spot_img
Homeຄວາມງາມສູດຜົມງາມ, ຊື່ ບໍ່ແຫ້ງຊີ້ຟູ ແບບບໍ່ຕ້ອງໄປຢືດ ດ້ວຍກະທິ ກັບ ໝາກນາວ

ສູດຜົມງາມ, ຊື່ ບໍ່ແຫ້ງຊີ້ຟູ ແບບບໍ່ຕ້ອງໄປຢືດ ດ້ວຍກະທິ ກັບ ໝາກນາວ

Published on

ຂ່າວດີສຳລັບສາວໆຜົມແຫ້ງຊີ້ຟູ ເພາະຕອນນີ້ສາວໆບໍ່ຈຳເປັນຕ້ອງໄປເພິ່ງວິທີລີດດ້ວຍຄວາມຮ້ອນ ຫຼື ຢືດຜົມດ້ວຍສານເຄມີໃຫ້ຜົມເສຍອີກແລ້ວ ວັນນີ້ ລາວໂພສຕ໌ ມີສູດໝັກຜົມງ່າຍໆ ທີ່ຈະຊ່ວຍໃຫ້ຜົມທ່ານງາມ ແລະ ມີນ້ຳໜັກ ປິວສະບັດຢ່າງເປັນທຳມະຊາດມາຝາກ

2 (1)

ສູດຜົມຊື່ດ້ວຍກະທິ ກັບ ນ້ຳໝາກນາວ
1. ກຽມນ້ຳຫົວກະທິສົດ 2 ຖ້ວຍ
2. ບີບນ້ຳໝາກນາວ 1 ໜ່ວຍ ປະສົມກັບກະທິໃຫ້ເຂົ້າກັນ
3. ນຳນ້ຳກະທິໄປແຊ່ໄວ້ໃນຕູ້ເຢັນປະມານ 1-2 ຊົ່ວໂມງ
4. ເມື່ອນ້ຳກະທິແຂງຕົວ ຈະພົບວ່າສ່ວນປະສົມຈະແຍກອອກເປນສອງສ່ວນຄື: ຊັ້ນຄີມກະທິທີ່ເຂັ້ມຂຸ້ນ ແລະ ຊັ້ນທີ່ເປັນນ້ຳໃສໆ ໃຫ້ຕັກເອົາສະເພາະຊັ້ນຄີມກະທິອອກມາໃຊ້
5. ນຳກະທິທີ່ໄດ້ມາຊະໂລມໃຫ້ທົ່ວເສັ້ນຜົມ ແລະ ພັນຫົວດ້ວຍຜ້າແພ ປ່ອຍໄວ້ປະມານ 1-2 ຊົ່ວໂມງ
6. ເມື່ອຄົບກຳນົດຕາມເວລາແລ້ວໃຫ້ລ້າງກະທິອອກ ແລະ ສະຜົມດ້ວຍຢາສະຫົວຕາມປົກກະຕິ
7. ເປົ່າຜົມໃຫ້ແຫ້ງ ກໍ່ເປັນອັນສຳເລັດຮຽບຮ້ອຍ

ທ່ານຈະຮູ້ສຶກໄດ້ເລີຍວ່າ ຜົນທີ່ເຄີຍຊີ້ຟູບໍ່ມີນເຳໜັກ ຈະກາຍເປັນຜົມນຸ້ມຊື່ ແລະ ມີນ້ຳໜັກຂຶ້ນທັນທີ ເນື່ອງຈາກໄຂມັນອີ່ມຕົວທີ່ມີໃນກະທິ ແລະ ຄຸນສົມບັດຕໍ່ຕ້ານແບັກທີເຣຍຈາກໝາກນາວ ຊ່ວຍສ້າງຄວາມສົມດູນໃຫ້ກັບໜັງຫົວ ແລະ ເສັ້ນຜົມ ຈິ່ງເຮັດໃຫ້ຜົມມີສຸຂະພາບດີຂຶ້ນ ແນະນຳວ່າທ່ານຄວນເຮັດອາທິດລະ 1-2 ຄັ້ງ ຈະເຫັນການປ່ຽນແປງຂອງເສັ້ນຜົມໄດ້ຢ່າງຊັດເຈນ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...