Homeຂ່າວການພັດທະນາສ.ເກົາຫລີ ມອບເຄື່ອງຊ່ວຍເຫລືອ ມູນຄ່າກວ່າລ້ານໂດລາ ແກ່ຜູ້ປະສົບໄພພິບັດ-ທຸກຍາກ!

ສ.ເກົາຫລີ ມອບເຄື່ອງຊ່ວຍເຫລືອ ມູນຄ່າກວ່າລ້ານໂດລາ ແກ່ຜູ້ປະສົບໄພພິບັດ-ທຸກຍາກ!

Published on

ຂປລ. ສະມາຄົມສິລະປະ ແລະ ວັດທະນະທຳມວນຊົນ ສ.ເກົາຫລີ ໄດ້ນຳເອົາເຄື່ອງນຸ່ງຫົ່ມ, ເກີບ, ເຄື່ອງໃຊ້ຄົວເຮືອນ ແລະ ເຄື່ອງອຸປະກອນການສຶກສາຈຳນວນໜຶ່ງ ມີມູນຄ່າ 1 ລ້ານກວ່າໂດລາສະຫະລັດ ມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ເພື່ອນຳໄປຊ່ວຍເຫລືອປະຊາຊົນ ທີ່ປະສົບໄພພິບັດ ແລະ ຜູ້ທຸກ​ຍາກດ້ອຍໂອກາດຢູ່​ເຂດຫ່າງໄກສອກຫລີກ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງ​ເຂົາ​ເຈົ້າ​ດີຂຶ້ນ ໂດຍສະເພາະແມ່ນຜູ້ປະສົບໄພໜາວ ຢູ່  9 ແຂວງ ໃນໄລຍະຕົ້ນ​ປີ​ນີ້ ແລະ ຜູ້ປະສົບເຄາະຮ້າຍຈາກອັກຄີໄພ ຢູ່ບັນດາແຂວງໃນຂອບເຂດທົ່ວປະເທດ ​ໃນ2016.

ພິທີມອບ–ຮັບ ເຄື່ອງຊ່ວຍເຫລືອດັ່ງກ່າວ, ໄດ້ມີຂຶ້ນໃນອາທິດທີ່​ຜ່ານ​ມານີ້ ທີ່ກະຊວງແຮງງານ ແລະ  ສະຫວັດດີການສັງຄົມ ​ເຊິ່ງກ່າວມອບໂດຍ ທ່ານ ນາງ ຢູຮຽນສຸກ ທູດກິດຕິມະສັກເສດຖະກິດ–ວັດທະນະທຳສັງຄົມ ສປປ ລາວ ປະຈຳ ສ.ເກົາຫລີ ທັງເປັນປະທານສະມາຄົມສິລະປະ ແລະ ວັດທະນະທຳມວນຊົນ ສ.ເກົາຫລີ ແລະ ກ່າວຮັບໂດຍ ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ  ສະຫວັດດີການສັງຄົມ,  ພ້ອມດ້ວຍທ່ານຮອງລັດຖະມົນຕີ ແລະ ແຂກຖືກເຊີນທີ່ກ່ຽວຂ້ອງ ທັງສອງຝ່າຍເຂົ້າຮ່ວມ.

ເຄື່ອງທີ່ນຳມາຊ່ວຍເຫລືອໃນຄັ້ງນີ້ ແມ່ນການປຸກລະດົມຂົນຂວາຍຂອງ ສະມາຄົມສິລະປະ ແລະ  ວັດທະນະທຳ ມວນຊົນ ສ.ເກົາຫຼີ ໂດຍແມ່ນ Korea Fila ເປັນຜູ້ສະໜັບສະໜູນ ຜ່ານສະຖານທູດລາວປະຈຳ ສ.ເກົາຫລີ  ແລະ ຜູ້ປະສານງານຝ່າຍລາວ ແມ່ນຄະນະສະມາຊິກສະພາແຫ່ງຊາດ ເຂດ 9 ແຂວງຊຽງຂວາງ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...