spot_img
Homeຂ່າວພາຍ​ໃນຊາວບ້ານຫາດຊາຍຄຳ ກຽມພ້ອມຍ້າຍອອກຈາກເຂດກໍ່ສ້າງເຂື່ອນນໍ້່າງຽບ 1

ຊາວບ້ານຫາດຊາຍຄຳ ກຽມພ້ອມຍ້າຍອອກຈາກເຂດກໍ່ສ້າງເຂື່ອນນໍ້່າງຽບ 1

Published on

“ຄອບຄົວຂອງຂ້າພະເຈົ້າໄດ້ຕັດສິນໃຈຈະຍ້າຍໄປບ້ານຈັດສັນຫ້ວຍສູບ ຊຶ່ງມັນເປັນການຕັດສິນໃຈທີ່ຍາກຫຼາຍເພາະວ່າເມື່ອປຽບທຽບກັນລະຫວ່າງການຍ້າຍໄປບ້ານຈັດສັນຫ້ວຍສູບຂອງໂຄງການໄຟຟ້ານໍ້າງຽບ 1 ແລະ ການຍ້າຍໄປບ່ອນອື່ນດ້ວຍຕົນເອງພາຍໃນເມືອງບໍລິຄັນ ຫຼື ເມືອງອື່ນ ຂໍ້ດີ ແລະ ຂໍ້ເສຍແມ່ນຄ້າຍໆ ຄືກັນ ແຕ່ໃນທີ່ສຸດພວກເຮົາຕັດສິນໃຈຍ້າຍໄປບ້ານຈັດສັນຫ້ວຍສູບ,” ທ່ານ ລີ ຊົງ ອາຍຸ 52 ປິ ຊາວບ້ານຫາດຊາຍຄຳ ແຂວງ ບໍລິຄຳໄຊ ກ່າວ.

ບ້ານຫາດຊາຍຄຳແມ່ນຕັ້ງຢູ່ໃນເຂດໂຄງການໄຟຟ້ານໍ້າງຽບ 1 ແລະ ຈະຖືກນໍ້າຖ້ວມໂດຍອ່າງໂຕ່ງນໍ້າຂອງເຂື່ອນນໍ້າງຽບ 1 ທີ່ຈະຖືກສ້າງຂຶ້ນພາຍຫຼັງການກໍ່ສ້າງເຂື່ອນໄດ້ສຳເລັດລົງໃນປີ 2018 ແລະ ປະຊາຊົນທັງໝົດ 38 ຄົວເຮືອນຕ້ອງໄດ້ຍົກຍ້າຍ. ຄອບຄົວທ່ານລີ ແລະ ອີກ 18 ຄົວເຮືອນໄດ້ເລືອກໄປບ້ານຈັດສັນຫ້ວຍສູບ ຊຶ່ງຕັ້ງຢູ່ຫ່າງຈາກບ້ານຫາດຊາຍຄຳປະມານ 5 ກິໂລແມັດ ສ່ວນທີ່ເຫຼືອ 18 ຄົວເຮືອນໄດ້ເລືອກຍ້າຍໄປບ່ອນອື່ນໃນເມືອງບໍລິຄັນ ແລະ ອີກຄົວເຮືອນໜຶ່ງຈະຍ້າຍໄປແຂວງອື່ນ.

