spot_img
Homeຂ່າວການສຶກສາຫລາຍໂຮງຮຽນສາມາດຮັກສາ ການເປັນໂຮງຮຽນປອດສິ່ງເສບຕິດ

ຫລາຍໂຮງຮຽນສາມາດຮັກສາ ການເປັນໂຮງຮຽນປອດສິ່ງເສບຕິດ

Published on

ພິທີປະດັບຫລຽນໄຊຊັ້ນ III ຈາກກະຊວງສຶກສາທິການ ແລະ ກິລາ ໃຫ້ໂຮງຮຽນ 11 ແຫ່ງທີ່ສາມາດຮັກສາ ການເປັນໂຮງຮຽນປອດສິ່ງເສບຕິດ 3 ປີຕິດຕໍ່ກັນ, ໄດ້ຈັດຂຶ້ນທີ່ໂຮງຮຽນມັດທະຍົມຕອນປາຍນະຄອນຫລວງວຽງຈັນ-ນະຄອນໂຮ່ຈີມິ່ນ, ໂດຍການເຂົ້າຮ່ວມຂອງທ່ານ ບົວລານ ສີລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ພັນເອກ ອິນທະລົງ ໄຊຍະບຸດສີ ຫົວໜ້າກອງບັນຊາການ ປກສ ນະຄອນຫລງວຽງຈັນ, ມີຄູ-ອາຈານ,ນັກຮຽນຈາກໂຮງຮຽນກ່ຽວ ຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.

ທ່ານ ຄຳສະຫວັນ ໂຄດໄຊ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ກ່າວວ່າ:  ປັດຈຸບັນ ຢູ່ທົ່ວນະຄອນຫລວງວຽງຈັນ ສາມາດຮັບ ຮອງເອົາໂຮງຮຽນສາມັນຕ່າງໆຈຳນວນ 120 ແຫ່ງແລ້ວເປັນໂຮງຮຽນປອດສິ່ງເສບຕິດ,  ໃນນັ້ນໂຮງຮຽນທີ່ສາມາດຮັກສາແຊ໊ມ 3 ປີຕິດຕໍ່ກັນ (2012-2015) ປະກອບມີໂຮງຮຽນມັດທະຍົມຕອນຕົ້ນ-ຕອນປາຍ 11 ແຫ່ງ, ຊຶ່ງແຕ່ລະ

ໂຮງຮຽນແມ່ນໄດ້ຮັບຫລຽນໄຊຊັ້ນ III ແລະ ໃບຍ້ອງຍໍຄື: ໂຮງຮຽນມັດທະຍົມຕອນປາຍ ນະຄອນຫລວງວຽງຈັນ-ນະຄອນໂຮ່ຈີມິ່ນ, ມັດທະຍົມຕອນປາຍ ໜອງດ້ວງ, ມັດທະຍົມຕອນປາຍ ຈັນທະບູລີ, ມັດທະຍົມສົມບູນ ຕານມີໄຊ, ມັດທະ ຍົມສົມບູນ ພັນໝັ້ນ, ມັດທະຍົມສົມບູນ ນາຊາຍທອງ, ມັດທະຍົມສົມບູນ ນາຊອນ, ມັດ ທະຍົມສົມບູນ ໜອງບອນ,ມັດທະຍົມຕອນຕົ້ນ ສີສັດຕະນາກ, ມັດທະຍົມຕອນຕົ້ນ ໜອງບຶກ ແລະ ມັດທະຍົມຕອນຕົ້ນ ຫ້ອມສະຫວັນ, ພ້ອມນີ້ ກະຊວງສຶກສາຍັງໄດ້ມອບໃບຍ້ອງຍໍ ແລະ ຫລຽນໄຊຊັ້ນ III ໃຫ້ພະແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ທີ່ຜົນສຳເລັດ ໃນການກໍ່ສ້າງໂຮງຮຽນດັ່ງກ່າວ ເປັນໂຮງຮຽນປອດສິ່ງເສບຕິດອີກດ້ວຍ.

