິນສົດ 3 ລ້ານກີບ, ອັນດັບ 3 ໄດ້ເງິນສົດ 2 ລ້ານກີບ ແລະ ອັນດັບ 4 ໄດ້ເງິນສົດ 1 ລ້ານກີບ. ນອກນັ້ນ, ຍັງມີລາງວັນນັກເຕະທີ່ຍິງປະຕູຫຼາຍທີ່ສຸດ ຈະໄດ້ຮັບລາງວັນພິເສດພ້ອມໂລ້ລາງວັນ ແລະ ລາງວັນກອງເຊຍດີເດັ່ນ (ເຊຍໄດ້ບັນຍາກາດຟົດຟື້ນ) ຈະໄດ້ຮັບເງິນສົດ 5 ແສນກີບ.
ສໍາລັບ ທີມທີ່ໄດ້ຊະນະເລີດປະຈໍາການແຂ່ງຂັນ ທາງຄະນະກໍາມະການຈັດການແຂ່ງຂັນຈະໄດ້ຮັບຜິດຊອບຄ່າເດີນທາງ, ທີ່ພັກ ແລະ ອາຫານ ໄປປະເທດຝຣັ່ງ. ນອກຈາກນີ້, ຜູ້ຊົມທີ່ເຂົ້າຮ່ວມກິດຈະກໍາ ລະຫວ່າງວັນທີ 6-8 ພຶດສະພາ 2016 ທີ່ສູນກີລາຄົບວົງຈອນກູດໄລ ຍັງມີສິດລຸ້ນຮັບບັດເຂົ້າຊົມການແຂ່ງຂັນບານເຕະ ຢູໂຣ 2016 ຮອບຮອງຊະນະເລີດ ທີ່ປະເທດຝຣັ່ງ ຈໍານວນ 2 ລາງວັນ (ລາງວັນລະ 2 ບ່ອນນັ່ງ) ອີກດ້ວຍ.

ຂ່າວຈາກ: ຂ່າວສານບານເຕະລາວ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...