ປະຊາຊົນປະມານ 520 ຄົວເຮືອນຈາກບ້ານຫາດຊາຍຄຳ ເມືອງບໍລິຄັນ ແຂວງບໍລິຄຳໄຊ ແລະ ຈາກອີກສີ່ບ້ານທີ່ເມືອງຮົ່ມ ແຂວງໄຊສົມບູນຈະຕ້ອງຍົກຍ້າຍເພື່ອການກໍ່ສ້າງຂອງໂຄງການ. ພາຍໃຕ້ການການປຶກສາຫາລືກັບຊຸມຊົນທ້ອງຖິ່ນ, ການປະຕິບັດທີ່ດີເລີດດ້ານການຊົດເຊີຍຂອງ ສ.ປ.ປ. ລາວ ແລະ ຂອງສາກົນ ແລະ ໂດຍການຊີ້ນໍາຂອງຄະນະຊີ້ນໍາຂັ້ນແຂວງວ່າດ້ວຍການຍົກຍ້າຍຈັດສັນ ແລະ ປົວແປງຊີວິດການເປັນຢູ່ຂອງຜູ້ທີ່ຖືກກະທົບຈາກໂຄງການ ໂຄງການໄຟຟ້ານໍ້າງຽບ 1 ໄດ້ສ້າງ ແລະ ຈັດຕັ້ງປະຕິບັດນະໂຍບາຍການຊົດເຊີຍເພື່ອເຮັດໃຫ້ຜົນກະທົບຈາກໂຄງການມີໜ້ອຍທີ່ສຸດ ແລະ ການສ້າງບ້ານຈັດສັນຫ້ວຍສູບກໍແມ່ນໜຶ່ງຮູບແບບຂອງການຊົດເຊີຍເພື່ອຫຼຸດຜ່ອນຜົນກະທົບທີ່ມີຕໍ່ຊຸມຊົນຂອງໂຄງການ.

ທ່ານ ປຣະພາດ ປານອາຣາມ ຮອງອຳນວຍການດ້ານສັງຄົມ ແລະ ສິ່ງແວດລ້ວມຂອງບໍລິສັດໄຟຟ້ານໍ້າງຽບ 1 ກ່າວວ່າ: “ພວກເຮົາໄດ້ເລີ່ມຕົ້ນກໍ່ສ້າງຫົນທາງ ແລະ ຂົວເຂົ້າຫາເຂດບ້ານຈັດສັນຫ້ວຍສູບ ແລະ ເລີ່ມບຸກເບີກພື້ນທີ່ສຳລັບປຸກເຮືອ ແລະ ສ້າງສະຖານທີ່ອຳນວຍຄວາມສະດວກຕ່າງໆ ຂອງຊຸມຊົນ ແລະ ກະກຽມພື້ນທີ່ກະສິກຳເພື່ອຮອງຮັບປະຊາຊົນຜູ້ທີ່ຈະຍ້າຍເຂົ້າມາອາໄສຢູ່ບ້ານຈັດສັນຫ້ວຍສູບ.” ການກໍ່ສ້າງບ້ານຈັດສັນຫ້ວຍສູບກຳລັງຂຸ້ນຂ້ຽວເພື່ອຮັບປະກັນວ່າການຍົກຍ້າຍທຳອິດຈາກບ້ານຫາດຊາຍຄຳຈະໃຫ້ສຳເລັດໃນເດືອນກໍລະກົດ 2016 ແລະ ການຍົກຍ້າຍສຸດທ້າຍຂອງປະຊາຊົນຜູ້ທີ່ຖືກຜົນກະທົບຈາກສີ່ບ້ານທີ່ເມືອງຮົ່ມແຂວງໄຊສົມບູນຈະໃຫ້ສຳເລັດໃນປີ 2017.

