spot_img
Homeຄວາມງາມ7 ວິທີແກ້ສົ້ນຕີນແຕກ ໃຫ້ກັບມາງາມຄືເກົ່າ

7 ວິທີແກ້ສົ້ນຕີນແຕກ ໃຫ້ກັບມາງາມຄືເກົ່າ

Published on

ບັນຫາສົ້ນຕີນແຕກຖ້າໃຜເປັນຈະຮູ້ສຶກວ່າລໍາຄານຫຼາຍ ເພາະຕີນຈະແຫ້ງ ເປັນຮອຍແຕກເບິ່ງໄປແລ້ວບໍ່ເປັນຕາເບິ່ງ ແຖມຍັງຂູດຫັ້ນຂູດນີ້ໄປໝົດ

ມື້ນີ້ເຮົາກໍາເລີຍໄປຫາວິທີແກ້ສົ້ນຕີນແຕກດ້ວຍຂອງຈາກທໍາມະຊາດມາຝາກກັນ ພຽງແຕ່ໃຊ້ຂອງທີ່ຫາມາງ່າຍໆ ໃນຄົວເຮືອນນີ້ ຮັບຮອງແກ້ໄດ້ແນ່ນອນ.

ນໍ້າເຜິ້ງ

ເພາະໃນນໍ້າເຜິ້ງມີມອຍຊເຈີໄຣເຊີຈາກທໍາມະຊາດ ແຖມຍັງມີສານແອນຕີ້ແບກທີເຣຍ ວິທີການໃຊ້ກໍ່ພຽງເທນໍ້າເຜິ້ງລົງໃນນໍ້າອຸ່ນ ແລ້ວແຊ່ຕີນເອົາໄວ້ຢ່າງໜ້ອຍ 20 ນາທີ ເຮັດກ່ອນນອນທຸກມື້ຈະເຫັນຜົນໄວ.

ນໍ້າໝາກພ້າວ

ຮຽກໄດ້ວ່າເປັນນໍ້າມັນດີທີ່ຄວນມີຕິດບ້ານຕິດເຮືອນແທ້ໆ ເພາະເຕັມໄປດ້ວຍວິຕາມິນອີເຂັ້ມຂຸ້ນ ທີ່ຈະຊ່ວຍສະໝາມຜິວແຕກໆ ໃຫ້ລຽບນຽນຂຶ້ນໄດ້ໄວ ພຽງແຕ່ແຊ່ຕີນໃນນໍ້າອຸ່ນ ຈາກນັ້ນນວດຕີນດ້ວຍນໍ້າມັນໝາກພ້າວ ແລ້ວໃສ່ຖົງຕີນເຂົ້ານອນ ກໍ່ນຽນຊຸ່ມຊືນຂຶ້ນ.

ເຊຍບັດເຕີກັບນໍ້າໝາກນາວ

ເປັນບັດເຕີເນື້ອເຂັ້ມຂຸ້ນຄືກັບຂີ້ເຜິ້ງ ດັ່ງນັ້ນຈຶ່ງຊ່ວຍໃຫ້ຕີນນຸ່ມສະໝານຜິວບໍ່ໃຫ້ແຕກໄດ້ ວິທີໃຊ້ຄືແຊ່ຕີນໃນນໍ້າອຸ່ນປະສົມນໍ້າໝາກນາວແລ້ວຂັດທີ່ຮອຍແຕກເບົາໆ ຈາກນັ້ນເຊັດຕີນໃຫ້ແຫ້ງແລ້ວໃສເຊຍບັດເຕີໄປ ແລະໃສ່ຖົງຕີນເຂົ້ານອນ.

ໝາກກ້ວຍ

ໝາກກ້ວຍມີເອນໄຊທີ່ຈະຊ່ວຍກະຕຸ້ນໃຫ້ຜັດເຊວຜິວໃໝ່ ດັ່ງນັ້ນລອງບົດໝາກກ້ວຍ 1 ໜ່ວຍ ກັບນໍ້າໝາກພ້າວ 2 ບ່ວງແກງ ແລ້ວພອກຕີນເອົາໄວ້ 20 ນາທີ ໂດຍໃສ່ຖົງພາດສະຕິກຮອບອີກຊັ້ນ ຈາກນັ້ນລ້າງອອກດ້ວຍນໍ້າອຸ່ນແລ້ວທາຄຣີມບໍາລຸງໃຫ້ຊຸ່ມຊືນ.

ເປືອກໝາກນາວ ແລະເກືອຂັດຜິວ

ເຮົາຕ້ອງຂັດເຊວຜິວທີ່ຕາຍແລ້ວອອກໃຫ້ໝົດ ເພື່ອໃຫ້ສົ້ນຕີນແຕກກັບມານຽນນຸ່ມອີກຄັ້ງ ຈິ່ງຕ້ອງໃຊ້ເກືອຂັດຜິວທາເທິງເປືອກໝາກນາວ ແລ້ວຄ່ອຍໆ ຂັດເຊວທີ່ຕາຍແລ້ວໃຫ້ຫຼຸດອອກ ເພາະໝາກນາວມີກົດທໍາມະຊາດທີ່ຊ່ວຍຜັດເຊວຜິວໄດ້.

ນໍ້າມັນໝາກກອກ

ອີກໜຶ່ງຂອງດີທີ່ຄວນມີຕິດເຮືອນໄວ້ເລີຍ ສໍາລັບນໍ້າມັນໝາກກອກ ຊຶ່ງນອກຈາກຈະໝັກຜົມ, ໝັກຜິວໃຫ້ນຸ່ມແລ້ວ ເຮົາຍັງເອົານໍ້າມັນໝາກກອກມາທາທີ່ສົ້ນຕີນແຕກ ເພື່ອສະມານຜິວໄດ້ອີກດ້ວຍ ວິທີໃຊ້ກໍ່ພຽງແຕ່ທານໍ້າມັນໝາກກອກທີ່ຕີນແຕກທຸກມື້ ໃສ່ຖົງຕີນເຂົ້ານອນ ຈາກນັ້ນລ້າງອອກດ້ວຍນໍ້າອຸ່ນ.

ເບກກິ້ງໂຊດາ

ລາຊາແຫ່ງກົ້ນຄົວແທ້ໆ ສໍາລັບເບກກິ້ງໂຊດາ ພຽງແຕ່ຢີບມາປະສົມນໍ້າແລ້ວຂັດເບົາໆທີ່ຕີນ ກໍ່ຈະຊ່ວຍເສກໃຫ້ຕີນນຽນນຸ່ມໄດ້ແບບບໍ່ໜ້າເຊື່ອ ເຄັດລັບຄືຫຼັງຈາກຂັດແລ້ວໃຫ້ປະໄວ້ປະມານ 5-10 ນາທີ ກ່ອນລ້າງອອກ ຫຼັງຈາກລ້າງອອກແລ້ວໃຫ້ທາຄຣີມບໍາລຸງແລ້ວໃຫ້ໃສ່ຖົງຕີນ ຮັບຮອງວ່າດີແທ້.

 

ຂໍ້ມູນຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...