Homeນານາສາລະຄວນເຂັ້ມງວດ ຕໍ່ລົດບັນທຸກຫີນ-ຊາຍ ທີ່ສ້າງຄວາມເປິເປື້ອນ ໃຫ້ແກ່ເສັ້ນທາງ!

ຄວນເຂັ້ມງວດ ຕໍ່ລົດບັນທຸກຫີນ-ຊາຍ ທີ່ສ້າງຄວາມເປິເປື້ອນ ໃຫ້ແກ່ເສັ້ນທາງ!

Published on

ປັດຈຸບັນ, ພັກ–ລັດຖະບານເຮົາ ໄດ້ສຸມທຶນຮອນອັນມະຫາສານ ເຂົ້າໃນການປັບປຸງກໍ່ສ້າງຖະໜົນຫົນທາງ ຢູ່ປະເທດເຮົາໃຫ້ດີຂຶ້ນ ດ້ວຍການປູຢາງ ຫລື ເບຕົງທີ່ມີຄວາມແໜ້ນໜາທົນທານ ໄດ້ມາດຕະຖານ ເພື່ອອຳນວຍຄວາມສະດວກ ໃນການສັນຈອນໄປມາ ລວມເຖິງການຂົນສົ່ງສິນຄ້າ. ແຕ່ເມື່ອເບິ່ງເຖິງ ການຮັກສາຄວາມສະອາດ ແມ່ນຍັງເຮັດໄດ້ໜ້ອຍ ໂດຍສະເພາະແມ່ນຢູ່ບັນດາຕົວເມືອງໃຫຍ່ຕ່າງໆ, ຄວາມເປິເປື້ອນຂອງຖະໜົນຫົນທາງ ແມ່ນເກີດຂຶ້ນຈາກຫລາຍສາເຫດ, ລວມເຖິງບັນຫາລົດບັນທຸກໜັກ ຂະໜາດຕ່າງໆ ນັບແຕ່ 6 ລໍ້– 10  ລໍ້ຫາ 12 ລໍ້ ຈຳນວນໜຶ່ງ ມີການແຂ່ງກັນບັນທຸກຫີນ–ຊາຍ, ດິນແດງ ແລະ ອື່ນໆ ແລ່ນເຂົ້າ–ອອກຈາກບໍ່ດິນ, ບໍ່ຫີນ ແລະ ສະໜາມກໍ່ສ້າງຢູ່ຫລາຍແຫ່ງ ຂອງໃຈກາງນະຄອນຫລວງວຽງຈັນ ໂດຍບໍ່ມີການຈຳກັດເວລາ ແລະ ບໍ່ມີຜ້າປົກປິດ ສົ່ງຜົນໃຫ້ເກີດມີເສັ້ນທາງເປິເປື້ອນຈາກຫີນ, ຊາຍ, ດິນແດງ ແລະ ຕົມ ທີ່ຟົ້ງອອກຈາກລົດລົງສູ່ທາງ ບໍ່ເວັ້ນແຕ່ລະວັນ ທັງໆທີ່ທາງການກໍໄດ້ມີຂໍ້ຫ້າມ ເຖິງຜູ້ປະກອບການ ຂົນສົ່ງດັ່ງກ່າວ ແຕ່ກໍບໍ່ມີໃຜເອົາຫົວຊາ ແລະ ກາຍເປັນສິ່ງທ້າທາຍຕໍ່ການຈັດຕັ້ງປະຕິບັດຄຳຂັວນ ສ ສະອາດ ເຊິ່ງແມ່ນໜຶ່ງໃນ ຈຳນວນ 6 ສ ທີ່ ນະຄອນຫລວງໄດ້ວາງອອກ.

ສ່ວນມາດຕະການ ທີ່ພາກສ່ວນກ່ຽວຂ້ອງວາງອອກ ເພື່ອແກ້ໄຂບັນຫາດັ່ງກ່າວ ກໍເຫັນວ່າເໝາະສົມ ແລະ ຖືກຕ້ອງແລ້ວເປັນຕົ້ນ: ໄດ້ຈັດສັນເສັ້ນທາງແລ່ນລົດບັນທຸກ ແລະ  ຈັດລົດໃຫ້ມີຂະໜາດເໝາະສົມ ເພື່ອບັນທຸກດິນ, ຫີນ–ຊາຍ ເຂົ້າອອກຕົວເມືອງ. ກຳນົດໂມງເວລາໃນການແລ່ນລົດເຂົ້າ–ອອກ ເພື່ອເວັ້ນບັນຫາລົດແອອັດ, ພ້ອມທັງວາງມາດຕະການໃຫ້ລົດບັນທຸກແຕ່ລະຄັນ ເວລາຂົນສົ່ງດິນ, ຫິນ–ຊາຍ ຕ້ອງມີຜ້າປົກປິດ ເພື່ອຮັບປະກັນບໍ່ໃຫ້ດິນຕົກໃສ່ທາງ ແລະ ສ້າງຄວາມເປິະເປື້ອນ. ແຕ່ເມື່ອເບິ່ງຕົວຈິງແລ້ວ ການປະຕິບັດມາດຕະການດັ່ງກ່າວ ພັດຍັງບໍ່ເຂັ້ມງວດ, ລົດບັນທຸກສ່ວນຫລາຍ ຕ່າງກໍພາກັນແລ່ນ ຊີງບັນທຸກດິນຊາຍ ເຂົ້າອອກຈາກໂຄງການກໍ່ສ້າງດ້ວຍຄວາມໄວສູງ ນອກຈາກສົ່ງຜົນໃຫ້ເສັ້ນທາງເປີເປື້ອນແລ້ວ ຍັງມີຄວາມສ່ຽງຕໍ່ການເກີດອຸບັດເຫດ ແລະ ບັນຫາອື່ນໆຕາມພາຍຫລັງ.

ສະນັ້ນ ຈຶ່ງຮຽກຮ້ອງເຖິງທຸກພາກສ່ວນທີ່ກ່ຽວຂ້ອງ ລວມເຖິງຜູ້ປະກອບການລົດຂົນສົ່ງຫີນ–ຊາຍ ຈັດຕັ້ງປະຕິບັດ ມາດຕະການດ່ັງກ່າວຢ່າງເຂັ້ມງວດ, ພ້ອມນີ້ຜູ້ປະກອບການຂົນສົ່ງ ກໍຕ້ອງມີສ່ວນຮ່ວມຕໍ່ການ ບົວລະບັດຮັກສາຄວາມສະອາດ ໃນຕົວເມືອງ ເຊັ່ນ: ທຸກຄັ້ງກ່ອນຈະອອກເຂດໂຄງການ ຕ້ອງອະນາໄມ ຕີນລົດໃຫ້ມີຄວາມສະອາດ, ໃນກໍລະນີທີ່ເສັ້ນທາງເປິເປື້ອນຍ້ອນການຂົນສົ່ງ ຫີນ–ຊາຍ ກໍຕ້ອງມີ ສ່ວນຮັບຜິດຊອບ ໃນການສ້າງທາງໃຫ້ສະອາດ ແລະ ອື່ນໆ.

 

ທີ່ມາ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...