Homeຂ່າວເຫດການລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດຍີ່ປຸ່ນ ຈະ​ເດີນທາງ​​ຢ້ຽມຢາມ​ລາວ ​ວັນ​ທີ 4-5 ພຶດສະພານີ້!

ລັດຖະມົນຕີ​ກະຊວງການ​ຕ່າງປະ​ເທດຍີ່ປຸ່ນ ຈະ​ເດີນທາງ​​ຢ້ຽມຢາມ​ລາວ ​ວັນ​ທີ 4-5 ພຶດສະພານີ້!

Published on

ຕອບສະໜອງຕາມຄໍາເຊີນຂອງ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ຟູ​ມິ​ໂອະ ກິ​ຊິ​ດະ Mr. Fumio KISHIDA ລັດຖະມົນຕີກະຊວງການຕ່າງປະເທດຍີປຸ່ນ, ພ້ອມຄະນະຈະເດີນທາງມາຢ້ຽມຢາມ ສປປ ລາວ ແຕ່ວັນທີ 4-5 ພືດສະພາທີ່ຈະເຖິງນີ້ ເພື່ອເປັນ​ການ​ສົ່ງ​ເສີມສາຍ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ ລະຫວ່າງ ສປປ ລາວ ​ແລະ ຍີ່ປຸ່ນ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ.

ທ່ານ ຟູ​ມິ​ໂອະ ກິ​ຊິ​ດະ ​ເກີດ​ເມື່ອ​ວັນ​ທີ 29 ກໍລະກົດ 1957, ປີ 1982 ສຳ​ເລັດ​ການ​ສຶກສາລະ​ດັບ​ປະລິນຍາ​ຕີ ມະຫາວິທະຍາ​ໄລ​ວາ​ເຊ​ດະ (ນິຕິສາດ) ​ເຂົ້າ​ເຮັດ​ວຽກ​ຢູ່​ທະນາຄານ LTCB ຍີ່ປຸ່ນ, 1987 ​​ເປັນເລຂາ​ສະມາຊິກ​ສະພາ​ຕໍ່າ, 1993 ​ໄດ້​ຮັບ​ເລືອກ​ເຂົ້າ​ເປັນ​ສະມາຊິກ​ສະພາ​ຕໍ່າ​ຄັ້ງທຳ​ອິດ, 1999 ​ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ການ​ກໍ່ສ້າງ​ຝ່າຍ​ສະພາ (ລັດຖະບານ ​ໂອ​ບູຈິ ສະ​ໄໝ​ທີ 2), 2000 ລັດຖະມົນຕີ​ຊ່ວຍ​ວ່າການ​ ກະຊວງ​ການ​ກໍ່ສ້າງ​ຝ່າຍ​ສະພາ (ລັດຖະບານ ​ໂມຣິ), 2001 ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາ, ວັດທະນະທຳ, ກິລາ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ (ລັດຖະ ບານ ​ໂກ​ອິຊຸ​ມິ), 2005 ປະທານ​ຄະນະ​ກຳມະການ​ສາທາລະນະ​ສຸກ, ​ແຮງ​ງານ ​ແລະ ສະຫວັດດີ​ການ​ຂອງ​ສະພາ​ຕໍ່າ​ຍີ່ປຸ່ນ, 2007 ລັດຖະມົນຕີ​ຜູ້​ຮັບຜິດຊອບ​ວຽກ​ງານ​ສະ​ເພາະ (ລັດຖະບານ ອາ​ເບະ ສະ​ໄໝ​ທີ 1), 2008 ລັດຖະມົນຕີ​ຮັບຜິດຊອບ​ວຽກ​ງານ​ຜູ້​ບໍລິ​ໂພ​ກ, ລັດຖະມົນຕີ​ຮັບຜິດຊອບ​ນະ​ໂຍບາຍ​ອາ​ວະ​ກາດ (ລັດຖະບານ ຟຸກຸ​ດະ), 2011 ປະທານ​ຄະນະ​ກຳມະການ​ ວຽກ​ງານ​ຝ່າຍ​ສະພາ ​ຂອງ​ພັກ​ເສລີ​ປະຊາທິປະ​ໄຕ, ​ເດືອນ​ທັນວາ 2012 ລັດຖະມົນຕີ​ວ່າການ ​ກະຊວງ​ການ​ຕ່າງປະ​ເທດ (ລັດຖະບານ ອາ​ເບະ ສະ​ໄໝ​ທີ 2), ​ເດືອນ​ກັນຍາ 2014 ລັດຖະມົນຕີ​ວ່າການ​ ກະຊວງ​ການ​ຕ່າງປະ​ເທດ (ລັດຖະບານ ອາ​ເບະ ສະ​ໄໝ​ທີ 2-ປັບ​ປຸງ​ຄະນະ​ລັດຖະບານ), ​ເດືອນ​ທັນວາ 2014 ລັດຖະມົນຕີ​ວ່າການ​ ກະຊວງ​ການ​ຕ່າງປະ​ເທດ (ລັດຖະບານ ອາ​ເບະ ສະ​ໄໝ​ທີ 3), ​ເດືອນ​ຕຸລາ 2015 ລັດຖະມົນຕີ​ວ່າການ​ ກະຊວງ​ການ​ຕ່າງປະ​ເທດ (ລັດຖະບານ ອາ​ເບະ ສະ​ໄໝ​ທີ 3-ປັບປຸງ​ຄະນະ​ລັດຖະບານ).

 

ແຫລ່ງຂ່າວ:

ລພນ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...