Homeໜັງໃໝ່ຕົວຢ່າງຮູບເງົາ Death Note : Light up the NEW world ມາແລ້ວ!!

ຕົວຢ່າງຮູບເງົາ Death Note : Light up the NEW world ມາແລ້ວ!!

Published on

ຫຼັງຈາກທີ່ກ່ອນໜ້ານີ້ກໍໄດ້ມີການປ່ອຍຮູບໃບປິດໂຕລະຄອນ Death Note 2016 ອອກມາແລ້ວ, ມາໃນຮອບນີ້ກໍເຖິງຄິວຂອງຕົວຢ່າງຮູບເງົາຢ່າງເປັນທາງການຂອງເລື່ອງກັນແລ້ວ!! ສາມາດຮັບຊົມໄດ້ທີ່

image

ໂດຍໃນຕົວຢ່າງຂອງໜັງນີ້້ເຮົາຈະເຫັນໂຕລະຄອນທີ່ເພີ່ມເຂົ້າມາໃໝ່ຫຼາຍບົດ ລວມໄປເຖິງຍົມມະທູດ “ລຸດ” ທີ່ກັບມາມີບົດບາດໃນໜັງພາກນີ້ນຳ ແລະຊື່ຢ່າງເປັນທາງການຂອງໜັງກໍຄື Death Note : Light up the NEW world. ສຳລັບໜັງນັ້ນມີກຳນົດເຂົ້າສາຍທີ່ໂຮງຍີ່ປຸ່ນໃນວັນທີ 29 ເດືອນຕຸລານີ້.

image

ທ້າຍນີ້ເປັນຮູບພາບກ່ຽວກັບຂອງລາງວັນທີ່ລະລຶກສຳລັບຄົນທີ່ຈອງປີ້ເຂົ້າຊົມໜັງເລື່ອງນີ້ ແລະຍັງເຜີຍໃຫ້ເຫັນເຖິງໜ້າຕາ Death Note ທັງ 6 ເລ່ມ ອີກນຳ.

image

ທີ່ມາ:natalie

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງ ເເລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ໃນວັນທີ 21 ສິງຫາ 2026, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ປະຈໍາປີ 2026, ໂດຍການເປັນປະທານຂອງ...

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ.

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ທ່ານ ປອ. ບັດເດີ...

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...