spot_img
Homeນານາສາລະວິທີການເຮັດປຸ໋ຍໝັກທີ່ ຄຸນນະພາບໃກ້ຄຽງກັບປຸ໋ຍເຄມີ

ວິທີການເຮັດປຸ໋ຍໝັກທີ່ ຄຸນນະພາບໃກ້ຄຽງກັບປຸ໋ຍເຄມີ

Published on

ປຸ໋ຍໝັກໂດຍທົ່ວໄປຈະມີຄຸນສົມບັດ ແລະ ປິລິມານແຮ່ທາດນ້ອຍກ່ວາປຸ໋ຍເຄມີ ເວລາໃຊ້ກັບພືດຈະຕອບສະໜອງຜົນຮັບຊ້າ ແລະ ຕ້ອງໃຊ້ໃນປະລິມານຫຼາຍ ແລະ ກຽມການຜະລິດຫຼາຍຂັ້ນຕອນ ແຕ່ຜົນດີຂອງປຸ໋ຍທຳມະຊາດແມ່ນບໍ່ທຳລາຍສິ່ງແວດລ້ອມ.

0.0

ວິທີການເຮັດປຸ໋ຍໝັກທີ່ ຄຸນນະພາບໃກ້ຄຽງປຸ໋ຍເຄມີ ພວກເຮົາໄດ້ໄປອ່ານພົບທີ່ເວັບໄຊ໌ ບ້ານໝາກລ້ອມ.ຄອມ ແລະ ເຫັນຄອມເມັ້ນສົ່ງຂ່າວຈາກຜູ້ອ່ານຫຼາຍຄົນທີ່ເຄີຍເອົາສູດນີ້ໄປລອງເຮັດແລ້ວເກີດໄດ້ຜົນດີ ພວກເຮົາເລີຍນຳມາບອກຕໍ່
ໂດຍວັດຖຸດິບທີ່ໃຊ້ຈະປະກອບມີ:

1.ປຸ໋ຍໝັກສູດ 16-16-16 ແລະ ປຸ໋ຍໝັກຊີວະພາບສູດ 15-15-15
ວັດຖຸດິບທີ່ໃຊ້ຕ້ອງມີປະລິມານເທົ່າກັນ
ຮຳອ່ອນ 1 ສ່ວນ
ດິນດີ 1 ສ່ວນ
ແກບດີ 1 ສ່ວນ
ແກບດຳ 1 ສ່ວນ
ມູນສັດ 1 ສ່ວນ
ພືດຕະກູນຖົ່ວ 1 ສ່ວນ

2. ປຸ໋ຍໝັກສູດ 16-20-0

ຮຳອ່ອນ 1 ສ່ວນ
ດິນດີ 2 ສ່ວນ
ແກບດີ 4 ສ່ວນ
ແກບດຳ 4 ສ່ວນ
ມູນສັດ 4 ສ່ວນ
ພືດຕະກູນຖົ່ວ 4 ສ່ວນ

ຂັ້ນຕອນ ແລະ ວິທີການເຮັດປຸ໋ຍໝັກ
1.ນຳສ່ວນປະສົມທັງໝົດ (ຍົກເວັ້ນຮຳອ່ອນໃຫ້ໃສ່ລົງນຳຫຼັງສຸດ) ນຳມາປະສົມໃຫ້ເຂົ້າກັນດີ
2.ຈາກນັ້ນກໍ່ເຂ່ຍທທາງກາງອອກເປັນຮູບວົງມົນ (ເຮັດຄືການປະສົມປູນ) ແລ້ວເອົານ້ຳໝັກປຸ໋ຍທີ່ກຽມໄວ້ແລ້ວມາຫົດລົງໃຫ້ທົ່ວກອງປຸ໋ຍໃຫ້ປຽກພໍປະມານ ມີຄວາມຊຸ່ມ 60%
15-2-2556-17-07-55
ອັດຕາສ່ວນການປະສົມນ້ຳໝັກຊີວະພາບມີ: ກາກນ້ຳຕານ 2 ບ່ວງແກງປະສົມກັບນ້ຳໝັກ 2-8 ບ່ວງແກງ ຕໍ່ນ້ຳ 20 ລິດ ຈາກນັ້ນຄົນໃຫເຂົ້າກັນຕັກໃສ່ຝັກບົວແລ້ວນຳໄປຫົດໃສ່ກອງປຸ໋ຍ
ວິທີການນຳໃຊ້
– ໃຊ້ຫວານເທິງໜານຜັກໃນອັດຕາສ່ວນ 1 ກິໂລກຣາມ ຕໍ່ 1 ແມັດ
ຂໍ້ແນະນຳ ແລະ ຄວນປະຕິບັດ
1.ສະຖານທີ່ປະສົມປຸ໋ຍ ແລະ ເກັບມ້ຽນປຸ໋ຍແມ່ນຄວນຢູ່ບ່ອນຮົມ ຫຼື ບ່ອນທີ່ມີຫຼັງຄາມຸງ
2.ໃນໄລຍະ 7 ວັນທຳອິດປຸ໋ຍຈະມີຄວາມຮ້ອນສູງ ຄວນປີ້ນປຸ໋ຍທຸກວັນໃນໄລຍະ 7 ວັນທຳອິດ
3.ການເກັບທ້ອນປຸ໋ຍບໍ່ຄວນຊ້ອນກັນເກີນ 5 ຊັ້ນ
4.ຫຼັງຈາກປຸ໋ຍເຊົາຮ້ອນແລ້ວຈິ່ງນຳອອກມາໃຊ້ງານໄດ້
5.ນ້ຳທີ່ໃຊ້ປະສົມກັບກາກນ້ຳຕານ ຫຼື ນ້ຳໝັກໃຫ້ໃຊ້ມວກແທນນ້ຳທຳມະດາ ເພາະຈະເຮັດໃຫ້ປຸ໋ຍມີປະສິດທິພາບຫຼາຍຂຶ້ນ

ບົດຄວາມຫຼ້າສຸດ

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...