spot_img
Homeຂ່າວພາຍ​ໃນລີເວິພູ ຈ້ອງດຶງ ໂຈຮາດ ມາເປັນຜູ້ຮັກສາປະຕູ

ລີເວິພູ ຈ້ອງດຶງ ໂຈຮາດ ມາເປັນຜູ້ຮັກສາປະຕູ

Published on

ລີ​ເວິພູ ມີ​ແຜນ​ອອກ​ລ່າ​ຕົວ ​ໂຈຮາດ ຜູ້​ຮັກສາ​ປະຕູ ​ແມນ​ເຊັດ​ສະ​ເຕີ ຊີ​ຕີ້ ຫຼັງ​ຈົບ​ລະດູ​ການ​ນີ້ ​ເພື່ອ​ເອົາ​ມາ​ແທນ ຊິ​ມົງ  ມິ​ໂຢ​ເລ່ ຜູ້​ຮັກສາ​ປະຕຸ​ຊາວ ​ເບ​ລຢ່ຽມ ທີ່​ຟອມຫຼຸດ​ຫຼາຍ​ຄັ້ງ.

       ລີ​ເວິພູ ສະ​ໂມ​ສອນ​ດັງ ພຣີ​ເມຍ​ລີກ ອັງກິດ ອາດ​ຈະ​ຍື່ນ​ຂໍ້​ສະ​ເໜີ​ຊື້​ຕົວ ​ໂຈ​ຮາດ ຜູ້​ຮັກສາ​ປະຕູ​ມື​ໜຶ່ງຂອງ​ ແມນ​ເຊັດ​ສະ​ເຕີ ຊີ​ຕີ ສະ​ໂມ​ສອນ​​ຄູ່​ແຂ່ງ​ຮ່ວມລີກ ມາ​ເສີມ​ທີ​ມຫຼັງ​ຈົບ​ລະດູ​ການ​ນີ້ ຈາກ​ການ​ລາຍ​ງານ​ຂອງ ຟຣ້ອງ  ສື່​ຂັ້ນນຳ ຝຣັ່ງ ​ເມື່ອ​ວັນ​ພຸດ​ທີ 4 ພຸດ​ສະພາ​ທີ່​ຜ່ານ​ມາ.

ການ​ທີ່ ​ໂຈ​ເຊປ ກວາ​ດີ​ໂອລາ ວ່າ​ທີ່​ຜູ້​ຈັດການ​ທີ​ມຄົນ​ໃໝ່​ຂອງ ​ແມນ​ເຊັດ​ສະ​ເຕີ ຊີ​ຕີ ​ໄດ້​ແຈ້ງ​ໃຫ້​ຜູ້​ບໍລິຫານ​ສະ​ໂມ​ສອນ​ອອກ​ລ່າ​ຕົວ ມາກ-​ອັນ​ເດຣ ​ແຕຣ ສ​ເຕ​ເກ້​ນ ຜູ້​ຮັກສາ​ປະຕູ ບາ​ເຊ​ໂລ​ນາ ມາ​ຮ່ວມ​ທີ​ມ ທຳ​ໃຫ້ ​ໂຈຮາດ ມີ​ອານາ​ຄົດ​ບໍ່​ແນ່ນອນ​ໃນ​ຖິ່ນ ​ເອຕິອັດ ສະ​ເຕດຽມ ຂະ​ນະ​ທີ່ ຈໍ​ເກນ ຄລ໊ອປ ຜູ້​ຈັດການ​ທີ​ມ ລີ​ເວິພູ ກໍ່​ກຳລັງ​ຕິດຕາມ​ດູ​ສະຖານະ​ການ​ໃກ້ຊິດ.

ປັດຈຸບັນ ຊິ​ມົງ ມີ​​ໂຢ​ເລ່ ຄື​ຜູ້​ຮັກສາ​ປະຕູ​ມື​ໜຶ່ງ​ຂອງ ລີ​ເວີ​ພູ ​ແຕ່​ລະດູ​ການ​ນີ້​ມີ​ຈັງ​ວະ​ຫຼິ້ນ​ຜິດພາດ​ຫຼາຍ​ຄັ້ງ​ເຊິ່ງມັນ​ເຮັດ​ໃຫ້ ຄລ໊​ອປ ​ເລືອ​ກທີ່​ຈະ​ເບິ່ງ​ຜູ້​ຮັກສາ​ປະຕູ​ຄົນ​ອື່ນ​ທີ່​ໄວ້​ວາງ​ໃຈ​ຫຼາຍ​ກວ່າ​ນີ້.

ຂ່າວຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...