ທ່ານ ຄຳສະຫວັນ ໂຄດໄຊ ໃຫ້ຮູ້ອີກວ່າ: ໂຮງຮຽນທີ່ຈະຖືກຮັບຮອງເປັນໂຮງ ຮຽນປອດສິ່ງເສບຕິດ ແມ່ນໂຮງຮຽນຊັ້ນມັດທະຍົມສຶກສາທຸກແຫ່ງໃນນະຄອນຫລວງວຽງຈັນ, ແຕ່ຈະຕ້ອງມີເງື່ອນໄຂຄົບຖ້ວນເຊັ່ນ: ຄູ-ອາຈານ ແລະ ນັກຮຽນພາຍໃນໂຮງຮຽນ ບໍ່ໄດ້ຫຍຸ້ງກ່ຽວກັບສິ່ງເສບຕິດທຸກປະເພດ, ໂດຍການບໍ່ເສບ, ບໍ່ຊື້, ບໍ່ຂາຍ, ບໍ່ສົ່ງຕໍ່, ບໍ່ຈຳໜ່າຍ, ບໍ່ທົດລອງ, ບໍ່ຊຸກເຊື່ອງ, ບໍ່ຜະລິດ, ບໍ່ໃຫ້ການຮ່ວມມື ແລະ ບໍ່ເປັນບ່ອນແວ່ພັກເຊົາຂອງຢາເສບຕິດ, ພ້ອມນີ້ ຍັງໄດ້ກຳນົດບໍ່ໃຫ້ມີກຸ່ມສ່ຽງເກີນ 3% ຂອງຈຳນວນນັກຮຽນທັງໝົດ ແລະ 100% ບໍ່ໃຫ້ມີ ກຸ່ມເສບ; ບໍ່ໃຫ້ຕິດປ້າຍໂຄສະນາກ່ຽວກັບສິ່ງເສບຕິດພາຍໃນໂຮງຮຽນ, ບໍ່ໃຫ້ນັກຮຽນດື່ມເຫລົ້າ-ເບຍ ແລະ ສູບຢາ, ບໍ່ໃຫ້ມີການຕັ້ງວົງດື່ມເຫລົ້າ-ເບຍ ພາຍໃນໂຮງຮຽນຢ່າງເດັດຂາດ ຖ້າຈຳເປັນຕ້ອງມີການອະນຸຍາດຈາກການຈັດຕັ້ງໂຮງ ຮຽນດັ່ງກ່າວ,ຮ້ານອາຫານພາຍໃນໂຮງຮຽນບໍ່ໃຫ້ຂາຍສິ່ງເສບຕິດທຸກປະເພດ, ຄູ-ອາຈານທີ່ຕ້ອງ ການສູບຢາ ແມ່ນໃຫ້ສູນຢູ່ໃນຫ້ອງທີ່ອະນຸຍາດໃຫ້ເທົ່ານັ້ນ, ພະນັກງານຄູ-ນັກຮຽນ ແມ່ນບໍ່ໃຫ້ມີຫາງສຽງທີ່ບໍ່ດີເປັນຕົ້ນ ຖືກກັກຕົວ, ຖືກກ່າວເຕືອນຈາກເຈົ້າໜ້າທີ່ ແລະ ອຳນາດການປົກຄອງກ່ຽວກັບເລື່ອງຢາເສບຕິດທຸກປະເພດໃນສົກຮຽນດັ່ງກ່າວ, ການຮຽນ-ການສອນຂອງຄູ-ອາຈານ ແມ່ນໃຫ້ມີຫລັກສູດກ່ຽວກັບຜົນຮ້າຍຂອງຢາເສບຕິດ ແລະ ອື່ນໆ, ພາຍໃນໂຮງຮຽນຕ້ອງສະອາດ, ສວຍງາມ, ມີຕົ້ນໄມ້, ດອກໄມ້ປະດັບ, ມີກະດານຂ່າວ, ມີປ້າຍໂຮງຮຽນ, ປ້າຍຫ້ອງຮຽນ, ມີເສົາທຸງ ແລະ ຮົ້ວອ້ອມໂຮງຮຽນຢ່າງເປັນລະບຽບ. ນອກຈາກນີ້ ແຕ່ລະໂຮງຮຽນທີ່ໄດ້ຮັບຮອງໃຫ້ເປັນໂຮງຮຽນປອດສິ່ງເສບຕິດແລ້ວ ຈະຕ້ອງມີບົດລາຍງານ ການເກັບກຳສະພາບຂອງບັນຫາສິ່ງເສບຕິດພາຍໃນໂຮງຮຽນສົ່ງໃຫ້ພາກສ່ວນກ່ຽວຂ້ອງເປັນປົກກະຕິ.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...

ເສຍຫາຍຫຼາຍສົມຄວນ! ປະເມີນຜົນກະທົບຈາກໄພພິບັດ ແລະ ແນວທາງການຊ່ວຍເຫຼືອຟື້ນຟູ

ລາວໄດ້ຮັບຜົນກະທົບທັງໝົດ 34 ເມືອງ ແລະ ເສຍຊີວິດ 4 ຄົນ ຈາກຜົນກະທົບຈາກພາຍຸວິພາ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ຈັດກອງປະຊຸມເພື່ອປຶກສາຫາລືກ່ຽວກັບການປະເມີນຜົນກະທົບ, ຜົນເສຍຫາຍ ແລະ ແນວທາງຟື້ນຟູສຸກເສີນ ບັນດາແຂວງທີ່ໄດ້ຮັບຜົນກະທົບຈາກພາຍຸວິພາ ໃນວັນທີ...

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່?

ທ່ານຮູ້ຫຼືບໍ່? ສິນຄ້າສົ່ງອອກ ທີ່ໄດ້ຮັບການຍົກເວັ້ນ ອມພ (VAT) ມີຫຍັງແດ່? ອມພ ອາກອນມູນຄ່າເພີ່ມ ຫຼື VAT : ແມ່ນອາກອນມູນຄ່າເພີ່ມທີ່ເກັບຕາມມູນຄ່າສິນຄ້າ ຫຼື ການບໍລິການໃນປະເທດ ແລະ...

ຂ່າວດີ! ສົກຮຽນ 2025-2026 ມຊ ຈະຮັບນັກສຶກສາໃໝ່ 5.670 ຄົນ

ສົກຮຽນ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670 ຄົນ. ໃນສົກສຶກສາ 2025-2026 ມະຫາວິທະຍາໄລແຫ່ງຊາດ(ມຊ) ມີແຜນຮັບນັກສຶກສາໃໝ່ ໃນທຸກໆຫລັກສູດປະລິນຍາຕີ ຈໍານວນ 5.670...