ທ່ານປຣະພາດກ່າວວ່າ: ປະຊາຊົນຜູ້ທີ່ຖືກຜົນກະທົບຈະໄດ້ຮັບຜົນປະໂຫຍດຫຼາຍຢ່າງ ທ່ານ ລີ ຊົງ ກ່າວວ່າ: “ຄອບຄົວຂອງຂ້າພະເຈົ້າຈະໄດ້ຮັບເຂົ້າສານເປັນເວລາ 5 ປີ, ເຮືອນ, ທົ່ງນາທີ່ມີຊົນລະປະທານ ແລະ ດິນສຳລັບການກະສິກຳ ແລະ ລ້ຽງສັດ. ນອກນີ້ ພວກເຮົາຍັງຈະໄດ້ເຂົ້າເຖິງ ແລະ ຊົມໃຊ້ສິ່ງອຳນວຍຄາມສະດວກຕ່າງໆ ເຊັ່ນ: ຕະຫຼາດ, ໂຮງຮຽນ, ສຸກສາລາ ແລະ ນໍ້າສະອາດ ແລະ ເຂົ້າຮ່ວມກິດຈະກໍາປັບປຸງຊີວິດການເປັນຢູ່ທີ່ສະໜອງໂດຍໂຄງການນຳອີກ.” ພາຍໃຕ້ນະໂຍບາຍການຊົດເຊີຍ ປະຊາຊົນຜູ້ທີ່ຖືກຜົນກະທົບສາມາດເລືອກທີ່ຈະຍ້າຍໄປຢູ່ບ້ານຈັດສັນຫ້ວຍສູບ ຫຼື ຮັບເອົາການຊົດເຊີຍທັງໝົດ ແລະ ຍ້າຍໄປຢູ່ບ້ານອື່ນດ້ວຍຕົນເອງ. “ການຍົກຍ້າຍໄປບ່ອນອື່ນດ້ວຍຕົນເອງ ຕ້ອງໄດ້ຮັບການອະນຸມັດຈາກຄະນະຊີ້ນຳຂັ້ນແຂວງວ່າດ້ວຍການຍົກຍ້າຍ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນຜູ້ທີ່ຖືກຜົນກະທົບ,” ທ່ານ ປຣະພາດ ກ່າວຕື່ມ.

ທ່ານ ກົງສີ ລໍ ກ່າວວ່າ: “ຄອບຄົວຂອງພວກເຮົາໄດ້ຕັດສິນໃຈທີ່ຈະຍ້າຍໄປບ້ານໜຶ່ງໃນເມືອງບໍລິຄັນ ເພາະວ່າພວກເຮົາມີພີ່ນ້ອງຢູ່ພຸ້ນ ແລະ ຄາດວ່າຈະຍ້າຍທັນທີພາຍຫຼັງທີ່ໄດ້ຮັບການຊົດເຊີຍຈາກໂຄງການ. ທ່ານ ກົງສີກ່າວຕື່ມອີກວ່າ: ຄົວເຮືອນທີ່ຍ້າຍໄປບ່ອນອື່ນດ້ວຍຕົນເອງສ່ວນຫຼາຍຄິດວ່າເຂົາເຈົ້າຈະໄດ້ຮັບການຊົດເຊີຍ“ຫຼາຍ”ກວ່າການຍ້າຍໄປບ້ານຈັດສັນຫ້ວຍສູບ.

ທ່ານ ປຣະພາດ ກ່າວວ່າ ໂຄງການຢາກໃຫ້ທຸກໆ ຄົວເຮືອນຍ້າຍໄປບ້ານຈັດສັນຫ້ວຍສູບເພື່ອໃຫ້ເຂົາໄດ້ຮັບຜົນປະໂຫຍດສູງສຸດຈາກກິດຈະກຳປັບປຸງຊີວິດການເປັນຢູ່ຂອງໂຄງການ ແຕ່ພວກເຮົາກໍເຂົ້າໃຈ ແລະ ເຄົາລົບການຕັດສິນໃຈຂອງປະຊາຊົນ.

ທ່ານລີກ່າວວ່າ: “ຂ້າພະເຈົ້າມີແຜນຈະລ້ຽງ ແລະ ເພາະພັນປາຂາຍ ແລະ ຄາດວ່າຊີວິດຂອງພວກເຮົາຈະດີຂຶ້ນພາຍຫຼັງທີ່ໄດ້ຍ້າຍໄປຢູ່ບ້ານຈັດສັນຫ້ວຍສູບ.”

ຂອບໃຈ ຂໍ້ມູນ ແລະພາບ ຈາກ ບໍລິສັດໄຟຟ້ານໍ້າງຽບ 1
(ຫນັງສືພິມ ເສດຖະກິດ-ການຄ້າ)

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...