Homeສຸຂະພາບ ແລະ ສີ່ງແວດລ້ອມພຽງເຮັດ 7 ວິທີຕໍ່ໄປນີ້ຈະຊ່ວຍຫຼຸດຄວາມສ່ຽງມະເຮັງເຕົ້ານົມ ໄດ້ເຖິງ 60 ເປີເຊັນ

ພຽງເຮັດ 7 ວິທີຕໍ່ໄປນີ້ຈະຊ່ວຍຫຼຸດຄວາມສ່ຽງມະເຮັງເຕົ້ານົມ ໄດ້ເຖິງ 60 ເປີເຊັນ

Published on

ສາວ​ໆ​ ຮູ້​​ດີວ່າ​ ວິທີ​ຫຼຸດຄວາມ​ສ່ຽງ​ພະຍາດ​ມະ​ເຮັງ​ເຕົ້າ​ນົມ​ຄື:​ ສາວ​ທຸກໄ​ວ​ຄວນ​ກວດ​ເຕົ້າ​ນົມ​ດ້ວຍ​ຕົນເອງ​ທຸກ​ເດືອນ​ຫຼັງ​ໝົດ​ປະຈຳ​ເດືອນ​ ແລະ ​ສຳລັບ​ສາວ​ໄວ​ 40 ປີ​ຂຶ້ນ​ໄປ​ຄວນ​ເລີ່ມ​ກວດ​ໄປກວດເຕົ້ານົມ.​

ມະ​ເຮັງ​ເຕົ້າ​ນົມ​, ພະຍາດ​ມະ​ເຮັງ​ເຕົ້າ​ນົມ​, ພະຍາດ​ມະ​ເຮັງ​, ມະ​ເຮັງ​, Breast Cancer. Cancer…ແລະ ​ເພື່ອ​ບໍ່​ເປັນ​ການ​ລະເລີຍ​ ວິທີ​ຕໍ່ໄປ​ນີ້​ຈະ​ຊ່ວຍ​ໃຫ້​ມະ​ເຮັງ​ຫ່າງ​ໄກ​ຈາກໜ້າເ​ອິກ​ງາມໆ​ຂອງ​ສາວ​ທຸກໄວໄດ້.

1. ຢືດ​ເສັ້ນ​ຢືດ​ສາຍ​ ການ​ອອກ​ກຳ​ລັງ​ກາຍ​ 4 ຊົ່ວ​ໂມງ​ຕໍ່​ອາທິດ​ ຈະ​ຊ່ວຍຫຼຸດ​ໂອ​ກາດ​ສ່ຽງ​ໃນ​ການ​ເປັນ​ມະ​ເຮັງ​ໄດ້​ເຖິງ​ 60 ເປີ​ເຊັນ.​

2. ຫ່າງ​ໄກອາຫານທີ່ມີທາດມຶນເມົາ​.

3. ປ່ຽນ​ຈາກ​ຊີ້ນ​ແດງ​ມາ​ກິນຊິ້ນປາ​.

4. ສຳ​ຜັດ​ແສງ​ແດດ​ໃນ​ຕອນເຊົ້າ​ ຫຼື ຕອນແລງ​ປະ​ມານ​ມື້​ລະ​ 15 ນາ​ທີ​ ວິ​ຕາ​ມິນ​ດີ​ ຈາກ​ແສງ​ແດດ​ຈະ​ຊ່ວຍ​ຫຼຸດ​ຄວາມ​ສ່ຽງ​ໃນ​ການ​ເກີດ​ມະ​ເຮັງ​ ເຕົ້າ​ນົມ​ໄດ້​.

5. ດື່ມ​ນ້ຳ​ສົ້ມ​ ຫຼື ​ນ້ຳ​ໝາກ​ນາວ​ ເປັນປະຈຳ

6. ກິນ​ຖົ່ວ​ເຫຼືອງ​ເປັນປະຈຳ ເພາະມີ​ຜົນ​ງານ​ວິໄ​ຈລະ​ບຸ​ວ່າ​ ແມ່ຍິງ​ທີ່​ກິນ​ຖົ່ວ​ເຫຼືອງ​ເປັນ​ປະຈຳ​ຈະ​ຊ່ວຍຫຼຸດ​ການ​ເກີດ​ມະ​ເຮັງ​ໄດ້.​

7. ຖ້າ​ຈະໃຫ້​ປອດໄ​ພຍິ່ງ​ຂຶ້ນ​ ທ່ານຄວນ​ປ່ອຍ​ວາງ​ຄວາມ​ຄຽດ​ ເພາະ​ມະ​ເຮັງ​ສາເຫດໜຶ່ງເກີດຈາກ​ຄວາມ​ຄຽດ.​

ບົດຄວາມຫຼ້າສຸດ

ລັດຖະບານຍີ່ປຸ່ນໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 40,570 ໂດລາສະຫະລັດ ໃນ “ໂຄງການກໍ່ສ້າງລະບົບນໍ້າລິນບ້ານນາປັນແຂວງຊຽງຂວາງ” ພາຍໃຕ້​ໂຄງ​ການ​ຊ່ວຍເຫຼືອລ້າ​ຂັ້ນ​ຮາກ​ຖານ (GGP).

ພິທີເຊັນສັນຍາໃນຄັ້ງນີ້ແມ່ນການສະໜັບສະໜູນທຶນຮອນ ເພື່ອກໍ່ສ້າງລະບົບນໍ້າລິນທີ່ບ້ານນາປັນແຂວງຊຽງຂວາງ ໂດຍມີເປົ້າໝາຍເພື່ອປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ສາມາດເຂົ້າເຖິງແຫຼ່ງນໍ້າທີ່ສະອາດ ແລະ ຖືກສຸຂະອະນາໄມ. ໃນພິທີເຊັນສັນຍາ ພະນະທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ​...

ການເອົາຈວຍມາຕັ້ງຈອງບ່ອນຈອດລົດແຄມທາງ ຜິດກົດໝາຍຈະລາຈອນ ຖືກປັບໄໝ ແລະ ປິດກິດຈະການ.

ຕາມກົດໝາຍຂອງ ສປປ ລາວ, ການກະທຳທຸກຮູບແບບທີ່ເປັນການ ຢຶດຄອງ, ນຳໃຊ້ ຫຼື ວາງສິ່ງກີດຂວາງ ຢູ່ເທິງທາງຫຼວງ ແລະ ເຂດສະຫງວນທາງຫຼວງ (ລວມທັງໜ້າທາງ, ທາງຍ່າງ, ແລະ...

ອັດຕະປື ພົບຜູ້ປະລະການຮຽນ 5,000 ກວ່າຄົນ ພ້ອມເລັ່ງຊຸກຍູ້ສູ່ຕະຫຼາດແຮງງານ

ພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫລຸບວຽກງານຈຸດບໍລິການຈັດຫາງານພາຍໃນ ແລະ ແກ້ໄຂບັນຫາຂາດແຮງງານຂອງແຂວງອັດຕະປື 6 ເດືອນຕົ້ນປີ 2026 ແລະ ແຜນສືບແກ້ໄຂບັນຫາການຂາດແຄນແຮງງານ ແລະ...