spot_img
Homeຍ້ອງຍໍຄົນດີເດັ່ນວິດາລີ ນັກສະຖາປານິກດີເດັ່ນ ໄດ້ຮັບລາງວັນອາຊຽນ

ວິດາລີ ນັກສະຖາປານິກດີເດັ່ນ ໄດ້ຮັບລາງວັນອາຊຽນ

Published on

ທ່ານ​ນາງ ວິ​ດາ​ລີ ຈັນທະ​ຜາສຸກ ຮອງ​ຜູ້ອຳນວຍການ​ບໍລິສັດ ເອັສ​ຊີອອກ​ແບບ ແລະ ກໍ່ສ້າງ ຈຳກັດ ແມ່ນ​ໜຶ່ງ​ໃນ 8 ນັກ​ທຸລະກິດ​ຍິງ​ຂອງ​ລາວ ​ທີ່​ໄດ້​ຮັບ​ລາງວັນຜູ້​ປະກອບ​ການ​ທຸລະ​ກິດ​ດີເດັ່ນ​ແມ່ຍິງ​ອາ​ຊຽນ ປະຈຳ​ປີ 2016 ທີ່​ໄດ້ຮັບ​ລາງວັນ​ຢູ່ ​ສສ ຫວຽດນາມ ເມື່ອ​ບໍ່​ດົນ​ຜ່ານ​ມາ​ນີ້ ໂດຍ​ແມ່ນທ່ານ​ຮອງ​ປະທານ​ປະເທດ​ຫວຽດນາມ​ໃຫ້​ກຽດ​ມອບ ເຊິ່ງ​ລາງວັນອັນ​ຊົງ​ກຽດ​ດັ່ງກ່າວ​ ແມ່ນ​ມີຄວາມ​ໝາຍ​ຄວາມ​ສຳຄັນ ​ສຳລັບວົງ​ການ​ທຸລະ​ກິດ​ຂອງ​ລາວ​ເຮົາ ​ທີ່ຈະ​ເຮັດ​ໃຫ້​ຫຼາຍ​ປະເທດ​ຢູ່​ໃນ​ພາກພື້ນ ແລະ ສາກົນ ໂດຍ​ສະເພາະ ບັນດາ​ປະເທດ​ອາ​ຊຽນ ​ໄດ້​ຮັບ​ຮູ້ນັກທຸລະກິດ​ຍິງ​ລາວ​ຫຼາຍ​ຂຶ້ນ.

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...